ຊີ້ແຈງສາເຫດໄຟໄໝ້ ກຸດຕິຄູບາ ຢູ່ວັດທາດຫຼວງເໜືອ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຊີ້ແຈງສາເຫດໄຟໄໝ້ ກຸດຕິຄູບາ ຢູ່ວັດທາດຫຼວງເໜືອ

ໃນວັນທີ 19 ເມສາ 2019 ນີ້, ພັທ ຈັນຫອມ ແກ້ວສຸລາໄຊ ຫົວໜ້າຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ລາຍງານເຫດການໄຟໄໝ້ກຸດຕິ ທີ່ວັດທາດຫຼວງເໜືອ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.

ໂດຍທ່ານຫົວໜ້າຫ້ອງຕໍາຫຼວດ ປກສ ນວ ໄດ້ໃຫ້ຮູ້ວ່າ:

ເວລາ 18:40 ໂມງ ຂອງວັນທີ 18 ເມສາ ຜ່ານມານີ້, ໄດ້ມີເຫດໄຟໄໝ້ກຸດຕິ ຢູ່ວັດທາດຫຼວງເໜືອ ເຊິ່ງເປັນກຸດຕິສອງຊັ້ນ ກ່ອນເກີດເຫດໄຟຟ້າດັບປະມານ 1-2 ນາທີ ຈາກນັ້ນໄຟຟ້າກໍມາ ແລ້ວດັບອີກ 2 ຄັ້ງ ຈຶ່ງເກີດມີໄຟໄໝ້ຢູ່ຝາເຄິ່ງກາງກຸດຕິທາງດ້ານຫຼັງ.

ໃນເວລານັ້ນ, ຄູບາ ແລະ ຈົວ ໄດ້ພ້ອມກັນເຂົ້າມອດໄຟ ແຕ່ບໍ່ສາມາດສະກັດກັ້ນໄຟໄວ້ໄດ້ ເຮັດໃຫ້ໄຟລຸກລາມໄປທົ່ວກູດຕິ ພາຍຫຼັງແຈ້ງເຫດເຈົ້າໜ້າທີ່ໄດ້ນຳລົດມອດໄຟເຂົ້າສະກັດກັ້ນ ແລະ ມອດໄຟຈຳນວນ 6 ຄັນ.

ໃນນັ້ນ, ມີລົດມອດໄຟຈາກພະແນກສະກັດກັ້ນ ແລະ ຕ້ານອັກຄີໄພ ປກສ ນວ ຈໍານວນ 3 ຄັນ, ຈາກກົມຕໍາຫຼວດມອດໄຟ ຈໍານວນ 1 ຄັນ, ໜ່ວຍກູ້ໄພ 1623 ຈໍານວນ 1 ຄັນ ແລະ ຈາກ ປກສ ເມືອງໄຊເສດຖາ ຈໍານວນ 1 ຄັນ ພ້ອມທັງໃຊ້ຈໍານວນພົນເຂົ້າຊ່ວຍມອດໄຟອີກ ຈໍານວນ 40 ຄົນ ຈົນຮອດເວລາ 20:00 ໂມງ ຈຶ່ງສາມາດມອດໄຟໄດ້.

ສາເຫດທີ່ເກີດໄຟໄໝ້ ຍັງຢູ່ໃນຂັ້ນການສືບສວນ-ສອບສວນຂອງເຈົ້າໜ້າທີ່ສາມາດປະເມີນໄດ້ ແລະ ສາເຫດທີ່ເກີດໄຟໄໝ້ ຍັງຢູ່ໃນຂັ້ນການສືບສວນ-ສອບສວນຂອງເຈົ້າໜ້າທີ່.

ມູນຄ່າເສຍຫາຍ ຍັງບໍ່ສາມາດປະເມີນໄດ້

ດັ່ງນັ້ນ, ເພື່ອເປັນການປົກປັກຮັກສາຊັບສິນຂອງຕົນ ແລະ ຂອງລວມໝູ່ ຈຶ່ງຮຽກຮ້ອງມາຍັງພໍ່-ແມ່ປະຊາຊົນ, ຊາວຄ້າ-ຂາຍ, ພະນັກງານ-ລັດຖະກອນ ຕະຫຼອດຮອດຜູ້ທີ່ໃຊ້ຝືນໄຟ ຈົ່ງມີສະຕິໃນການລະວັງຕົວ ເມື່ອໃຊ້ໄຟຟ້າແລ້ວ ຄວນໃຫ້ຖອດປັກ ບໍ່ຄວນສຽງຄາໄວ້, ຈຸດທູບ-ທຽນບູຊາ ກໍໃຫ້ດັບມອດ ຫຼື ຖ້າຫາກເຮືອນຫຼັງໃດທີ່ເຫັນວ່າ ປັກໄຟມີອາຍຸການນໍາໃຊ້ດົນ ຫຼື ເກົ່າແກ່ ຄວນປ່ຽນຖ່າຍໃໝ່ ເນື່ອງຈາກວ່າສະພາບອາກາດໃນລະດູແລ້ງ ມີຄວາມອົບເອົ້າຫຼາຍ ເຮັດໃຫ້ເກີດເຊື້ອເພີງໄດ້ງ່າຍ ແລະ ເປັນສາເຫດເຮັດໃຫ້ເກີດມີອັກຄີໄພ ຕາມມາ.

ພັທ ຈັນຫອມ ແກ້ວສຸລາໄຊ ຫົວໜ້າຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ




ທີ່ມາ: ຫນ້ງສືພິມຄວາມສະຫງົບ
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ





Post Bottom Ad