ຈັບຄາດຕະກອນ ລົງມືຂ້າຕັດຄໍ ທີ່ຫົວພັນ ໄດ້ແລ້ວ! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຈັບຄາດຕະກອນ ລົງມືຂ້າຕັດຄໍ ທີ່ຫົວພັນ ໄດ້ແລ້ວ!



ເຫດການຄາດຕະກຳຕັດຄໍຢູ່ແຂວງຫົວພັນ ໃນວັນທີ 16 ເມສາ 2019, ຜູ້ເສຍຊີວິດ ຊື່ ທ້າວ ວົງສຸກ ອາຍຸ 45 ປີ ຢູ່ບ້ານບາວ ເມືອງຊຽງຄໍ້ ແຂວງຫົວພັນ (ເປັນຫົວໜ້າ ປກສ ບ້ານບາວ) ແລະ ຜູ້ກໍ່ເຫດຊື່ ທ້າວ ຄໍາ ອາຍຸ 29 ປີ ຄົນບ້ານດຽວກັນ, ສາເຫດເກີດຍ້ອນຜູ້ກໍ່ເຫດເຄີຍຖືກເຈົ້າໜ້າທີ່ປ້ອງກັນຄວາມສະຫງົບບ້ານບາວ ຈັບຕົວໄປສືກສາອົບຮົມກ່າວເຕືອນໃຫ້ຢຸດເຊົາຈາກເສບຢາເສບຕິດປະເພດຢາບ້າຫຼາຍຄັ້ງ, ດ້ວຍເຫດຜົນດັ່ງກ່າວ ເຮັດໃຫ້ມີຄວາມຄຽດແຄ້ນຝັງໃຈ ຈຶ່ງກໍ່ເຫດຂ້າຕະກໍາຫົວໜ້າ ປກສ ບ້ານ ດ້ວຍການເອົາພ້າຟັນຄໍຈົນເສຍຊີວິດ ແລ້ວໃຊ້ພ້າດວງເກົ່າຟັນຊໍ້າຈົນຄໍຂາດ.


ເຈົ້າໜ້າທີ່ ປກສ ເມືອງຊຽງຄໍ້ ເປີດເຜີຍວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກອໍານາດການປົກຄອງບ້ານບາວ ວ່າ: ມີປະຊາຊົນພາຍໃນບ້ານຖືກຄາດຄະກໍາ ຈຶ່ງຟ້າວປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດກາສະຖານທີ່ເກີດເຫດ ພົບເຫັນຜູ້ເສຍຊີວິດ ຊື່ ທ້າວ ວົງສຸກ ເຊິ່ງເປັນຫົວໜ້າ ປກສ ບ້ານບາວ ສະພາບສົບຖືກພ້າຟັນຄໍຈົນຂາດອອກ ຢູ່ແຄມໜອງເຂດບ້ານດັ່ງກ່າວ. ຜ່ານການສອບສວນປະຊາຊົນເຂດບ້ານ ຈຶ່ງຮູ້ຜູ້ກໍ່ເຫດ ຊື່ ທ້າວ ຄໍາ ເປັນຄົນບ້ານດຽວກັນ, ວັນຕໍ່ມາ ເຈົ້າໜ້າທີ່ຈຶ່ງໄປຈັບຕົວຜູ້ກ່ຽວໄປສອບສວນ.


ຜ່ານການສອບສວນເບື້ອງຕົ້ນຜູ້ກ່ຽວສາລະພາບວ່າ: ໄດ້ເສບຢາເສບຕິດປະເພດຢາບ້າແຕ່ປີ 2011 ເປັນຕົ້ນມາ, ພໍ່-ແມ່ ແລະ ເມຍຂອງຕົນເອງ ກໍໄດ້ບອກໃຫ້ເຊົາຫຼາຍຄັ້ງແຕ່ບໍ່ຟັງ ເຮັດໃຫ້ຜູ້ເປັນເມຍໜີປະຢ່າຮ້າງກັນ. ຈາກນັ້ນ, ທາງຜູ້ປົກຄອງຜູ້ກ່ຽວໄດ້ສົ່ງໄປປິ່ນປົວ-ບໍາບັດໃຫ້ເຊົາຈາກເສບຢາເສບຕິດປະເພດຢາບ້າ ແຕ່ພາຍຫຼັງກັບອອກມາ ກໍໄປເສບຢູ່ຄືເກົ່າ; ນອກນີ້, ຜູ້ກ່ຽວ ຍັງເຄື່ອນໄຫວຜິດກົດໝາຍອື່ນໆອີກ ຄື: ຊອກຫາໄມ້ມີລາຄາປະເພດໄມ້ຄໍາມູນຢູ່ພູ ແລ້ວຕັດໄປຂາຍມາຫຼາຍຄັ້ງ ແລະ ຖືກ ທ້າວ ວົງສຸກ ທີ່ເປັນຫົວໜ້າ ປກສ ບ້ານ ພ້ອມດ້ວຍຄະນະ ຢຶດເອົາໄມ້ທີ່ຕັດມາ ພ້ອມທັງສຶກສາໃຫ້ຢຸດເຊົາຕັດໄມ້ຊະຊາຍ ແລະ ສຶກສາອົບຮົມກ່ຽວກັບບັນຫາຢາເສບຕິດຫຼາຍຄັ້ງ ຈຶ່ງມີຄວາມຄຽດແຄ້ນ, ມີຄວາມອາຄາດບາດໝາງ ແລະ ມີແນວຄິດຢາກຂ້າ ທ້າວ ວົງສຸກ ໃຫ້ໄດ້.


ເວລາ 13:00 ໂມງ ຂອງວັນທີ 16 ເມສາ 2019 ທ້າວ ຄໍາ ໄດ້ໄປໃສ່ມອງນົກ ຢູ່ຫ້ວຍດູກ ບ້ານບາວ ເມືອງຊຽງຄໍ້ ຮອດເວລາ 18:00 ໂມງ ໄດ້ກັບຄືນມາ ໃນລະຫວ່າງທາງຜູ້ກ່ຽວໄດ້ ເຫັນ ທ້າວ ວົງສຸກ ກໍາລັງເກືອປາຢູ່ໜອງ, ຈຶ່ງມີແນວຄິດວ່າເອົາໂອກາດນີ້ລ້າງແຄ້ນ; ທ້າວ ຄໍາ ໄດ້ຍ່າງໄປຫາ ທ້າວ ວົງສຸກ ລົມກັນປະມານ 20-30 ນາທີ ຈຶ່ງຊວນກັນກັບບ້ານ. ໃນຂະນະນັ້ນ, ທ້າວ ວົງສຸກ ກໍາລັງຕ່າວຫົວລົດຈັກ ສ່ວນ ທ້າວ ຄໍາ ຢືນຢູ່ດ້ານຫຼັງ ເມື່ອເຫັນ ທ້າວ ວົງສຸກ ເຜີຕົວ ຈຶ່ງໄດ້ໂອກາດຈັບພ້າທີ່ຖືມານຳ ຟັນເຂົ້າຄໍເບື້ອງຂວາ ທ້າວ ວົງສຸກ ຈໍານວນ 3 ບາດ ທ້າວ ວົງສຸກໄດ້ຮ້ອງຂຶ້ນ 1 ຄັ້ງ ແລ້ວລົ້ມລົງພື້ນຈົນເສຍຊີວິດ ແລ້ວທ້າວ ຄຳ ກໍເອົາພ້າດວງດຽວກັນຟັນຊໍ້າຈົນຄໍຂາດ ແລ້ວກັບຄືນເມືອເຮືອນ, ອາບນ້ໍາປ່ຽນເຄື່ອງເຂົ້ານອນ ເຮັດແບບ ບໍ່ມີເຫດການຫຍັງເກີດຂຶ້ນ, ມາຮອດວັນທີ 17 ເມສາ 2019 ເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງຊຽງຄໍ້ ແລະ ປກສ ແຂວງ ກໍໄດ້ກັກຕົວຜູ້ກ່ຽວໄປດໍາເນີນຄະດີຕາມກົດໝາຍ.


ທີ່ມາ: ​ຫນັງສືພິມຄວາມສະຫງົບ


















 
______
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ

Post Bottom Ad