ໄຟໄໝ້ ກຸຕິ ວັດທາດຫຼວງເໜືອ ເສຍຫາຍໜັກ 18/4/2019 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ໄຟໄໝ້ ກຸຕິ ວັດທາດຫຼວງເໜືອ ເສຍຫາຍໜັກ 18/4/2019



ນະຄອນຫຼວງວຽງຈັນ: ລາຍງານຈາກ ປະຊາຊົນ ໃນເວລາປະມານ 19:15 ວັນທີ 18 ເມສາ 2019 ເກີດເຫດ ອັກຄີໄພ ໄຟໄໝ້ ກຸຕິ ເຂດວັດທາດຫຼວງເໜືອ. ເຊິ່ງເພີງແມ່ນລຸກໄໝ້ຮຸນແຮງ. ໜ່ວຍດັບເພີງ ຕ້ອງໄດ້ໃຊ້ເວລາເກືອບ 1 ຊົ່ວໂມງ ເພື່ອເຂົ້າຄວບຄຸມໄຟ.

ສ່ວນສາເຫດ ແລະ ຜົນເສຍຫາຍ ແມ່ນຢູ່ໃນການສືບສວນຂອງເຈົ້າໜ້າທີ່.

ໄຟໄໝ້ຮຸນແຮງ ທີ່ເຂດວັດທາດຫຼວງເໜືອ ຄັ້ງນີ້ເປັນຄັ້ງທີ 2, ເຊິ່ງໃນປີ 2018 ຜ່ານມາກໍ່ເກີດເຫດໄຟໄໝ້ ສິມວັດເຮັດໃຫ້ພຣະພຸດທະຮູບ ແລະ ສິມໄດ້ຮັບຄວາມເສຍຫາຍຫຼາຍ.




ບັນຫາ ໄຟໄໝ້ ໄລຍະ 1 ອາທິດຜ່ານມາແມ່ນເກີດຂຶ້ນ ຫຼາຍກວ່າ ສິບຄັ້ງ ໃນທົ່ວປະເທດ, ໂດຍສະເພາະ ເຂດນະຄອນຫຼວງວຽງຈັນ ແມ່ນໄໝ້ຫຼາຍບ່ອນ. ນອກຈາກໄຟໄໝ້ ເຮືອນແລ້ວ, ບັນຫາ ໄຟໄໝ້ ເສົາໄຟຟ້າ ແລະ ສາຍໄຟ ກໍ່ເກີດຂຶ້ນຫຼາຍ ອັນເນື່ອງມາຈາກ ສະພາບສາຍໄຟທີ່ເກົ່າ ບວກກັບ ອາກາດທີ່ຮ້ອນ ແລະ ການນໍາໃຊ້ ປະລິມານໄຟຟ້າສູງ.

ດັ່ງນັ້ນຈິ່ງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນ ຈົ່ງມີສະຕິລະວັງຕົວ ແລະ ໃຊ້ໄຟຟ້າ ຢ່າງລະມັດລະວັງ. ພົບເຫັນສາຍໄຟເກົ່າ ຫຼື ມີການເກີດໄຟຟ້າຊອດ ໃຫ້ໂທແຈ້ງຫາ ໜ່ວຍງານໄຟຟ້າໃກ້ບ້ານທ່ານ.


ຄລິບໄຟໄໝ້ທີ່ກຸຕິວັດທາດຫຼວງເໜືອ




ຄລິບຕອນໄຟໄໝ້


 

ຄລິບຕອນໄຟໄໝ້

 

 ________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ




Post Bottom Ad