ສຸຂະພາບດີດ້່ວຍ 13 ວິທີງ່າຍ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ສຸຂະພາບດີດ້່ວຍ 13 ວິທີງ່າຍ



ສຸຂະພາບດີດ້່ວຍ 13 ວິທີງ່າຍ

ການມີສຸຂະພາບທີ່ດີບໍ່ສາມາດຫາຊື້ໄດ້, ຫາກຢາກມີສຸຂະພາບທີ່ດີກໍ່ຕ້ອງເລີ່ມຕົ້ນໃຫ້ຖືກວິທີ ດັ່ງນັ້ນແອັດມີນຈະຂໍແນະນຳ 13 ເຄັດບໍ່ລັບ ລອງມາເບີ່ງກັນວ່າຈະມີຫຍັງແດ່.


   1.  ກິນອາຫານທີ່ມີປະໂຫຍດ
ປ່ຽນເມນູເດີມໆທີ່ແສນຈະໜ້າເບື່ອຂອງເຈົ້າດ້ວຍການເພີ້ມໂປຣຕີນດີໆຈາກປາ ບໍ່ວ່າຈະເປັນປາທູ່ນ່າ, ປາແຊວມ່ອນ, ປາຊາດີນ, ໄຂ່, ຊີ້ນສັດທີ່ບໍ່ຕິດໄຂມັນ, ພືດ ແລະ ຖົ່ວປະເພດຕ່າງໆ. ເພາະນອກຈາກຈະຍ່ອຍງ່າຍແລ້ວຍັງມີປະໂຫຍດຕໍ່ທຸດເພດທຸກໄວ.

   2.   ດື່ມນໍ້າໃຫ້ຫຼາຍ
ເພາະໃນຮ່າງກາຍຂອງເຮົາມີນໍ້າເປັນສ່ວນປະກອບຫຼາຍທີ່ສຸດ ມີເຖິງ 55-75 ເປີເຊັນຂອງນໍ້າໜັກຕົວ, ການດື່ມນໍ້ານອກຈາກຈະຊ່ວຍບໍ່ໃຫ້ຮ່າງກາຍຂາດພາວະນໍ້າແລ້ວຍັງສົ່ງຜົນດີຕໍ່ລະບົບຂັບຖ່າຍ, ການໄຫຼວຽນຂອງເລືອດລວມເຖິງການເພີ້ມຄວາມຊຸ່ມຊື່ນໃຫ້ແກ່ຜີວ. ການດື່ມນໍ້າທີ່ດີຄວນດື່ມໃຫ້ໄດ້ 8-12ຈອກຕໍ່ມື້ ຫຼື ຢາກຈະໃຫ້ໄດ້ຜົນດີຄວນດື່ມໃຫ້ໄດ້ຢ່າງນ້ອຍມື້ລະ 2 ລີດ.

   3.  ກິນຜັກ ແລະ ໝາກໄມ້ໃຫ້ໄດ້ຫຼາກຫຼາຍສີ
ໃນຜັກ ແລະ ໝາກໄມ້ບາງຊະນິດບາງສີຈະໃຫ້ຄຸນຄ່າສານອາຫານແກ່ຮ່າງກາຍທີ່ແຕກຕ່າງກັນອອກໄປເຊັ່ນ: ສີແດງຈາກໝາກເລັ່ນ, ແຕງໂມ, ສີສົ້ມຈາກແຄລັອດ, ໝາກກ້ຽງ ແລະ ສີຂຽວຈາກຜັກກາດ, ຜັກບົ້ງເປັນຕົ້ນ. ການກິນຜັກ ແລະ ໝາກໄມ້ທີ່ຫຼາກຫຼາຍນອກຈາກຈະຊ່ວຍເພີ້ມສີສັນແລ້ວຍັງຊ່ວຍໃຫ້ການກິນອາຫານບໍ່ໜ້າເບື່ອດີກດ້ວຍ.


4 4.  ກິນໃຫ້ເປັນ
ດ້ວຍການຫຼີກລ່ຽງອາຫານປະເພດຈືນ ຫຼື ອາຫານທີ່ອຸດົມໄປດ້ວຍໄຂມັນ ແລະ ຫັ້ນມາກິນອາຫານປະເພດຕົ້ມ, ໜື້ງ ແລະ ອົບຈະດີທີ່ສຸດ.

   5.ກິນອາຫານເຊົ້າ
ການກິນອາຫານເຊົ້ານອກຈາກຈະຊ່ວຍໃຫ້ຮ່າງກາຍສົດຊື່ນແລ້ວຍັງຊ່ວຍຕໍ່ຕ້ານການແຂງຕົວຂອງເລືອດເພາະຕອນເຊົ້າເລືອດໃນຮ່າງກາຍຂອງເຮົາຈະແຂງຕົວໄດ້ງ່າຍກ່ວາປົກກະຕິເຮັດໃຫ້ສານອາຫານໄປລ້ຽງສະໝອງໄດ້ໜ້ອຍລົງເຊິ່ງຈະກໍ່ໃຫ້ເກີດໂຣກສະໝອງເຊື່ອມໄດ້ງ່າຍ.

   6.      ຫຼີ້ກຫຼ່ຽງອາຫານຫວານເຄັມ
ອາຫານທີ່ມີລົດເຄັມຈັດ ຫຼື ຫວານຈັດນັ້ນນອກຈາກຈະສົ່ງຜົນເສຍຕໍ່ສຸຂະພາບແລ້ວ ຍັງສ່ຽງຕໍ່ການເກີດໂຣກອ້ວນ, ໂຣກເບົາຫວານ, ໂຣກຫົວໃຈ ແລະໂຣກຄວາມດັນເປັນຕົ້ນ.

   7.     ງົດດື່ມແອກໍຮໍ
ການດື່ມເຄື່ອງດື່ມທີ່ມີແອກໍຮໍ ນອກຈາກຈະເຮັດໃຫ້ເກີດພາວະຮ່າງກາຍຂາດນໍ້າແລ້ວ ຍັງສ່ຽງຕໍ່ການເກີດໂຣກຄວາມດັນສູງ ແລະ ໂຣກຕັບແຂງ.


   8.     ຢຸດເຊົາການສູບຢາ
ຫຼາຍຄົນມັກມີຂໍ້ອ້າງວ່າການສູບຢາຊ່ວຍຫຼຸດຄວາມຄຽດ, ຜ່ອນຄາຍສະໝອງ ແຕ່ແທ້ທີ່ຈິງແລ້ວມັນບໍ່ເປັນແນວນັ້ນເພາະການສູບຢາ 1 ກອກເຮັດໃຫ້ອາຍຸສັ້ນລົງ 7 ນາທີ ແລະ ຍັງສ່ຽງຕໍ່ການເກີດໂຣກປອດ, ໂຣດທາງເດີນຫາຍໃຈ, ໂຣກຫົວໃຈ ແລະ ໂຣກມະເລັງຕ່າງໆບໍ່ພຽງເທົ່ານີ້ຍັງທໍາຮ້າຍຄົນອ້ອມຂ້າງອີກດ້ວຍ ດັ່ງນັ້ນຍິ່ງຢຸດເຊົາໄວເທົ່າໃດກໍ່ຍິ່ງດີກັບຕົນເອງ ແລະ ຄອບຄົວເທົ່ານັ້ນ.

   9.       ຫາເວລາຜ່ອນຄາຍ
ທຸກມື້ນີ້ ຊີວິດໃນແຕ່ລະມື້ຂອງຄົນເຮົາມັກຈະເຈີກັບຄວາມວຸ້ນວາຍ, ຄວາມຄຽດ ແລະ ຄວາມກົດດັນຈາກສິ່ງຕ່າງໆຮອບຕົວ ດັ່ງນັ້ນເຮົາຄວນຫາເວລາຜ່ອນຄາຍຄວາມຄຽດໃຫ້ໄດ້, ອາດຈະເປັນການນັ່ງສະມາທິ ຫຼື ການອອກໄປຍ່າງຫຼີ້ນສວນສາທາລະນະ ເພື່ອຢຸດຄິດເລື້ອງຕ່າງໆ, ປ່ອຍວາງຄວາມວຸ້ນວາຍທັງໝົດອອກໄປ.

   11.   ການຜັກຜ່ອນໃຫ້ພຽງພໍ
ການຜັກຜ່ອນເປັນວິທີການທີ່ດີອີກວິທີໜຶ່ງ ທີ່ນອກຈາກຈະຊ່ວຍຜ່ອນຄາຍຄວາມເມື່ອຍລ້າ, ຄວາມຄຽດຕ່າງໆໄດ້ແລ້ວຍັງດີຕໍ່ອະໄວຍະວະພາຍໃນຂອງຮ່າງກາຍອີກດ້ວຍ, ເມືື່ອຮ່າງກາຍໄດ້ຮັບການຜັກຜ່ອນພຽງພໍຮ່າງກາຍເຮົາກໍ່ຈະສົດຊື່ນ, ສະໝອງເຮັດວຽກໄດ້ຢ່າງມີປະສິດຕິພາບຫຼາຍຂື້ນ.

   11.   ການປ່ອຍວາງ
ຫຼາຍໆຄົນມັກຈະທຸ້ມເທກັບການເຮັດວຽກຫຼາຍ, ບາງຄົນເຖີງກັບເອົາວຽກມາເຮັດຢູ່ບ້ານກໍ່ມີ ເຊິ່ງຖ້າເຮັດແບບນັ້ນເປັນປະຈຳຮ່າງກາຍຂອງເຮົາກໍ່ຈະເກີດຄວາມຄຽດແລ້ວບັ່ນທອນສຸຂະພາບລົງໃນທີ່ສຸດ ແລະ ຍັງເປັນສາເຫດທີ່ກໍ່ໃຫ້ເກີດໂຣກຕ່າງໆໄດ້ຢ່າງງ່າຍດາຍ ດັ່ງນັ້ນຄວນຈັດສັນເວລາໃຫ້ດີ ເມື່ອເຖີງເວລາເລີກວຽກກໍ່ຄວນຢຸດພັກດ້ວຍນະ.

   12.   ໃສ່ໃຈກັບນໍ້າໜັກຢ່າໃຫ້ເກີນ
ການຄວບຄຸມນໍ້າໜັກໃຫ້ຢູ່ໃນເກນທີ່ດີ ແລ້ວຍັງຊ່ວຍລົດຄວາມສ່ຽງຕໍ່ການເກີດໂຣກອ້ວນ, ໂຣກຫົວໃຈ ແລະ ໂຣກມະເລັງລຳໄສ້.

   13.   ອອກກຳລັງກາຍ
ການອອກກຳລັງກາຍເປັນວິທີໜຶ່ງທີ່ຊ່ວຍໃຫ້ສຸຂະພາບດີ ບໍ່ວ່າຈະເປັນການຍ່າງ, ການແລ່ນ ຫຼື ການເຕັ້ນແອໂຣບີກ ນອກຈາກຈະຊ່ວຍໃຫ້ຮ່າງກາຍຜ່ອນຄາຍຄວາມອິດເມື່ອຍແລ້ວຍັງຊ່ວຍບໍລິຫານປອດ, ເຮັດໃຫ້ຫົວໃຈສູບຊີດດີຂື້ນ, ຫົວໃຈແຂງແຮງຂື້ນ, ລະບົບການໄຫຼວຽນຂອງເລືອດດີຂື້ນລວມເຖິງບະບົບຕ່າງໆຂອງຮ່າງກາຍອີກດ້ວຍ ເມື່ອພູມຕ້ານທານຮ່າງກາຍຂອງເຮົາດີຂື້ນໂຣກໄພຕ່າງໆກໍ່ຈະບໍ່ກ້າຖາມຫາ.



ບໍ່ວ່າໄວອາຍຸສໍ່າໃດການມີສຸຂະພາບທີ່ດີຍ່ອມເປັນສິ່ງສໍາຄັນທີ່ສຸດ ສໍາຫຼັບໃຜທີ່ຮັກສຸຂະພາບຂອງຕົນເອງກໍ່ຢ່າລືມນຳເຄັດລັບ 13 ຂໍ້ນີ້ໄປໝູນໃຊ້ ຮັບຮອງວ່າສຸຂະພາບຂອງທ່ານຈະດີຂື້ນແນ່ນອນ.

ຂອບໃຈຂໍ້ມູນຈາກ:   chontichapoo2.wordpress.com

________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ








Post Bottom Ad