ແຊຣ໌ເກັບໄວ້ອ່ານເລີຍ!!! 13 ວິທີແກ້ປວດຫຼັງ ສະບັບເຮັດເອງໄດ້ງ່າຍໆຢາກດີເຈັບຫຼັງແບບເຫັນໆ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ແຊຣ໌ເກັບໄວ້ອ່ານເລີຍ!!! 13 ວິທີແກ້ປວດຫຼັງ ສະບັບເຮັດເອງໄດ້ງ່າຍໆຢາກດີເຈັບຫຼັງແບບເຫັນໆ





ແຊຣ໌ເກັບໄວ້ອ່ານເລີຍ! 13 ວິທີແກ້ປວດຫຼັງ ສະບັບເຮັດເອງໄດ້ງ່າຍໆຢາກດີເຈັບຫຼັງແບບເຫັນໆ
ຈາກຜົນການສໍາລວດພົບວ່າ ຄົນທົ່ວໄປຮອດ 80% ບໍ່ວ່າຈະຊ່ວງອາຍຸໃດກໍ່ສາມມາດເຈັບຫຼັງໄດ້ ມີຕັ້ງແຕ່ເຈັບໜ້ອຍໄປຮອດເຈັບຫຼາຍ ເຮົາມາຫາວິທີແກ້ປວດຫຼັງສະບັບເຮັດເອງໄດ້ຢູ່ບ້ານໄດ້່ງ່າຍໆກັນເລີຍ 


1.     ຮຽນໂຍຄະ
ອັນທີ່ຈິງແລ່ວບໍ່ວ່າກິລາປະເພດໃດທີ່ຊ່ວຍສົ່ງເສີມຄວາມເຂັ້ງແຂງໃຫ້ການຢືດຍຸ່ນຂອງກ້າມເນື້ອລໍາຕົວ ແລະ ກ້າມເນື້ອສ່ວນຫຼັງ ກໍ່ສາມາດຫຼຸດອາການເຈັບຫຼັງໄດ້ໝົດ, ການສຶກສາໃນແຄນນາດາ ຄົ້ນພົບວ່າ ຜູ້ປ່ວຍທີ່ມີອາການເຈັບຫຼັງສ່ວນລຸ່ມ ເມື່ອໄດ້ຫຼີ້ນໂຍຄະ ອາທິດລະ 4 ຊົ່ວໂມງ ປະມານ 1 ປີຂືື້ນໄປ ກໍ່ຈະຮູ້ສຶກເຈັບຫຼັງໜ້ອຍລົງ ດີກ່ວາຜູ້ທີ່ຮັກສາຕາມແພດສັ່ງຕາມປົກກະຕິ

2.    ກະເປົ່າໜັກເອົາໄປໄກໆເລີຍ
ແມ່ນແລ້ວການທີ່ເຮົາພາຍກະເປົາໜັກໆໄວ້ເທີງບ່າເປັນປະຈໍາ ສາມາດເຮັດໃຫ້ກ້າມເນື້ອຫຼັງຂອງເຮົາເຮັດວຽກໜັ້ກ ແລະ ເສຍສົມດຸນໄດ້ ຫາກບໍ່ເລືອກທີ່ຈະພັກພາຂອງໜ້ອຍລົງ ແລະ ພາຍກະເປົາໃບນ້ອຍລົງແດ່ ກໍ່ແບ່ງເຄື່ອງໄວ້ໃນກະເປົາ 2 ໃບ ແລ້ວຄ່ອຍໆຫິ້ວໂດຍໃຊ້ແຂນທັງສອງຂ້າງເລິຍ

3.    ລົງທຶນຊື້ພົມ
ຈະເຮັດໃຫ້ຮູ້ສຶກສະບາຍຕີນ ແລະ ຫຼັງຫຼາຍຂື້ນເມື່ອ ເຮົາຢຽບໃນພົມ ແທນທີ່ຈະເປັນການຢຽບພື້ນກະໂລ່ແຂງໆ, ເຢັນໆ ເພາະການຢືນຢູ່ເທີງພື້ນທີ່ແຂງໆ ເປັນເວລາດົນນານ ຈະເຮັດໃຫ້ແຜ່ນຫຼັງລຸ່ມ ຫຼື ກົ້ນສຸດເຮັດວຽກໜັກ ແລະ ຖືກກົດທັບໄດ້ ດັ່ງນັ້ນປູພົມໜາໜຸ່ມໃສ່ບໍລິເວນທີ່ເຮົາມັກຢືນດົນໆເຊັ່ນ: ອ່າງລ້າງໜ້າເພື່ອຄວາມຮູ້ສຶກສະບາຍຂື້ນໃນທັນທີ່ຈະດີກ່ວາ

4. ປະຄົບເຢັນ
     ໃນຊ່ວງ 48 ຊົ່ວໂມງທໍາອິດ ທີ່ເຈັບຫຼັງ ຄວນປະຄົບດ້ວຍນໍ້າກ້ອນ, ຜ້າເຢັນໆ ເຮັດແບບນີ້ມື້ລະຫຼາຍໆເທື່ອ, ເທື່ອລະ 20 ນາທີ ໃນການປະຄົບຈຸດທີ່ເຈັບຈະເຮັດຊ່ວຍປິດເສັ້ນເລືອດທີ່ບອບຊໍ້າ ແລະ ລົດການຄ້າງຂອງເລືອດໃນບໍລິເວນນັ້ນ ຈຶ່ງຊ່ວຍລົດອາການບວມໄດ້


5.    ປ່ຽນເປັນປະຄົບຮ້ອນ
ຫຼັງຈາກ 48 ຊົ່ວໂມໄປແລ້ວ ໃຊ້ແຜ່ນຄວາມຮ້ອນ ຫຼື ຖົງນໍ້າຮ້ອນມາປະຄົບຫຼັງຈາກເຈັບ ເປັນເວລາ 20 ນາທີ ມື້ລະຫຼາຍໆເທື່ອແທນ ເພາະຄວາມຮ້ອນຈະຊ່ວຍຜ່ອນຄາຍກ້າມເນື້ອ ແລະ ກະຕຸ້ນການໄຫວຽນເລືອດຊ່ວຍເປີດໃຫ້ອ໊ອກຊີເຈນເຂົ້າມາຊ່ວຍເຫຼືອຈຸດທີ່ເຈັບ

6.    ທ່າບໍລິຫານຫຼັງ
ລອງເລືອກທ່າບໍລິຫານກ້າມເນື້ອຫຼັງ ແລະ ຕົນຂາດ້ານຫຼັງ ດ້ວຍການຕັ້ງສົ້ນຕີນຂ້າງໜຶ່ງໄວ້ເທິງຕັ່ງ ຈາກນັ້ນໂນມຕົວລົງມາທາງໜ້າ ຢືດແຂນໃຫ້ສຸດແລ້ວວາງມືລົງກາຍຕີນປະມານ 15 ຊັງຕີແມັດ ຈົນຮູ້ສຶກຕຶງຂາດ້ານຫຼັງ ແລະ ກົ້ນສຸດ ຄາງໄວ້ປະມານ 5-12 ວິນາທີ ເຮັດສະລັບຂ້າງໄປເລື່ອຍໆ ແລ້ວຈະຮູ້ສຶກດີຂື້ນເອງ

7.    ຖະນຸຖະໝອມຮ່າງກາຍ
ທ່ານຮູ້ບໍ່ວ່າອາລົມເຂົ້າມາມີສ່ວນກັບການເຈັບຫຼັງໄດ້ຫຼາຍເລີຍ ທັງຄວາມຄຽດ, ຄວາມຢ້ານ ແລະ ຄວາມວິຕົກກັງວົນ ຈະຍິ່ງເຂົ້າໄປສັ່ງສະມອງໃຫ້ຮູ້ສຶກເຈັບຫຼາຍຂື້ນໄປອີກ ດັ່ງນັ້ນພະຍາຍາມຄາຍຄຽດດ້ວຍການຫາຍໃຈເຂົ້າເລີກໆ ແລະ ປ່ອຍອອກຍາວໆ ຍອມຮັບກັບຄວາມເຈັບປວດ ແລະ ປ່ອຍວາງແດ່

8.    ຈັດທ່ານອນໃໝ່
ຍອມຮັບບໍ່ວ່່າທ່ານມັກນອນສະແຄງແຖມຍັງຂົດຕົວອີກ ແກ່ໃໝ່ໂດຍການຫາໝອນຂ້າງມາກອດ ວິທີນີ້ຈະຊ່ວຍດັນໃຫ້ຫຼັງຂອງທ່ານຕັ້ງຊື່ ສ່ວນຄົນທີ່ມັກນອນຫງາຍ ກໍ່ສາມາດປ້ອງກັນການກົດທັບຫຼັງໄດ້ໃນການຫາໝອນ ຫຼື ໝອນຂ້າງມາຮອງກ້ອງເຂົ່າທັງສອງຂ້າງ ພຽງເທົ່ານີ້ກໍ່ຈະຊ່ວຍຈັດກ້າມເນື້ອຫຼັງຂອງທ່ານໃຫ້ໂຄ້ງຕາມທໍາມະຊາດໄດ້

9.    ພັກຜ່ອນຂາແດ່
ຂາເປັນດັ່ງພາຫະນະຂອງຮ່າງກາຍທີ່ຕ້ອງໄດ້ໃຊ້ຍ່າງໄປມາເກືອບຕະຫຼອດເວລາ ດັ່ງນັ້ນເມື່ອທ່ານເຮັດກິດຈະກໍາທີ່ຕ້ອງຢືນດົນໆ ກໍ່ຄວນພັກຂາສະລັບກັນໄປມາແດ່ ວິທີ່ນີ້ຈະຊ່ວຍລົດຄວາມຕຶງຄຽດຂອງກ້າມເນື້ອ ແລະ ລົດນໍ້າໜັກທີ່ກົດທັບບໍລິເວນຫຼັງສ່ວນລຸ່ມໄດ້


10.  ຈອງຫ້ອງນວດ
ຖືເປັນຂໍ້ອ້າງໃນການຊ່ວຍບໍາບັດຫຼັງໄປໃນຕົວຫາກທ່ານຈະບອກຄອບຄົວວ່າຂໍເວລາໄປສະປານວດຕົວອາທິດລະເທື່ອ ເພາະການສຶກສາພົບວ່າກຸ່ມທົດສອບທີ່ໄດ້ຮັບການນວດທຸກອາທິດເປັນເວລາຕິດຕໍ່ກັນ 10 ອາທິດ ມີອາການເຈັບຫຼັ້ງໜ້ອຍລົງ ທຽບກັບກຸ່ມບໍ່ໄດ້ໄປນວດ

11.   ນັ່ງຫຼັງຊື່
ໂຊຟາໜຸ່ມໆ ເຮັດໃຫ້ຮູ້ສຶກສາບາຍສຸດໆ ແຕ່ຮູ້ບໍ່ວ່າແຮງໝູ້ມແຮງເຮັດໃຫ້ແຮງກົດທັບຫຼາຍຂື້ນເຖີງ 3 ເທົ່າ ດັ່ງນັ້ນເທື່ອໜ້າກ່ອນທີ່ຈະເບິ່ງໜັງເລື່ອງໂປດ ຢ່າລືມຫາໝອນມາຮອງຫຼັງ ພ້ອມນັ່ງຫຼັງຊື່່ ແຜ່ນຕິດພື້ນທັງ 2 ຂ້າງນໍາ

12.  ຂັບສະຫຼາດຂື້ນ.
ເພື່ອການນັ່ງຂັບລົດຢ່າງຖືກວິໄນຂື້ນ ພຽງປັບລະດັບແວ່ນສ່ອງທາງຫຼັງໃຫ້ສູງຂື້ນໜ້ອຍໜຶ່ງ ພຽງເທົ່ານີ້ກໍ່ເຮັດໃຫ້ທ່ານຢືດຕົວໄດ້ດົນຂື້ນ ແລະ ເມື່ອຍຫຼັງໜ້ອຍລົງແລ້ວ

13.  ປ່ຽນຕຽງ
ກາຍເປັນວ່າຕຽງໜາແໜ້ນບໍ່ດີຕໍ່ສຸຂະພາບແລ້ວ ເພາະຈາກຜົນການສໍາຫຼວດພົບວ່າ ກຸ່ມຄົນທີ່ນອນຕຽງແບບແໜ້ນໆມີໂອກາດເຈັບຫຼັງຫຼາຍກວ່າ ຕຽງນອນທີ່ເປັນສະປີງນຸ້ມໆ ຢ່າລືມວ່າທ່ານໃຊ້ເວລານອນຫຼາຍກວ່າ 8 ຊົ່ວໂມງຕໍ່ມື້ .


ຂອບໃຈທີ່ມາ:   sanook.com


________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ









Post Bottom Ad