ອຸຕຸແຈ້ງ ກຽມເສື້ອກັນໜາວທົ່ວປະເທດ ອາກາດເຢັນລົງອີກ 17-23 ທັນວາ 2017! ບອກຕໍ່ໆກັນເດີ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ອຸຕຸແຈ້ງ ກຽມເສື້ອກັນໜາວທົ່ວປະເທດ ອາກາດເຢັນລົງອີກ 17-23 ທັນວາ 2017! ບອກຕໍ່ໆກັນເດີ


ກົມອຸຕຸນິຍົມ ແລະ ອຸທົກກະສາດ ເລກທີ 1202/ກອຕທ ລົງວັນທີ 15 ທັນວາ 2017 ລະບຸວ່າ: ມວນອາກາດໜາວເຢັນຈາກ ສປ.ຈີນ ມີກຳລັງແຮງເພີ່ມຂຶ້ນແຜ່ລົງມາປົກຄຸມ, ສົມທັບກັບກະແສລົມຕາເວັນອອກສຽງເໜືອທີ່ມີກຳລັງແຮງພັດປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ໃນໄລຍະວັນທີ 17 ຫາ 23 ທັນວາ 2017. ເຊິ່ງຈະເຮັດໃຫ້ອຸນຫະພູມອາກາດຫຼຸດລົງ 3-5 ອົງສາ ໃນແຕ່ລະພາກ ພ້ອມມີຝົນຕົກກະຈາຍ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ, ໂດຍສະເພາະຢູ່ເຂດພູດອຍບັນດາແຂວງພາກເໜືອ, ແຂວງໄຊສົມບູນ, ເມືອງດາກຈິງ ແລະ ເພດພູພຽງບໍລະເວນ ອາກາດຈະໜາວເຢັນຫຼາຍ.



ສະເພາະແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ ໃນວັນທີ 18-19 ທັນວາ 2017 ອຸນຫະພູມອາກາດຈະຫຼຸດລົງ 6-8 ອົງສາ ເຊິ່ງຈະເຮັດໃຫ້ອາກາດເຢັນຫາໜາວເຢັນຫຼາຍ ພ້ອມມີລົມພັດແຮງເປັນບາງໂອກາດ.



ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອຳນາດການປົກຄອງ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມ, ອາກາດໜາວເຢັນຫຼາຍ, ເຊິ່ງອາດຈະມີຜົນກະທົບຕໍ່ສຸຂະພາບ ໂດຍສະເພາະແມ່ນເດັກນ້ອຍ ແລະ ຜູ້ເຖົ້າ ຂໍໃຫ້ນຸ່ງຫົ່ມໃຫ້ຮ່າງກາຍອົນອຸ່ນຢູ່ສະເໝີ, ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນອາກາດຈາກກົມອຸຕຸນິຍົມ ແລະ ອຸທົກກະສາດໃນໄລຍະ 2 ຫາ 4 ວັນຕໍ່ໜ້ານີ້. ສໍາລັບເນື້ອໃນຂອງລາຍລະອຽດແຈ້ງການມີດັ່ງລຸ່ມນີ້ :


ຂ່າວ: ກົມອຸຕຸນິຍົມ ແລະ ອຸທົກກະສາດ
ພາບປະກອບ: ສວນພູຄູນສະຕໍເບີຣີ
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ




Post Bottom Ad