10 ເຄັດລັບອອກກຳລັງກາຍເພື່ອສຸຂະພາບ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

10 ເຄັດລັບອອກກຳລັງກາຍເພື່ອສຸຂະພາບ



10 ເຄັດລັບອອກກຳລັງກາຍເພື່ອສຸຂະພາບ

ໃຜໆກໍ່ຢາກມີສຸຂະພາບທີ່ແຂງແຮງ ແຕ່ການອອກກຳລັງກາຍຈະໃຫ້ໄດ້ສຸຂະພາບທີ່ດີນັ້ນຂື້ນຢູ່ກັບຫຼາຍປັດໄຈດັ່ງນີ້:

  1.ຮູ້ຈະປະເມີນຕົນເອງ: ການປະເມີນຕົນເອງໃນການອອກກຳລັງກາຍໃຫ້ພໍດີ ຈະຊ່ວຍໃຫ້ຮ່າງກາຍເຜົາຜານອາຫານ ແລະ ພະລັງງານສ່ວນເກີໄດ້ດີ ເຊິ່ງມີຂໍ້ສັງເກດຄື ຖ້າອອກກຳລັງກາຍເມື່ອຍແລ້ວ ຍັງຝືນຕໍ່ດ້ວຍຄວາມໜັກເທົ່າເກົ່າໂດຍບໍ່ເມື່ອຍເພີ່ມຂື້ນ ແລະ ພັກຜ່ອນບໍ່ເກີນ 10 ນາທີ ກໍ່ຮູ້ສຶກຫາຍເມື່ອຍແລ້ວ ສະແດງວ່າຮ່າງກາຍທົນໄດ້, ກົງກັນຂ້າມຖ້າອອກກຳລັງກາຍຈົນເມື່ອຍ, ທົນບໍ່ໄຫວ ຫຼື ພັກຜ່ອນແລ້ວຍັງບໍ່ດີເມື່ອຍ ແນະນໍາໃຫ້ຢຸດ, ຖ້າຝືນຫຼີ້ນຕໍ່ໄປອາດຈະເກີດຫົວໃຈວາຍກະທັນຫັນໄດ້.



  2. ມີໂຣກປະຈຳຕົວ ຫຼື ບໍ່: ຫາກມີໂຣກປະຈຳຕົວໃຫ້ປືກສາແພດ ກ່ອນທີ່ຈະເລືອກວິທີອອກກຳລັງກາຍເພື່ອຄວາມປອດໄພ.

  3. ແຕ່ງຕົວໃຫ້ເໝາະສົມ: ເຄື່ອງນຸ່ງຄວນເປັນແພຝ້າຍ ເພື່ອລະບາຍຄວາມຮ້ອນສະສົມທີ່ເກີດຂື້ນໃນຂະນະອອກກຳລັງກາຍ, ເພາະຄວາມຮ້ອນຈະເປັນຕົວຈຳກັດການອອກກຳລັງກາຍແລ້ວຍັງເປັນອັນຕະລາຍຕໍ່ລະບົບຕ່າງໆໃນຮ່າງກາຍໄດ້, ສ່ວນການເລືອກໃຊ້ເກີບກໍ່ຕ້ອງໃຫ້ເໝາະສົມກັບສະພາບຂອງສະໜາມ ເພື່ອຫຼຸດຄວາມສ່ຽງຈາກການບາດເຈັບໃນເວລາມີການເຄື່ອນໄຫວ.

  4.    ເລືອກເວລາອອກກຳລັງກາຍ: ຕອນເຊົ້າໆ ແລະ ຕອນແລງຈະເໝາະສົມທີ່ສຸດໃນການອອກກຳລັງກາຍກວ່າຕອນກາງເວັນເຊິ່ງຈະເຮັດໃຫ້ເມື່ອຍໄວ ແລະ ໄດ້ປະລິມານໜ້ອຍ, ບາງຄົນອາດໜ້າມືດເປັນລົມກໍ່ມີ, ດັ່ງນັ້ນຄວນເປັນເວລາດຽວກັນທຸກມື້ເພາະຈະສົ່ງຜົນດີຕໍ່ການປັບຕົວຂອງຮ່າງກາຍ.


  5.  ສະພາບກະເພາະອາຫານ: ຄວນງົດອາຫານໜັກເພື່ອປ້ອງກັນການເຈັບທ້ອງກ່ອນອອກກຳລັງກາຍ ຫຼື ຫຼີ້ນກິລາຢ່າງໜ້ອຍ 3 ຊົ່ວໂມງ ໂດຍສະເພາະກິລາທີ່ມີການກະທົບກະແທກເຊັ່ນ: ບານເຕະ, ບານບ້ວງ ລວມເຖິງກິລາທີ່ຫຼີນເປັນເວລາດົນນານເຊັ່ນ: ການແລ່ນມາລາທອນ, ຂີ່ລົດຖີບທາງໄກ ເຊິ່ງຄວນຮັບປະທານອາຫານຈຳພວກຄາໂບໄຮເດຣດທີ່ຍ່ອຍງ່າຍໃນປະລິມານທີ່ໜ້ອຍໆເປັນໄລຍະໆໆ.

  6.  ດື່ມນໍ້າໃຫ້ພຽງພໍ: ຫຼັງຈາກອອກກຳລັງກາຍຮ່າງກາຍຈະສູນເສຍນໍ້າເຖີງ 2 ລີດ ຫຼື ຫຼາຍກວ່ານັ້ນ, ດັ່ງນັ້ນເຮົາຄວນດ່ມນໍ້າເພື່ອຊົດເຊີຍໃຫ້ເທົ່າກັບປະລິມານນໍ້າທີ່ສູນເສຍໄປ ຫຼື ຫຼາຍກວ່າ, ໃຫ້ດື່ມເທື່ອລະໜ້ອຍ, ເປັນໄລຍະໆໆ.


  7.  ການບາດເຈັບລະຫວ່າງການອອກກຳລັງກາຍ: ໃຫ້ຢຸດພັກຈະດີທີ່ສຸດ, ແຕ່ຖ້າຫາກບາດເຈັບເລັກນ້ອຍອາດຈະອອກກໍາລັງກາຍຕໍ່ກໍ່ໄດ້ ແຕ່ຖ້າຫາກມີອາການເຈັບຫຼາຍຂື້ນກວ່າເກົ່າກໍ່ຕ້ອງໄດ້ຢຸດເຊົາທັນທີ ເພາະຖ້າຝືນຕໍ່ໄປອາດຈະເປັນອັນຕະລາຍເຖີງຊີວິດໄດ້.

  8.  ຈິດໃຈຕ້ອງພ້ອມ: ຄວນເຮັດໃຫ້ຈິດໃຈປອດໂປ່ງ, ຖ້າຫາກມີເລື່ອງບໍ່ສະບາຍໃຈກໍ່ບໍ່ຕ້ອງອອກກຳລັງກາຍ ເພາະອາດຈະເຮັດໃຫ້ເກີດອຸປະຕິເຫດໄດ້ງ່າຍ.

  9.    ຄວາມສະໝໍ່າສະເໝີ: ບໍ່ວ່າຈະອອກກຳລັງກາຍໃຫ້ສຸຂະພາບແຂງແຮງ ຫຼື ຫຼຸດນໍ້າໜັກ ແຕ່ຈະໄດ້ຜົນດີຊໍ່າໃດແມ່ນຂື້ນກັບປະລິມານ ແລະ ຄວາມໝັກເບົາຂອງການອອກກຳລັງກາຍດ້ວຍ.


  10. ພັກຜ່ອນໃຫ້ພຽງພໍ: ຫຼັງຈາກອອກກຳລັງກາຍກໍ່ຕ້ອງໃຫ້ຮ່າງກາຍໄດ້ພັກຜ່ອນໃຫ້ພຽງພໍ ເພື່ອໃຫ້ຮ່າງກາຍໄດ້ຝື້ນຟູສະພາບຮ່າງກາຍຂອງຕົນເອງ ແລະ ພ້ອມສໍາລັບການອອກກຳລັງກາຍຄັ້ງໃໝ່ຢ່າງມີປະສິດຕິພາບຕໍ່ໄປ.



ຂອບໃຂຂໍ້ມູນຈາກ:    ຍຸດທະນາ ອຸດົມພອນ ວຽກງານສົ່ງເສີມສຸຂະພາບສິລິລາດ

________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ









Post Bottom Ad