ຈະແກ້ໄຂແນວໃດ? ເມື່ອຄົນໃກ້ໂຕເຮົາເກີດອາການສະມັກ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຈະແກ້ໄຂແນວໃດ? ເມື່ອຄົນໃກ້ໂຕເຮົາເກີດອາການສະມັກ



ອາການສະມັກ ມັກເກີດຈາກອາຫານ ຫຼື ສິ່ງໃດໜຶ່ງຫຼົງເຂົ້າໄປໃນຫຼອດລົມ ຫຼື ທາງເດີນຫາຍໃຈ ເຮັດໃຫ້ຜູ້ສະມັກບໍ່ສາມາດເວົ້າໄດ້ ຫຼື ຫາຍໃຈໄດ້ ເຊິ່ງຫາກຊ່ວຍເຫຼືອບໍ່ທັນອາດເປັນອັນຕະລາຍເຖີງຊີວິດໄດ້ ໂດຍສະເພາະໃນກຸ່ມຜູ້ອາຍຸສູງ.

.ວັນນີ້ ຄໍລໍ່າ ສູຂະພາບ ແລະ ຄວາມງາມ ໄດ້ນໍາເອົາບົດຄວາມຂອງຕ່າງປະເທດມາເລົ່າສູ່ກັນຟັງ ເພື່ອໃຫ້ຮູ້ເຖີງວິທີປະຕິບັດ ແລະ ວິທີຮັບມືເມື່ອມີຄົນໃນຄອບຄົວເກີດອາການສະມັກ ເພື່ອຫຼຸດຜ່ອນຄວາມສ່ຽງທີ່ອາດຈະເກີດຂຶ້ນຈົນເຖີງຂັ້ນຮຸນແຮງ.
ຄວາມຮຸນແຮງ ຫຼື ອັນຕະລາຍຂອງການສະມັກ ມີດັ່ງນີ້:
§  ຕໍາແໜ່ງທີ່ເກີດການອັດຕັນໃນເວລາສະມັກເຊັ່ນ: ເກີດການອັດຕັນເໜືອບໍລິເວນສາຍສຽງ ສິ່ງທີ່ອັດຕັນກໍ່ຈະຫຼຸດອອກໄດ້ງ່າຍກວ່າບໍລິເວນທີ່ຕໍ່າກວ່າ
§  ຫາກຂະໜາດຂອງສິ່ງທີ່ໄປອັດຕັນມີຂະໜາດໃຫ່ຍຫຼາຍກໍ່ຈະຫຼຸດອອກໄດ້ຍາກ
§  ຖ້າເປັນການອັດຕັນພຽງບາງສ່ວນ ສິ່ງທີ່ເຂົ້າໄປອັດກໍ່ຈະຫຼຸດອອກມາໄດ້ງ່າຍກວ່າ
§  ໄລຍະເວລາທີ່ມີການອັດຕັນ ຫາກດົນເກີນໄປກໍ່ຈະເປັນອັນຕະລາຍຫຼາຍ ເນື່ອງຈາກສິ່ງອັດຕັນຈະເຮັດໃຫ້ເຍື່ອທໍ່ທາງເດີນຫາຍໃຈມີອາການບວມ ແລະ ກຶງ.

ອາການຂອງຄົນສະມັກທີ່ສັງເກດໄດ້:
§  ຜູ້ທີ່ສະມັກ ມັກຈະໃຊ້ມືໄປຈັບທີ່ຄໍຂອງຕົນເອງ
§  ຜູ້ທີ່ສະມັກ ຫາຍໃຈບໍ່ອອກ ໄອ ຫຼື ຫາຍໃຈບໍ່ໄດ້
§  ຜູ້ທີ່ສະມັກ ບໍ່ສາມາດເວົ້າໄດ້
§  ຜູ້ທີ່ສະມັກ ບໍ່ສາມາດໄອ ເພື່ອໃຫ້ອາຫານ ຫຼື ສິ່ງທີ່ຄາຄໍອອກມາໄດ້
§  ຮີມສົບ ແລະ ໜ້າປ່ຽນສີ
§  ໃນທີ່ສຸດ ຜູ້ທີ່ສະມັກຈະໝົດສະຕິ ແລະ ເປັນລົມ
ການສະມັກນັ້ນເກີດຂຶ້ນເນື່ອງຈາກມີສິ່ງກີດຂວາງທາງເດີນຫາຍໃຈ ຫຼື ຫຼອດລົມ ແລະ ມັັກເປັນສາເຫດຂອງການຕາຍທີ່ພົບເຫັນເລື້ອຍໆ ດັ່ງນັ້ນ ການຊ່ອຍເຫຼືອຜູ້ທີ່ສະມັກແມ່ນມີຄວາມຈໍາເປັນທີ່ຜູ້ຢູ່ອ້ອມຂ້າງຈະຕ້ອງຮູ້ ເພື່ອຊ່ວຍເຫຼືອຜູ້ສະມັກ ໂດຍມີວິທີການເບື້ອງຕົ້ນດັ່ງຕໍ່ໄປນີ້:
…….ຫາກຜູ້ທີ່ສະມັກບໍ່ສາມາດໄອໄດ້ເອງ ຫຼື ໄດ້ພະຍາຍາມໄອແລ້ວແຕ່ບໍ່ໄດ້ຜົນ ຜູ້ທີ່ເຫັນເຫດການຄວນຕົບແຮງໆທີ່ບໍລິເວນຫຼັງຂອງຜູ້ສະມັກ ເພື່ອກະຕຸ້ນໃຫ້ເກີດການໄອ ຄວນເຮັດຊໍ້າ 5 ຄັ້ງ ຫາກສິ່ງທີ່ຄາຄໍຍັງບໍ່ອອກມາໝົດ ວິທີ  Heimlich Maneuver ສາມາດປະຕິບັດໄດ້ໃນຜູ້ໃຫ່ຍ ຫຼື ເດັກທີ່ມີອາຍຸຫຼາຍກວ່າ 1 ຂວບຂຶ້ນໄປ:

  1.     ໃຫ້ຜູ້ສະມັກຢືນຂຶ້ນ
  2.    ຢືນທາງຫຼັງຜູ້ສະມັກໂດຍໃຫ້ຂາເບື້ອງໜຶ່ງຢູ່ລະຫວ່າງຂາທັງສອງເບື້ອງຂອງຜູ້ສະມັກ ເພື່ອຊູຜູ້ສະມັກໃນກໍລະນີໝົດສະຕິ
3. ຄວນແຈ້ງໃຫ້ຜູ້ສະມັກຊາບວ່າ ພວມໃຫ້ການຊ່ວຍເຫຼືອ
4.
ໃຊ້ແຂນທັງສອງເບື້ອງໂອບຮອບແອວຜູ້ສະມັກ ຄວນລະວັງຢ່າໃຫ້ແຂນຢູ່ບໍລິເວນກະດູກຂ້າງ ເນື່ອງຈາກອາດຈະມີຜົນເຮັດໃຫ້ດູກຂ້າງຫັກໄດ້
5. ກໍາມືຂ້າງໜຶ່ງ ໂດຍໃຫ້ນີ້ວໂປ້ຢູ່ຕິດກັບໂຕຜູ້ສະມັກ ໃນບໍລິເວນທີ່ເໜືອສາຍບືຂຶ້ນມາໜ້ອຍໜຶ່ງ ແລະ ຢູ່ໃຕ້ຂໍ້ຕໍ່ກະດູກແຜງໜ້າເອິກ

6. ໃຊ້ມືອີກເບື້ອງໜຶ່ງຈັບເບື້ອງທີ່ກໍາເອົາໄວ້
7. ອອກແຮງດັນມືທີ່ກໍາໄວ້ຂຶ້ນມາທາງເທິງຢ່າງວ່ອງໄວ ແລະ ຄວນອອກແຮງໃຫ້ຫຼາຍພໍທີ່ຈະດັນສິ່ງທີ່ຄາຄໍຢູ່ໃຫ້ອອກມາ
8. ໃນການອອກແຮງດັນນັ້ນ ຈະຊ່ວຍເຮັດໃຫ້ກະບັງລົມດັນໃຫ້ອາກາດອອກມາຈາກປອດຂອງຜູ້ສະມັກ ເຮັດໃຫ້ເກີດລັກສະນະທີ່ຄ້າຍຄືກັບໄອ
9.
ອອກແຮງຊູຜູ້ສະມັກເອົາໄວ້ ເນື່ອງຈາກຜູ້ສະມັກອາດໝົດສະຕິ ຫາກການຊ່ວຍເຫຼືອບໍ່ໄດ້ຜົນ
10.
ຄວນເຮັດຊໍ້າໄດ້ເຖິງ 5 ຄັ້ງ ຫາກບໍ່ໄດ້ຜົນຕ້ອງຮີບທໍາການກູ້ຊີບທັນທີ ແລະ ຄວນຮຽກລົດໂຮງໝໍໂດຍດ່ວນ
ຂໍ້ຄວນລະວັງ
§  ບໍ່ຄວນໃຊ້ວິທີ  Heimlich maneuver ຫາກບໍ່ແນ່ໃຈວ່າເປັນການສະມັກ
§  ໃນກໍລິນີທີ່ຜູ້ສະມັກໝົດສະຕິໄປແລ້ວ ຄວນຮຽກລົດໂຮງໝໍໂດຍດ່ວນ ແລະ ເລີ່ມທໍາການກູ້ຊີວິດ CPR ເປົ່າປາກ ປໍ້າຫົວໃຈ ຫາກມີອາການຫົວໃຈຢຸດເຕັ້ນທັນທີ
§  ກໍລະນີເປັນຍິງຕັ້ງທ້ອງ ແລະ ຄົນຕຸ້ຍ ສາມາດໃຊ້ວິທີ Heimlich maneuver ໂດຍໃຊ້ກໍາປັ້ນກົດໜ້າທ້ອງບໍລິເວນໃຕ້ລີ້ນປີ່ ພ້ອມກັບການຕົບ ຫຼື ຊັດຫຼັງແຮງໆພໍທີ່ຈະຊ່ວຍເພີ່ມແຮງດັນໃນຊ່ອງເອິກ ແລະ ທາງເດີນຫາຍໃຈ ເຮັດໃຫ້ສິ່ງທີ່ອັດຕັນນັ້ນຖືກຂັບອອກມາໄດ້ ແລະ ຄວນເຮັດຊໍ້າຖ້າສິ່ງອັດຕັນຍັງບໍ່ຫຼຸດອອກມາ
ສໍາລັບໃນກໍລະນີທີ່ເກີດກັບເດັກນ້ອຍ ມີຂໍ້ແນະນໍາງ່າຍໆດັ່ງນີ້:

§  ວາງເດັກຂວໍ້າລົງເທິງແຂນ ແລະ ວາງແຂນນັ້ນລົງເທິງໜ້າຕັກ ໃຫ້ຫົວຂອງເດັກຢູ່ຕໍ່າ ຫຼື ດ່ອຍລົງ
§  ເຄາະຫຼັງ 5 ຄັ້ງຕິດຕໍ່ກັນ ແຖວຫວ່າງກາງກະດູກປີກທັງສອງຂ້າງ (ກາງສັນຫຼັງຂ້ອນເມືອທາງເທິງ)
§  ພິກເດັກໃຫ້ຫງາຍເທິງແຂນອີກຂ້າງໜຶ່ງເຊິ່ງວາງໄວ້ເທິງໜ້າຕັກ, ໃຫ້ຫົວດ່ອຍຄືເກົ່າ ແລ້ວກົດໜ້າເອິກໂດຍໃຊ້ສອງນິ້ວກົດເທິງກະດູກໜ້າເອິກໃນຕໍາແໜ່ງເທິງຫົວນົມທັງສອງເບື້ອງລົງມາໜຶ່ງຝາມື
§  ເຮັດຊໍ້າອີກຈົນກວ່າສິ່ງທີ່ອັດຕັນຈະຫຼຸດອອກມາ ຫຼື ຈົນເດັກໝົດສະຕິ ຫາກເດັກໝົດສະຕິໃຫ້ທໍາການປະເມີນການຫາຍໃຈ ການເຕັ້ນກໍາມະຈອນ ແລະ ໃຫ້ການຊ່ວຍເຫຼືອການຫາຍໃຈ ສະຫຼັບກັບການເຄາະຫຼັງ ແລະ ກົດໜ້າເອິກ

ອາການສະມັກ ເຖິງວ່າບາງເທື່ອຈະຖືເປັນເລື່ອງທໍາມະດາ ແຕ່ຖ້າມີອາການຮຸນແຮງ ແລະ ບໍ່ຮູ້ວິທີຮັບມື ອາດເປັນອັນຕະລາຍເຖິງຊີວິດໄດ້.

 ຂອບໃຂທີ່ມາ:  www.vtetoday.la
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ









Post Bottom Ad