ຫຼວງພະບາງ ຄ້ວາ 4 ຫຼຽນ ແລະ 1 ລາງວັນຊົມເຊີຍ ການສອບເສັງນັກຮຽນເກັ່ງລະດັັບຊາດສົກຮຽນ 2018-2019 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຫຼວງພະບາງ ຄ້ວາ 4 ຫຼຽນ ແລະ 1 ລາງວັນຊົມເຊີຍ ການສອບເສັງນັກຮຽນເກັ່ງລະດັັບຊາດສົກຮຽນ 2018-2019




ຫຼວງພະບາງ: ເພື່ອຢັ້ງຢືນ,ຍ້ອງຍໍນັກຮຽນເກັ່ງທີ່ສາມາດຮັກສາມູນເຊື້ອຕໍ່ກັບຜົນສຳເລັດໃນການສອບເສັງນັກຮຽນເກັ່ງລະດັບຊາດຊັ້ນມັດທະຍົມສຶກສາປະຈຳສົກຮຽນ 2018-2019 ທີ່ນະຄອນຫຼວງວຽງຈັນ ເມື່ອຕອນບ່າຍວັນທີ 1 ເມສາ ຜ່ານມາ ທີ່ພະແນກສຶກສາທິການ ແລະ ກິລາແຂວງຫຼວງພະບາງໄດ້ຈັດພິທີມອບລາງວັນໃຫ້ແກ່ນັກຮຽນເກັ່ງ ຊັ້ນມັດທະຍົມສຶກສາ ທີ່ສອບເສັງໄດ້ລະດັບຊາດ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ຊາຍສະຫວັນ ຈັນມານິດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ,ມີ ພະນັກງານຄູອາຈານ ນ້ອງນັກຮຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ທ່ານ ວັນທອງ ແພງສະຫວັດ ລາຍງານໃຫ້ຮູ້ວ່າ: ຄະນະຮັບຜິດຊອບໄດ້ນໍາພານັກຮຽນເກັ່ງທີ່ເປັນຕົວແທນຂອງແຂວງຫຼວງພະບາງ ຊັ້ນມັດທະຍົມ ມ4 , ຈຳນວນ 4ນ້ອງ ແລະ ມ7, 4ນ້ອງຈາກໂຮງຮຽນມັດທະຍົມສົມບູນສັນຕິພາບ 5 ນ້ອງ,ເມືອງພູຄູນ 1 ນ້ອງ,ເມືອງວຽງຄຳ 1 ນ້ອງ ແລະ ເມືອງໂພນທອງ 1 ນ້ອງ ເຂົ້າຮ່ວມການແຂ່ງຂັນນັກຮຽນເກັ່ງລະດັບຊາດຊັ້ນມັດທະຍົມສຶກສາປະຈຳສົກຮຽນ 2018-2019 ທີ່ນະຄອນຫຼວງວຽງຈັນ ແຕ່ວັນທີ 24-30 ມີນາ 2019,



ຜ່ານການສອບເສັງແຂ່ງຂັນ ນັກຮຽນເກັ່ງຫຼວງພະບາງສາມາດຍາດໄດ້ 4 ຫຼຽນ ແລະ 1 ລາງວັນຊົມເຊີຍຄື: ລາງວັນຊົມເຊີຍ ທ້າວ ເຢີ ກື ວິຊາ: ເຄມີສາດ ມ4 ຈາກ ມສ ພູຄູນ ເມືອງພູຄູນ ໄດ້ຄະແນນ 7,05 ອັນດັບທີ 4 ທົ່ວປະເທດ,ອັນດັບທີ3 ທ້າວ ສົມຈັນ ທໍ່ ວິຊາ: ຟີຊິກສາດ ມ4 ຈາກ ມສ ເມືອງຮຶບ ເມືອງໂພນທອງໄດ້ຄະແນນ 7,15, ອັນດັບ3 ທ້າວ ເຊັງທໍ່ ໄຊຕົວ ວິຊາ: ຄະນິດສາດ ມ7 ຈາກ ມສ ສັນຕິພາບໄດ້ຄະແນນ 7,00, ອັນດັບທີ2 ທ້າວ ບຸນແກ້ວ ວ່າເລັ່ງວ້າ ວິຊາ: ຟີຊິກສາດ ມ7 ຈາກ ມສ ສັນຕິພາບໄດ້ຄະແນນ 7,08 ແລະ ອັນດັບທີ1 ທ້າວ ຈ່າງມົວ ໄຊຈຸມົວ ວິຊາ: ເຄມີສາດ ມ7 ຈາກ ມສ ສັນຕິພາບໄດ້ຄະແນນ 9,25.




ໃນພິທີ ທ່ານ ຊາຍສະຫວັນ ຈັນມານິດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດອັນຍິ່ງໃຫຍ່ຄັ້ງນີ້ ພ້ອມເນັ້ນໜັກຫຼາຍບັນຫາເປັນຕົ້ນໃຫ້ຄະນະຮັບຜິດຊອບ,ຄູອາຈານ ແລະ ນ້ອງນັກຮຽນຈົ່ງໄດ້ພ້ອມກັນສືບຕໍ່ປັບປຸງຍົກສູງຄຸນນະພາບການຮຽນ-ການສອນ,ບຳລຸງຍົກລະດັບໃນການຄົ້ນຄ້ວາຮໍ່າຮຽນ,ພ້ອມທັງຮັກສາມູນເຊື້ອນັກຮຽນເກັ່ງຂອງເເຂວງຫຼວງພະບາງທີ່ສາມາດຍາດມາໄດ້ຫຼາຍປີຊ້ອນ,ໂອກາດດັ່ງກ່າວ ທ່ານຍັງໄດ້ໃຫ້ກຽດມອບຂອງຂັວນລາງວັນ,ໃບຍ້ອງຍໍໃຫ້ແກ່ນັກຮຽນເກັ່ງ ແລະ ຄູອາຈານຜູ້ນຳພາຢ່າງສົມກຽດ.

ໂດຍ:ແຈັກກີ້ ສກຂ ຫຼວງພະບາງ.







________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ








Post Bottom Ad