ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໂພນໄຊ ສະຫຼູບ ການຈັດຕັ້ງປະຕິບັດວຽກງານປະຈໍາປີ 2017 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໂພນໄຊ ສະຫຼູບ ການຈັດຕັ້ງປະຕິບັດວຽກງານປະຈໍາປີ 2017



ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງໂພນໄຊ ສະຫຼູບ ການຈັດຕັ້ງປະຕິບັດວຽກງານປະຈໍາປີ 2017
----------------------------
ວັນທີ່ 27 ທັນວາ 2017 ນີ້. ຢູ່ຫ້ອງການກະສີີກໍາ ແລະ ປ່າໄມ້ ເມືອງໂພນໄຊ ໄດ້ຈັດກອງປະຊຸມສະຫຼູບ ການຈັດຕັ້ງປະຕິບັດວຽກງານປະຈໍາປີ 2017 ແລະ ທິດທາງແຜນການປີຂື້ນ,ໂດຍເປັນປະທານຂອງທ່ານ ແກ່ນຈັນ ພິລາວັນ ຄະນະປະຈໍາພັກເມືອງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົງ ເມືອງ ແລະ ທ່ານ ຄໍາພຸດ ແກ້ວບຸນມາ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສີກໍາ ແລະ ປ່າໄມ້ເມືອງ,ມີຫົວໜ້າຫ້ອງການ,ຮອງຫ້ອງການ ຕະຫຼອດຮອດພະນັກງານທີ່ລົງປະຈໍາຢູ່ກຸ່ມບ້ານທັງ 9 ກຸ່ມທົ່ວເມືອງທັງ 49 ທ່ານ,ຍິງ 9 ທ່ານ.

ທ່ານ ສຸດາພອນ ລັດສະໜີ ຮອງຫົວໜ້າຫ້ອງການກະສີກໍາ ແລະ ປ່າໄມ້ ເມືອງໂພນໄຊ ຜ່ານບົດສະຫຼູບການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ຜ່ານທິດທາງແຜນການໃນປີ2018 ໃຫ້ບັນລຸຕາມລະດັບຄາດໝາຍ ຫ້ອງການກະສິກໍາ ແລະ ປ່າໄມ້ ປະກອບມີພະນັກງານທັງໜົດ 61 ທ່ານ, ຍິງ 9 ທ່ານ,ພະນັກງານອາສາສະໝັກ 23 ທ່ານ, ຍິງ 6 ທ່ານ ເຊິ່ງມີ 11 ໜ່ວຍງານ, 2 ສະຖານີບໍລິການເຕັກນິກຄຶ: ສະຖານີບໍລິການເຕັກນິກກະສີກໍາ ແລະ ປ່າໄມ້ ກຸ່ມນໍ້າບໍ່ ແລະ ສະຖານີບໍລິການເຕັກນິກກະສີກໍາ ແລະ ປ່າໄມ້ ກຸ່ມໂພນທອງ ເມືອງໂພນໄຊ.ສາມາດຕິລາຄາໄດ້ການຜະລິດສະບຽງອາຫານການປູກເຂົ້ານາປີມີເນື້ອທີ່ 361,23 ເຮັກຕາ, ທຽບໃສ່ປີຜ່ານມາແມ່ນຫຼຸດລົງ 7,51 ເຮັກຕາ, ຖ້າທຽບໃສ່ມະຕິ 8 ຂອງເມືອງແມ່ນປະຕິບັດ 82 ສ່ວນຮ້ອຍ,ສະມັດຕະພາບສະເລ່ຍແມ່ນ 3 ໂຕ່ນຕໍ່ເຮັກຕາ, ເກັບຜົນຜະລິດໄດ້ 1.376 ກ່ວາໂຕ່ນ,ເຂົ້ານາແຊງ 1,6 ເຮັກຕາ ສະມັດຕະພາບສະເລ່ຍແມ່ນ 4 ໂຕ່ນຕໍ່ເຮັກຕາ, ເກັບກູ້ຜົນຜະລິດໄດ້ 7 ກ່ວາໂຕ່ນ,ເນື້ອທີ່ປູກເຂົ້າໄຮ່ 4.093 ເຮັກຕາ, ສະມັດຕະພາບສະເລ່ຍແມ່ນ 1 ໂຕ່ນຕໍ່ເຮັກຕາ, ເກັບກູ້ຜົນຜະລິດໄດ້ 5.157 ກ່ວາໂຕ່ນ ແລະ ປູກພຶດລະດູແລ້ງເປັນສີນຄ້າມີເນື້ອທີທັງໜົດ 136,32 ເຮັກຕາ,



ອັນພົ້ນເດັ່ນກ່ວາໜູ່ແມ່ນປູກຜັກກະລໍາປີໃນເນື້ອທີ່ທັງໜົດ 5,87 ເຮັກຕາ,ການປູກພຶດລະດູຝົນເປັນສີນຄ້າມີເນື້ອທີ່ 2.523 ກ່ວາເຮັກຕາ, ທົ່ວເມືອງມີເນື້ອທີ່ສວນຫຍ້າອາຫານສັດທັງໜົດ 7.911 ເຮັກຕາ, ໃນນັ້ນຊາວກະສີກອນສາມາດເກັບແກ່ນຫຍ້າຂາຍ-ສົ່ງອອກນອກເມືອງໄດ້ 33 ໂຕ່ນເປັນເງີນ 330.000.000 ລ້ານກີບ ແລະ ກຸ່ມທີ່ເກັບແກ່ນຫ້ຍາໄດ້ຫຼາຍກ່ວາໜູ່ແມ່ນກຸ່ມໂພນທອງໄດ້ທັງໜົດ 32 ໂຕ່ນ,ມີງົວທັງໜົດ 20.667 ໂຕ, ຄວາຍ 6.037 ໂຕ, ໜູ 28.608 ໂຕ, ແບ້ 8.116 ໂຕ, ສັດປີກ 80.906 ໂຕ ແລະ ບໍລິໂພກຊີ້ນຢູ່ພາຍໃນເມືອງມີງົວ 205 ໂຕ, ຄວາຍ 202 ໂຕ, ໜູ 2.555 ໂຕ, ແບ້ 2.252 ໂຕ, ໜາ 180 ໂຕ, ແລະ ສັດປີກ 10.303 ໂຕ, ໄດ້ອອກໃບອະນຸຍາດເຄື່ອນຍ້າຍສັດອອກນອກເມືອງງົວ 1.717 ໂຕ,ຄວາຍ 302 ໂຕ,ໜູ 200 ໂຕ,ແບ້ 350 ໂຕ,ມ້າ 10 ໂຕ,ມີໜອງປາ 321 ໜອງມີເນື້ອທີ່ 16 ເຮັກຕາທຽບໃສ່ປີຜ່ານມາໜອງປາເພີ້ມຂື້ນ 185 ໜອງ ເນື້ອທີເພີ້ມຂື້ນ 7.32 ເຮັກຕາ, ປ່ອຍປາແລ້ວ 77.154 3 ໂຕ ແລະ ໄດ້ປ່ອຍປາລົງສູ່ທໍາມະຊາດໄດ້ 10 ພັນໂຕ,


ໃນນັ້ນຍັງມີກຸ່ມຕົວແບບໃນການຜະລິດຟອຍຍູກວດບ້ານສົບເຈ້ຍພາຍໃນກຸຸ່ມມີສະມາຊີກ 15 ຄອບຄົວ ສາມາດຜະລິດຟອຍຍູກວດສົ່ງອອກຕະຫຼາດພາຍໃນເມືອງ,ຕ່າງເມືອງ ແລະ ຕ່າງແຂວງໄດ້ 4.106 ກ້ານ,ເປັນເງີນ ທັງໜົດ 49.272.000 ກີບ,ປະຈຸບັນມີກອງທືນ ແລະ ເງີນອອມຊັບຂອງກຸ່ມມີ 10.077.140 ກີບ. ພ້ອມກັນນັ້ນຜູ້ແທນຂອງກອງປະຊຸມໄດ້ພັດກັນຂື້ນປະກອບຄໍາຄິດຄໍາຢ່າງກົງໄປກົງມາມີລັກສະນະສ້າງສັນທີ່ມີຄວາມສໍາຄັນຕໍ່ກອງປະຊຸມໃນຄັ້ງນີ້. ຕອນທ້າຍ ທ່ານ ແກ່ນຈັນ ພິລາວັນ ໄດ້ເນັ້ນໜັກບາງບັນຫາທີ່ສໍາຄັນເປັນຕົ້ນແມ່ນພະນັກງານລັດຖະກອນຕ້ອງກໍາແໜ້ນແນວທາງນະໂຍບາຍຂອງພັກ-ລັດ ເພີ້ມທະວີຄວາມສາມັກຄີຢ່າງລວມສູນປະຊາທິປະໄຕ ຫັນເອົາແຜນວຽກແຜນງານໂຄງການໃຫ້ລະອຽດລົງສູ່ຮາກຖານທ້ອງຖີ່ນຢ່າງເນື່ອງນິດລຽນຕິດ.

ຂ່າວ: ສີວອນ ນັກຂ່າວເມືອງໂພນໄຊ

________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ









Post Bottom Ad