ເທັກນິກການແຕ່ງໜ້າ!! ໃສໆສະຕາຍເກົາຫຼີ... ແບບທີ່ຜູ້ຊາຍເຫັນເປັນຕ້ອງຫຼຽວຫຼັງ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເທັກນິກການແຕ່ງໜ້າ!! ໃສໆສະຕາຍເກົາຫຼີ... ແບບທີ່ຜູ້ຊາຍເຫັນເປັນຕ້ອງຫຼຽວຫຼັງ





ເທັກນິກການແຕ່ງໜ້າ ໃສໆສະຕາຍເກົາຫຼີ... ແບບທີ່ຜູ້ຊາຍເຫັນເປັນຕ້ອງຫຼຽວຫຼັງ

ສາວໆກັບເຄື່ອງສໍາອາງເປັນຂອງຄູ່ກັນຢູ່ແລ້ວ ສາວໆ ມັກແຕ້ມແຕ່ງໃບໜ້າຂອງຕົວເອງໃຫ້ເບິ່ງງາມ ແລະ ສົດໃສໃນສະຕາຍທີ່ເປັນຂອງຕົວເອງ  ແຕ່ສາວໆຫຼາຍຄົນກໍ່ໃຊ້ເຄື່ອງສໍາອາງຫຼາຍຈົນເກີນພໍດີ ຈົນບາງເທື່ອອາດເບິ່ງບໍ່ງາມໄດ້ ແລະ ສາວໆ ຮູ້ບໍ່ວ່າ ຜູ້ຊາຍເຂົາມັກສາວໆທີ່ແຕ່ງໜ້າໜ້ອຍໆ, ບາງໆພໍປະມານ ໃຊ້ເຄື່ອງສໍາອາງພຽງແຕ່ເພື່ອປົກປິດຈຸດບົກຜ່ອງ ແລະ ດຶງຄວາມສົດໃສຕາມທໍາມະຊາດອອກມາ ເທົ່ານັ້ນກໍ່ພຽງພໍແລ້ວ ແຕ່ສາວໆຫຼາຍຄົນອາດຈະລົງຮອງພື້ນໜາຈົນເກີນໄປ ຈົນເຮັດໃຫ້ບໍ່ເຫັນຜິວແທ້ຂອງຕົວເອງເລີຍ.


 ມື້ນີ້ ທາງ ປະກາດ ເຮົາມີເທັກນິກງ່າຍໆໃນການແຕ່ງໜ້າໃຫ້ເບິ່ງໃສໆເບິ່ງຄືອ່ອນກ່ວາໄວ ສະຕາຍສາວເກົາຫຼີ ແລະ ທີ່ຜູ້ຊາຍເຂົາປື້ມສຸດໆ ມາຝາກກັນນໍາ ການແຕ່ງໜ້າໃສໆ ນອກຈາກຈະເຮັດໃຫ້ສາວໆດູອ່ອນກ່ວາໄວແລ້ວ ຍັງເຮັດໃຫ້ລົດປັດໄຈການເກີດສິວອຸດຕັນຈາກການໃຊ້ເຄື່ອງສໍາອາງຫຼາຍເກີນໄປນໍາດ້ວຍ


 Key look

Key look ຂອງການແຕ່ງໜ້າໃສ່ໆ ເບົາໆ ສະຕາຍເກົາຫຼີນັ້ນ ຄືການລົງສີທີ່ເປືອກຕາເບົາໆ ບໍ່ເນັ້ນສີແກ້ມທີ່ຊັດເຈນ ແຕ່ປັດແກ້ມເບົາໆ ໃຫ້ເບິ່ງເປັນສີອົມຊົມພູເລັກນ້ອຍ ແລະ ສີປາກ ຕ້ອງບໍ່ແຈ້ງເກີນໄປ ໃຊ້ສີທີ່ເບິ່ງເປັນທໍາມະຊາດ ແລະ ຄິ້ວບໍ່ເຂັ້ມ ບໍ່ໃຫ້ຄືປີງຈັບໜ້າຈົນເກີນໄປ ຊຶ່ງການແຕ່ງໜ້າໃສໆ ເປັນສິ່ງທີ່ເບິ່ງແລ້ວໜ້າຮັກຫຼາຍ ແຖມຍັງສາມາດແຕ່ງໄດ້ໃນທຸກໂອກາດ ຕັ້ງແຕ່ການແຕ່ງໜ້າໃນຊີວິດປະຈໍາວັນ, ການແຕ່ງໜ້າໄປຮຽນ, ການແຕ່ງໜ້າໄປວຽກ  ຫຼື ໄປດອງ ກໍ່ສາມາດແຕ່ງສະຕາຍນີ້ໄດ້ງ່າຍ.

ສິ່ງທີ່ສາວໆຄວນເລືອກໃຊ້ໃນການແຕ່ງໜ້າ

ສີຄິ້ວ
ສີຄິ້ວຕ້ອງໃຫ້ເຂົ້າກັບສີຂອງຜົມທີ່ສຸດ ຖ້າທາເຂັ້ມ ຫຼື ອ່ອນ ກໍ່ບໍ່ໃຫ້ເກີນ 1 ຂີດສີເທົ່ານັ້ນ ແລະ ຄິ້ວບໍ່ຄວນໜາ ຫຼື ຄົມຫຼາຍຈົນເກີນໄປ ເພາະຈະເຮັດໃຫ້ຄິ້ວຄືປິງ ເບິ່ງບໍ່ເປັນທໍາມະຊາດ

ສີເປືອກຕາ
ຄວນເນັ້ນສີທີ່ເບິ່ງເປັນທໍາມະຊາດ ເຊັ່ນ ສີຊົມພູ, ສີສົ້ມ, ສີດິນ, ສີນໍ້າຕານອ່ອນ, ໂທນສີນູ໊ດ ທີ່ເບິ່ງເປັນທໍາມະຊາດ ສາວໆສາມາດເລືອກໃຊ້ອາຍແຊໂດວ໌ ເນື້ອຊິມເມີໄດ້ ເພື່ອເພິ່ມຄວາມໂດດເດັ່ນເປັນປະກາຍໃຫ້ແກ່ເປືອກຕາ

ສີແກ້ມ
ລຸກໃສໆ ຄວນເນັ້ນສີປັດແກ້ມໃຫ້ອ່ອນໆ ບໍ່ປັດເຂັ້ມຫຼາຍຈົນເກີນໄປ ເພາະຈະເຮັດໃຫ້ເບິ່ງເຂັ້ມ ສີທີ່ຄວນໃຊ້ຄວນເລືອກເປັນສີສົ້ມ, ສີຊົມພູອ່ອນໆ ບໍ່ຄວນໃຊ້ສີຊົມພູໂທນມ່ວງເຂັ້ມໆທີ່ເຂັ້ມຈົນເກີນໄປ ແລະ ບໍ່ຄວນໃຊ້ສີໂທນນໍ້າຕານແກ່ໆ ເພາະຈະເຮັດໃຫ້ໜ້າເຮົາເບິ່ງແກ່ກ່ອນໄວ

ສີປາກ
ຫາກຕ້ອງການລຸກໃສໆເປັນທໍາມະຊາດສຸດໆ ເນັ້ນສີຊົມພູໃສໆ, ສີສົ້ມ, ແດງອ່ອນໆ ແລະ ຜະລິດຕະພັນທີ່ຊ່ວຍໃຫ້ປາກສາວໆເບິ່ງເປັນທໍາມະຊາດໄດ້

ກີດອາໄລນ໌ເນີ
ຂຽນອາໄລນ໌ເນີ ໃຫ້ເບິ່ງຫວານໆເຮັດໃຫ້ດວງຕາໃຫຍ່ມົນ ໃບໜ້າໃສ ເບິ່ງເປັນທໍາມະຊາດ ບໍ່ຂີດໜາຈົນເກີນໄປເພາະຈະເຮັດໃຫ້ເບິ່ງເປັນຜູ້ຍິງ.


ທາຂອບຕາລຸ່ມແບບ Aegyo-Sal
Aegyo-Sal ຄືວິທີການທີ່ສາວໆ ເກົາຫຼີນິຍົມໃຊ້ຄື ທາອາຍແຊໂດວ໌ ຫຼື ໄຮໄລ້ໄວ້ທີ່ບໍລິເວນຂອບຕາລຸ່ມເຮັດໃຫ້ບໍລິເວນດວງຕາເບິ່ງສະຫວ່າງສົດໃສຂື້ນ

ການແຕ່ງໜ້າແບບທໍາມະຊາດຄືຫົວໃຈສໍາຄັນຂອງການແຕ່ງໜ້າສະຕາຍເກົາຫຼີ ເພາະເນັ້ນການແຕ່ງໜ້າແບບລຽບງ່າຍ ບໍ່ຫຼາຍເກີນໄປ ໃຫ້ຜິວເບິ່ງຄືງາມມີສຸກຂະພາບດີ ແລະ ມີສິສັນໜ້ອຍໜຶ່ງກໍ່ພຽງພໍ



 ຂອບໃຈຂໍ້ມູນຈາກ:    lifestyle.campus-star.com
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ









Post Bottom Ad