ທ່ານຮູ້ບໍ່ວ່າ ກີນຜັກ ແລະ ໝາກໄມ້ ແນວໃດ? ໃຫ້ຖືກ ຕາມໝວດເລືອດແຕ່ລະກຸບ. - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ທ່ານຮູ້ບໍ່ວ່າ ກີນຜັກ ແລະ ໝາກໄມ້ ແນວໃດ? ໃຫ້ຖືກ ຕາມໝວດເລືອດແຕ່ລະກຸບ.






ຄໍາແນະນຳໃນການກີນຜັກ ແລະ ໝາກໄມ້ ຕາມໝວດເລືອດແຕ່ລະກຸບ.

ເຮົາຄວນເລືອກກີນຜັກ ແລະ ໝາກໄມ້ໃຫ້ຫຼາກຫຼາຍສີສັນ ຫຼື ກີນໃຫ້ຄົບ 5 ສີ ເນື່ອງຈາກຜັກ ແລະ ໝາກໄມ້ແຕ່ລະສີຈະມີຄຸນຄ່າທາງອາຫານທີ່ແຕກຕ່າງກັນອອກໄປ, ຄວນເລືອກກີນຕາມຄວາມຫວານເຊັ່ນ:


      - ລົດຫວານຈັດ (ລີ່ນຈີ່, ໝາກມ່ວງສຸກ, ຖົ່ວລຽນ, ລໍາໄຍ)

      - ລົດຫວານປານກາງ (ໝາກນັດ, ໝາກເງາະ, ໝາກກ້ຽງ)

      -  ລົດຫວານນ້ອຍ (ໝາກມ່ວງດີບ, ສົ້ມໂອ, ແອັບເປີ່ນ)


ໂດຍໃຫ້ກິນສະຫຼັບກັນໄປ ເພື່ອບໍ່ໃຫ້ຮ່າງກາຍໄດ້ຮັບນໍ້າຕານນ້ອຍເກີນ ຫຼື ຫຼາຍເກີນໄປ. ເປືອກໝາກໄມ້ບາງຊະນິດກໍ່ມີປະໂຫຍດຢ່າງຫຼວງຫຼາຍຫາກປອກຖີ້ມໄປກໍ່ຈະເສຍດາຍເຊັ່ນ ເປືອກໝາກແອັບເປີ່ນແດງເຊິ່ງມີສານຕ້ານອະນຸມູນອິດສະຫຼະທຽບເທົ່າກັບວິຕາມິນຊີ 820 ມີລີກຣາມ ແລະ ເປືອກມັນຟຣັ່ງທີ່ອຸດົມໄປດ້ວຍໄຍອາຫານ ແລະ ແຮ່ທາດບາງຊະນິດຫຼາຍກວ່າເນື້ອມັນຟຣັ່ງເສຍອີກ. ແຕ່ກ່ອນຈະນໍາຜັກ ແລະ ໝາກໄມ້ມາກີນກໍ່ຄວນລ້າງໃຫ້ສະອາດເສຍກ່ອນ ເພື່ອຄວາມປອດໄພຈາກສານເຄມີຕ່າງໆ ຫຼື ເລືອກກີນຜັກ ແລະ ໝາກໄມ້ຕາມກຸບເລືອດເພື່ອໃຫ້ເໝາະສົມກັບຮ່າງກາຍຕົວເອງດັ່ງນີ້:


ກຸບ A ຄົນໃນກຸບນີ້ຈະມີປະລິມານກົດໃນກະເພາະຕໍ່າ ລະບົບຍ່ອຍອາຫານເຮັດວຽກບໍ່ດີເທົ່າທີ່ຄວນ ຈື່ງບໍ່ເໝາະກັບອາຫານຈຳພວກຊີ້ນ ຫຼື ນົມ ແຕ່ຈະເໝາະກັບອາຫານຈໍາພວກຜັກ ແລະ ໝາກໄມ້, ດັ່ງນັ້ນຄວນເລືອກກີນອາຫານປະເພດຜັກ ແລະ ໝາກໄມ້ທີ່ຊ່ວຍເພີ່ມກົດໃນກະເພາະອາຫານເຊັ່ນ: ໝາກນັດ...

ກຸບ B ຄົນກຸບນີ້ເປັນຄົນອ້ວນງ່າຍ ເພາະຮ່າງການມີລະບົບຍ່ອຍອາຫານໄດ້ດີ, ແຕ່ເຜົາຜານບໍ່ໄດ້ດີ ເຊິ່ງມັກມີບັນຫາເລື່ອງພູມຄຸ້ມກັນບໍ່ຄ່ອຍດີເປັນພູມແບ້ ຫຼື ເປັນຫວັດງ່າຍ, ມັກປວດຕາມຂໍ້ຕີນ ແລະ ຂໍ້ມື ຈື່ງແນະນໍາໃຫ້ກີນຜັກ ແລະ ໝາກໄມ້ທີ່ຊ່ວຍຮັກສາສົມດູນຂອງຮ່າງກາຍເຊັ່ນ: ກ້ວຍ, ໝາກຫຸ່ງ, ອະງຸ່ນ...

ກຸບ O ຄົນກຸບນີ້ໃນກະເພາະອາຫານຈະມີປະລິມານກົດທີ່ຫຼາຍ ຈຶ່ງເໝາະກັບການຍ່ອຍເນື້ອສັດ ແຕ່ລະບົບເຜົາຜານບໍ່ຄ່ອຍຈະດີ ຈຶ່ງເຮັດໃຫ້ຕຸ້ຍງ່າຍ ຈື່ງແນະນຳໃຫ້ກີນອາຫານທີ່ມີກົດໜ້ອຍເພື່ອໄປຊ່ວຍສ້າງສົມດູນໃນກະເພາະໄດ້ ໂດຍຈະບໍ່ເຮັດໃຫ້ກະເພາະເກີດການລະຄາຍເຄືອງເຊັ່ນ: ໝາກໄມ້ຕະກູນເບລີ່ຕ່າງໆ.

ກຸບ AB ຄົນກຸບນີ້ມັກມີບັນຫາເລື່ອງພູມຄຸ້ມກັນ ແລະ ມີກົດໃນກະເພາະຕໍ່າ, ຄວນກີນຜັກ, ໝາກໄມ້ ແລະ ຊີ້ນໃຫ້ມີຄວາມສົມດູນກັນເພື່ອຊ່ວຍຮັກສາສົມດູນໃນກະເພາະອາຫານເຊັ່ນ: ໝາກນັດ, ສົ້ມໂອ, ອະງຸ່ນ ແລະ ໝາກໄມ້ຕະກູນເບີລີ່ເປັນຕົ້ນ.


ຊັດສ່ວນຂອງການກີນຜັກ ແລະ ໝາກໄມ້ຕໍ່ວັນຄື: ໃຫ້ກີນຜັກ 3 ສ່ວນ ແລະ ໝາກໄມ້ອີກ 2 ສ່ວນ.


 ຂອບໃຈທີ່ມາຈາກ:   zappnuar.com
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ










Post Bottom Ad