ໝາກພ້າວ!! ໝາກໄມ້ທີ່ຊ່ວຍຄືນຄວາມງາມໃຫ້ແກ່ຮູບຊົງ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ໝາກພ້າວ!! ໝາກໄມ້ທີ່ຊ່ວຍຄືນຄວາມງາມໃຫ້ແກ່ຮູບຊົງ



ມີໝາກໄມ້ຫລາຍຊະນິດ ທີ່ຖືກນຳມາເປັນສ່ວນປະກອບສຳຄັນໃນເຄື່ອງສຳອາງເພື່ອບຳລຸງຜິວໃຫ້ງາມໃສ ແຕ່ຈະມີຈັກຄົນທີ່ເຊື່ອວ່າ ໝາກພ້າວ ທີ່ເປັນໝາກໄມ້ພື້ນບ້ານທຳມະດາ ຈະເປັນສຸດຍອດແຫ່ງໝາກໄມ້ທີ່ສາວໆຜູ້ມີຊື່ສຽງໂດ່ງດັງ ນິຍົມນຳມາບຳລຸງຜິວພັນ.

ຜ່ານມາ ກະແສການນິຍົມເອົາໝາກພ້າວ ບຳລຸງຜິວແມ່ນມາແຮງສົມຄວນນັບແຕ່ ມາດອນນ້າ (Madonna) ແລະ ເດມີ ມົວ (Demi Moore)ກໍ່ພາກັນດື່ມນໍ້າໝາກພ້າວມື້ລະກະຕຸກໃຫຍ່ (Gallon) ໃນຂະນະທີ່ນາງແບບຊື່ດັງຊາວອົສຕຣາລີ ມີແຣນດ້າ ເຄີ (Miranda Kerr)ກໍ່ເລືອກໃຊ້ນໍ້າມັນໝາກພ້າວຫລັງເກີດລູກ ຈົນເຮັດໃຫ້ຫຸ່ນເຂົ້າຮູບເຂົ້າຊົງໄດ້ແຈ້ງເກີດເທິງເວທີເດີນແບບ ວິກຕໍເຣຍ ຊີເຄຣັດ ໄດ້ຢ່າງສະຫງ່າງາມ ແລະ ທີ່ສຳຄັນ ເຄື່ອງສຳອາງຍີ່ຫໍ້ດັງໆທັງຫລາຍ ກໍ່ນຳສັບພະຄຸນຂອງໝາກພ້າວມາເປັນຈຸດຂາຍ ເວົ້າໄດ້ວ່າ ໝາກພ້າວເປັນສ່ວນປະສົມທີ່  ຕ້ອງມີ ” ຂອງເຄື່ອງສຳອາງເລີຍກໍວ່າໄດ້. ຄວາມຈິງແລ້ວ ທຸກສ່ວນຂອງໝາກພ້າວ ສາມາດນຳມາທຳປະໂຫຍດໄດ້ໝົດ ແຕ່ຄຸນສົມບັດຫລັກໃນການບຳລຸງຜິວພັນນັ້ນ ຢູ່ທີ່ ນໍ້າໝາກພ້າວ ກະທິແລະ ນໍ້າມັນໝາກພ້າວເປັນຫລັກ.

ນໍ້າມັນໝາກພ້າວ ຫຼື Virgin Coconut Oil ຈະໃຫ້ຜົນດີທີ່ສຸດໃນການບຳລຸງຜິວ ດ້ວຍສັບພະຄຸນໃນການກຳຈັດອະນຸມູນອິດສະຫລະເຊິ່ງເປັນສາເຫດເຮັດໃຫ້ຜິວກໍ່າໝອງ ເກີດຮອຍດ່າງດຳ ແລະ ຮອຍຫ່ຽວຫຸບນອກຈາກນັ້ນ ຍັງອຸດົມໄປດ້ວຍ ວິຕາມິນ E ທີ່ເປັນສານ ໄທໂຄໄທຣອີນອນ ເຊິ່ງເປັນຮູບແບບຂອງ ວິຕາມິນ E ທີ່ມີປະສິດຕິພາບ ແລະ ຫລາຍກວ່າຮູບແບບ ໂທໂຄເຟີຣອນ ທີ່ມີຢູ່ໃນເຄື່ອງສໍາອາງປິ່ນປົວຜິວທົ່ວໄປເຖີງ 40-50 ເທົ່າ ທີ່ສຳຄັນ ນໍ້າມັນໝາກພ້າວຍັງຊ່ວຍປ້ອງກັນ-ປິ່ນປົວຝ້າ, ສັກເໝິກ, ສີວ ແລະ ຍັງໃຊ້ເປັນຢາກັນແດດໄດ້ນຳອີກ ຫາກໃຜນຳມາໝັກເສັ້ນຜົມ ກໍ່ຈະເຮັດໃຫ້ ເສັ້ນຜົມເງົາງາມ ແລະ ຫາກນໍາມາກິນ ກໍ່ຈະຊ່ວຍຫລຸດຄວາມຢາກອາຫານ ພ້ອມຍັງຊ່ວຍເສີມພູມຄຸ້ມກັນ ແລະ ຊ່ວຍຄຸມນໍ້າໜັກໄດ້ອີກທາງໜຶ່ງ. ສ່ວນ ນໍ້າໝາກພ້າວ ອຸດົມໄປດ້ວຍແຮ່ທາດຫລາຍຊະນິດ ເອີ້ນວ່າເປັນ ເຄື່ອງດື່ມ ເກືອແຮ່ຈາກທຳມະຊາດ ແຮ່ທາດຈາກນໍ້າໝາກພ້າວປະກອບດ້ວຍ ໂພແທັດຊ້ຽມ, ເຫລັກ, ໂຊດ້ຽມ, ແຄນຊ້ຽມ, ແມັກນີຊ້ຽມ, ໂຟສະຟໍຣັດສ໌ ທອງແດງ, ກົດອະມີໂນ, ກົດອິນຊີ ແລະ ວິຕາມິນບີ ພ້ອມຍັງມີ ນໍ້າຕານ ກລູໂຄສ໌ ທີ່ຮ່າງກາຍນໍາໄປໃຊ້ເປັນພະລັງງານໄດ້ທັນທີອີກດ້ວຍ.

ນອກຈາກນັ້ນ ນໍ້າໝາກພ້າວຍັງຊ່ວຍໃຫ້ຜິວໜັງເປັ່ງປັ່ງ ແລະ ຂາວໃສຈາກພາຍໃນສູ່ພາຍນອກ ເພາະໃນນໍ້າໝາກພ້າວມີ ແອັດສະໂຕຣເຈັ້ນ ເຊິ່ງມີສ່ວນສຳຄັນໃນການສ້າງ ຄໍຣລາເຈັ້ນ ແລະ ອີລາສະຕິນ ເຮັດໃຫ້ຜິວຕື່ງເຕັມ, ຍືດຫົດ ແລະ ຊ່ວຍຍັບຍັ້ງການເກີດຮອຍຫ່ຽວກ່ອນໄວໄດ້ຂະນະດຽວກັນ ກໍຊ່ອຍກະຕຸ້ນການຈະເລີນເຕີບໃຫຍ່ ແລະ ແບ່ງເຊວໄດ້ດີ ແຖມຍັງມີລິດຊ່ວຍຂັບປັດສາວະ (ນໍ້າຍ່ຽວ) ຂັບຂອງເສດ ຫຼື ສານພິດອອກຈາກຮ່າງກາຍ ຈິ່ງຈະຊ່ວຍໃຫ້ຜິວພັນຜ່ອງໃສ ຄຽງຄູ່ກັນນັ້ນ
ນໍ້າໝາກພ້າວຍັງມີຄວາມເປັນ “ດ່າງ” ຈິ່ງຊ່ວຍປັບປຸງຄວາມສົມດູນຂອງຮ່າງກາຍໃນໄລຍະທີ່ມີຄວາມເປັນກົດສູງ, ເຮັດໃຫ້ກົນໄກການເຮັດວຽກຂອງລະບົບພາຍໃນເປັນປົກກະຕິ, ສົ່ງຜົນໃຫ້ສຸຂະພາບດີຈາກພາຍໃນສູ່ພາຍນອກ.
ສ່ວນນໍ້າກະທິນັ້ນ ເຖີງຈະມີໄຂມັນອີ່ມໂຕສູງ ແຕ່ຖ້ານໍາມາປະສົມກັບນໍ້າອຸ່ນແລ້ວລົງນອນແຊ່ ເປີດເພງຄ່ອຍໆ ທ່ານກໍ່ຈະໄດ້ທັງຄວາມມ່ວນຊື່ນ ແລະ ຜິວງາມ, ນິ້ມນວນ, ຊຸ່ມຊື່ນ ບໍ່ຕ່າງຈາກການແຊ່ນໍ້ານົມເລີຍ. ໃຜຢາກໃຫ້ຫຸ່ນກັບຄືນມາ ເຊັກຊີ ຄືສາວ ມີແຣນດ້າ ເຊີນເລີຍ…

 ຂອບໃຈທີ່ມາ:  www.vtetoday.la
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ









Post Bottom Ad