5 ທ່າບໍລິຫານກ້າມເນື້ອ!! ໃນເວລາ "ຂີ່ລົດ" ເຮັດໃຫ້ເກີດອາການເມື່ອຍ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

5 ທ່າບໍລິຫານກ້າມເນື້ອ!! ໃນເວລາ "ຂີ່ລົດ" ເຮັດໃຫ້ເກີດອາການເມື່ອຍ




5 ທ່າບໍລິຫານກ້າມເນື້ອລົດຄວາມເມື່ອຍໃນການຂັບຂີ່

ຄວາມກັງວົນກ່ຽວກັບບັນຫາລົດຕິດເປັນບັນຫາອັນທໍາອິດທີ່ຄົນໃຊ້ລົດໃນເມືອງໃຫຍ່ໃຫ້ຄວາມສໍາຄັນ ແຕ່ແທ້ຈິງແລ້ວຄົນທີ່ຕ້ອງໃຊ້ຊີວິດຢູ່ຫຼັງພວງມາໄລດົນໆເປັນສາເຫດໃຫ້ຕ້ອງປະເຊີນກັບອາການປວດເມື່ອຍ ບາງລາຍອາດຮ້າຍແຮງ ແລະ ກໍ່ໃຫ້ເກີດບັນຫາສຸຂະພາບຕາມມາໃນທີ່ສຸດ ໂດຍເພາະກັບຄົນຂັບລົດເປັນປະຈໍາທຸກວັນ ແລະ ຢູ່ໃນຫົນທາງເປັນເວລາດົນໆ.
ມື້ນີ້ ທາງ ປະກາດ ຂໍນໍາສະເໜີ 5 ວິທີການບໍລິຫານກາຍງ່າຍໆ ທີ່ສາມາດຊ່ວຍຢືດກ້າມເນື້ອແກ້ອາການເມື່ອຍໃນຂະນະທີ່ຂັບລົດ ຄືກັບວ່າໄດ້ເຂົ້າສະປານວດຜ່ອນຄາຍກັນເລີຍລະ!

  

5 ທ່າຢືດກ້າມເນື້ອ
ທ່າຢືດກ້າມເນື້ອແຂນທາງລຸ່ມ ຂ້ອມແຂນຢຽດສອກໃຫ້ສຸດ ກະດົກມືຂື້ນລົງ ໃຊ້ມືອີກຂ້າງດັນເຂົ້າຫາລໍາຕົວ

ທ່າຢືດກ້າມເນື້ອຕົ້ນຄໍ ຫັນຫົວລົງຊື່ໃຊ້ມືສອງຂ້າງປະສານໄວ້ກັບຫົວໃຊ້ແຮງກົດລົງເບົ່າໆ

ທ່າຢືດກ້າມທ້ອງແຂນ ຍົກແຂນຂື້ນງໍສອກໄປທາງຫຼັງຈາກນັ້ນໃຊ້ແຂນເບື້ອງກົນກັນຂ້າມດັນຂໍ້ສອກໄປທາງຫຼັງ

ທ່າຢືດກ້າມເນື້ອສະບັດ ຢຽດແຂນໄຂວໄປເບື້ອງກົງກັນຂ້າມໃຊ້ແຂນອີກຂ້າງງໍສອກລ໊ອກ ແລະອອກແຮງດຶງໄປ

ເບື້ອງກົງກັນຂ້າມ

ທ່າຢືດກ້າມເນື້ອບາ ອຽງຫົວໄປທາງຂ້າງ ໃຊ້ມືຂ້າງດຽວກັບທີ່ອຽງໄປຊ່ວຍດຶງຫົວໄປ ມືອີກຂ້າງຈັບຂອບຕັ່ງ.

ຈາກຄໍາແນະນໍາ 5 ທ່າເບື້ອຕົນ ໃຫ້ທ່ານຜູ້ອ່ານໄດ້ເຫັນເຖິ່ງວິທີ່ການຜ່ອນຄາຍກ້າມເນື້ອຂະນະຂັບລົດແລ້ວຢ່າລືມ
ວ່າການນັ່ງຂັບລົດໃຫ້ຖືກວິທີກໍ່ເປັນອີກຕົວຊ່ວຍໜຶ່ງໃນການຊ່ວຍໃຫ້ການຂັບຂີ່ຂອງທ່ານສະບາຍ ແລະ ຍັງສາມາດ
ຊ່ວຍເພິ່ມ
ປະສິດທິພາບໃຫ້ຂັບຂີ່ປອດໄພຍິ່ງຂື້ນອີກດ້ວຍ.
ຂອບໃຈທີ່ມາ:   www.wongnai.com


________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ









Post Bottom Ad