ບຸນປົດປີຂອງເຜົ່າກຶມມຸ ບ້ານໜອງຈອງ ກຸ່ມນໍ້າຫຼຶງ ເມຶອງຈອມເພັດ ຢ່າງມ່ວນຊື່ນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ບຸນປົດປີຂອງເຜົ່າກຶມມຸ ບ້ານໜອງຈອງ ກຸ່ມນໍ້າຫຼຶງ ເມຶອງຈອມເພັດ ຢ່າງມ່ວນຊື່ນ


ບຸນປົດປີຂອງເຜົ່າກຶມມຸ ບ້ານໜອງຈອງ ກຸ່ມນໍ້າຫຼຶງ ເມຶອງຈອມເພັດ
----------------------
ໃນຕອນເຊົ້າຂອງວັນທີ່ 2 ມັງກອນ 2018 ນີ້ ອຳນາດການປົກຄອງບ້ານພ້ອມດ້ວຍພໍ່ແມ່ປະຊາຊົນພາຍໃນບ້ານ ໜອງຈອງ ກຸ່ມນໍ້າຫຼຶງ ເມຶອງຈອມເພັດ ໄດ້ຈັດບຸນປົດປີ ເຜົ່າກຶມມຸ ( ເກິຣ ) ຢູ່ທີ່ສະໂມສອນຂອງກຸ່ມ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຈັນ ວັນນະສີ ກຳມະການພັກແຂວງ ເລຂາພັກເມຶອງເຈົ້າເມຶອງ,ທ່ານດວງຈັນ ພັດຕິກຸນ ກຳມະພັກເມຶອງ ປະທານແນວລາວສ້າງເມຶອງ,ມີຄະນະປະຈຳ,ກຳມະການພັກເມຶອງ ຫົວໜ້າ ຮອງຫ້ອງການ ເລຂາພັກບ້ານ.



ນາຍບ້ານອ້ອມຂ້າງຕະຫຼອດຮອດເຖົ້າແກ່ແນວໂຮມ ພໍ່ແມ່ປະຊາຊົນບັນດາເຜົ່າພາຍໃນບ້ານເຂົ້າຮ່ວມ.
ບຸນປົດປີ( ເກີຣ ) ແມ່ນຮີດຄອງປະເພນີໜຶ່ງ ຂອງເຜົ່າກຸມມຸ ເຊີ່ງປີໜຶ່ງ ໄດ້ມີໂອກາດເຮັດບຸນຄັ້ງໜຶ່ງ ພາຍຫຼັງທີ່ເກັບກູ້ຜົນລິດສຳເລັດ ເພຶ່ອເປັນການພົບປະສັງສັນເຕົ້າຮ່ວມຄວາມສາມັກຄີ,ອວຍພອນເຊີ່ງກັນ ແລະ ກັນ ຂອງຍາດພີ່ນ້ອງ ໃນໂອກາດສົ່ງທ້າຍປີເກົ່າ ຕ້ອນຮັບປີໃໜ່.



ທ່ານ ແຫຼ້ ໄຊມີໄຊ ນາຍບ້ານໆໜອງຈອງ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານ ແລະ ທິດທາງໃນຕໍ່ໜ້າ ບ້ານໜອງຈອງປະກອບມີ 251 ຄອບຄົວ,ພົນລະເມຶອງທັງໜົດ 1.465 ຄົນ ຍິງ 701 ຄົນ, ອາຊີບຕົ້ນຕໍແມ່ນ ປູກຝັງລ້ຽງສັດ ແລະ ຄ້າຂາຍ ເຊີ່ງເປັນທ່າແຮງຂອງບ້ານ ພ້ອມກັບມູນເຊຶ້ອອັນດຸໜັ້ນຂອງພໍ່ແມ່ປະຊາຊົນສະນັ້ນມາເຖິງປະຈຸບັນເຫັນວ່າຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນດີຂຶ້ນທິດທາງແຜນການຕໍ່ໜ້າຈະປຸກລະດົມປະຊາຊົນຂະຫຍາຍການປູກຝັງລ້ຽງສັດໃຫ້ເພີ່ມຂຶ້ນຕຶ່ມ.ການຈັດງານບຸນຄັ້ງນີ້ ແມ່ນ ເພື່ືອສືບທອດຮີດຄອງປະເພນີຂອງເຜົ່າກຶມມຸໄວ້ເປັນແບບຢ່າງໃນອານາຄົດໃຫ້ລຸ້ນລູກຫຼານ.



ພ້ອມນີ້ໃນພິທີຍັງມີການມອບຂອງຂັວນລະຫວ່າງເມຶອງມອບໃຫ້ບ້ານ ແລະ ບ້ານມອບໃຫ້ເມຶອງ. ຕອນທ້າຍໄດ້ຮັບຝັງຄຳໂອ້ລົມຂອງທ່ານ ຈັນ ວັນນະສາດ ເຈົ້າເມຶອງຈອມເພັດ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ຊາວບ້ານທີ່ບໍ່ປະລະມູນເຊຶ້ອ ວັດທະນະທຳຮີດຄອງປະເພນີອັນດີງາມຂອງເຜົ່າ ຂອງທ້ອງຖີ່ນ ຂອງຊາດ ແລະ ທ່ານກໍ່ຍັງອວຍພອນອັນປະເສີດໃຫ້ແກ່ອຳນາດການປົກຄອງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນຈົ່ງມີສຸຂະພາບເຂັມແຂງ ພ້ອມກັນສະຫຼອງບຸນປົດປີ( ເກິຣ )ປີນີ້ໃຫ້ມີຄວາມເບີກບານມ່ວນຊຶ່ນ.


ຂ່າວ: ຕາດໍາ ນັກຂ່າວເມືອງຈອມເພັດ

________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ











Post Bottom Ad