10 ພະຍາດ ທີ່ເກີດຈາກ ການກິນອາຫານໜ້ອຍເກີນໄປ ອັນຕະລາຍກວ່າທີ່ຄິດ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

10 ພະຍາດ ທີ່ເກີດຈາກ ການກິນອາຫານໜ້ອຍເກີນໄປ ອັນຕະລາຍກວ່າທີ່ຄິດ


10 ພະຍາດທີ່ເກີດຈາກ ການກິນອາຫານໜ້ອຍເກີນໄປ ອັນຕະລາຍກວ່າທີ່ຄິດ

ການຂາດສານອາຫານບໍ່ແມ່ນເລື້ອງນ້ອຍໆ ເພາະຈະສ່ຽງຕໍ່ການເປັນພະຍາດອີກຫຼາຍຊະນິດດັ່ງນັ້ນ ຄົນທີ່ມັກເລືອກອາຫານຄວນລະວັງ.

ໃນປະຈຸບັນນີ້ ຄົນມັກກິນອາຫານກັນຍາກຂື້ນ, ບາງຄົນກໍ່ເລືອກກິນອາຫານ, ບາງຄົນກໍ່ກິນໜ້ອຍເປັນຕົ້ນແມ່ນເດັກນ້ອຍທີ່ມັກຈະເຂ່ຍຜັກອອກຈາກຈານອາຫານ ຫຼື ກຸ່ມຄົນທີ່ຢາກຫຼຸດນໍ້າໜັກແຕ່ເລືອກທີ່ຈະຫຼຸດແບບບໍ່ຖືກວິທີ ໂດຍໃຊ້ການອົດອາຫານ ຫຼື ກິນໜ້ອຍໆແທນເຊິ່ງພຶດຕິກໍາເຫຼົ່ານີ້ຈະສົ່ງຜົນກະທົບຕໍ່ຮ່າງກາຍຢ່າງຫຼວງຫຼາຍເພາະເຮັດໃຫ້ຮ່າງກາຍຂາດສານອາຫານຕ່າງໆໄດ້, ຄົນໃນຊົນນະບົດ ຫຼື ຄົນທີ່ຢູ່ໃນສະພາບແວດລ້ອມທີ່ບໍ່ມີທາງເລືອກໃນການກິນອາຫານ, ຄົນກຸ່ມນີ້ກໍ່ເປັນກຸ່ມໜຶ່ງທີ່ມີຄວາມສ່ຽງສູງຕໍ່ໂລກຂາດສານອາຫານແລະຈະເປັນສາເຫດທີ່ພາໃຫ້ເກີດພະຍາດເຫຼົ່ານີ້:


1. ພາວະທຸບໂພຊະນາການ


ກ່ອນອື່ນຕ້ອງບອກວ່າພາວະທຸບໂພຊະນາການກໍ່ຄື ການໄດ້ຮັບປະລິມານສານອາຫານທີ່ບໍ່ສົມດູນກັນເຊິ່ງອາດຈະເປັນເພາະການກິນອາຫານຫຼາຍເກີນໄປ ຫຼື ໜ້ອຍເກີນໄປ.


ໃນກໍລະນີທີ່ກິນຫຼາຍເກີນໄປ ມັກພົບໃນກຸ່ມຄົນທີ່ອາໄສຢູ່ໃນເມືອງໃຫ່ຍໆເພາະມີໂອກາດເລືອກກິນອາຫານໄດ້ຢ່າງຫຼວງຫຼາຍ ເຊິ່ງຈະນໍາໄປສູ່ຄວາມສ່ຽງໃນການເກີດໂລກອ້ວນ ແລະ ໄຂມັນໃນເລືອດສູງ, ສ່ວນກໍລະນີຂາດສານອາຫານ ມັກເກີດໃນກຸ່ມຄົນທີ່ອາໄສຢູ່ຊົນນະບົດຫ່າງໄກສອກຫຼີກທີ່ມີຖານະຍາກລຳບາກ, ອາຫານບາງປະເພດຊອກຫາກິນຍາກ ກໍ່ມີໂອກາດທີ່ຈະບໍ່ໄດ້ຮັບສານອາຫານທີ່ພຽງພໍເຊິ່ງອາດຈະເຮັດໃຫ້ມີອາການອ່ອນເພຍ, ພູມຕ້ານທານຕໍ່າ, ຕິດເຊື້ອໄດ້ງ່າຍ ແລະ ເປັນພະຍາດຕ່າງຕາມຊະນິດຂອງສານອາຫານທີ່ຂາດ.


ວິທີຮັກສາ ແລະ ປ້ອງກັນບໍ່ໃຫ້ເກີດພາວະທຸບໂພຊະນາການອາຫານກໍ່ຄື: ຖ້າຫາກຮູ້ວ່າຂາດສານອາຫານປະເພດໃດກໍ່ຕ້ອງຊອກຫາອາຫານປະເພດນັ້ນມາກິນໃຫ້ຫຼາຍຂື້ນ ຫຼື ຖ້າຫາກມີອາການຮຸນແຮງກໍ່ຕ້ອງໄປຫາແພດເຊິ່ງແພດກໍ່ອາດຈະໃຫ້ສານອາຫານຊະນິດນັ້ນທາງຫຼອດເລືອດດໍາ.



2. ທ້ອງຜູກ

ໂລກທ້ອງຜູກ ເກີດຈາກຮ່າງກາຍຂາດສານອາຫານປະເພດໄຟເບີຈາກຜັກ ແລະ ໝາກໄມ້ ດັ່ງນັ້ນການຂາດໄຟເບີກໍ່ເປັນສາເຫດຫຼັກທີ່ເຮັດໃຫ້ມີອາການທ້ອງຜູກ,ຖ່າຍຍາກ,ຖ່າຍອອກມາເປັນກ້ອນແຂງໆສ່ວນໃຫ່ຍຈະພົບໃນກຸ່ມທີ່ຫຼຸດນໍ້າໜັກເນື່ອງຈາກການຮັບປະທານຄາໂບໄຮເດຣດຊະນິດດີເຊັ່ນ: ໂຮລວີດ,ໂຮລເກຣນບໍ່ພຽງພໍ. ດັ່ງນັ້ນຖ້າບໍ່ຢາກທ້ອງຜູກກໍ່ຕ້ອງກິນອາຫານທີ່ມີໄຟເບີ ຫຼື ກາກໄຍໃຫ້ຫຼາຍ.


3. ມືນຊາຕາມຮ່າງກາຍ

ໂຣກນີ້ເກີດຈາກການຂາດວິຕາມິນ ບີ1 ເຊິ່ງເປັນສານອາຫານສໍາຄັນທີ່ຊ່ວຍສົ່ງກະແສຄວາມຮູ້ສຶກຂອງເສັ້ນປະສາດທຸກສ່ວນຂອງຮ່າງກາຍ, ຖ້າຫາກເຮົາກິນອາຫານທີ່ມີວິຕາມິນ ບີ1 ໜ້ອຍເກີນໄປຈະສັງເກດໄດ້ວ່າຈະມີອາການມືນຊາຢູ່ສ່ວນໃດສ່ວນໜຶ່ງໂດຍມາຈາກບໍລິເວນປາຍນີ້ວມື, ປາຍຕີນ ແລະ ຂາ. ແຕ່ຖ້າຂາດວິຕາມິນ ບີ1 ເປັນເວລາດົນນານຮ່າງກາຍກໍ່ຈະດຶງເອົາວິຕາມິນທີ່ສະສົມຢູ່ໃນຮ່າງກາຍອອກມາໃຊ້, ເຊິ່ງຈະໝົດພາຍໃນໜື່ງເດືອນ. ສົ່ງຜົນເຮັດໃຫ້ຮ່າງກາຍອ່ອນເພຍ, ແຂນຂາບໍ່ມີແຮງ, ຫັວໃຈເຕັ້ນຜິດຈັງຫວະ ແລະ ຮ້າຍແຮງກວ່ານັ້ນເຮັດໃຫ້ຫົວໃຈຫຼົ້ມເຫຼວຈົນເສຍຊີວິິດກໍ່ເປັນໄດ້. ດັ່ງນັ້ນ ເຮົາຄວນກິນອາຫານທີ່ມີວິຕາມິນ ບີ1 ໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍຄືປະມານ 1 ມີລີກຣາມຕໍ່ມື້ສໍາລັບຜູ້ຊາຍ ແລະ 0.9ມີລີກຣາມສໍາລັບຜູ້ຍິງ, ເຊິ່ງຫາກິນໄດ້ຈາກພືດ, ໄຂ່ແດງ, ຕັບ ແລະ ໝູ.


4. ສາຍຕາເຊື່ອມ

ໂຣກນີ້ຈະມີອາການ ຈໍຕາເຊື່ອມ, ຕາຟາງໃນເວລາເບີ່ງການຄືນ, ຕາແຫ້ງ, ຕ່ອມນໍ້າຕາບໍ່ເຮັດວຽກ ເມື່ອມີອາການໜັກຂື້ນຕາກໍ່ຈະເປັນສີເທົາເຂັ້ມ, ແກ້ວຕາເປັນສີຟ້າ, ອັກເສບໄດ້ງ່າຍຈົນເຮັດໃຫ້ຕາບອດໄດ້. ແຕ່ເຖິງຢ່າງໃດກໍ່ຕາມໂຣກນີ້ສາມາດຮັກສາ ແລະ ປ້ອງກັນໄດ້ງ່າຍໆ ດ້ວຍການກິນອາຫານທີ່ມີວິຕາມິນເອ ເພາະໂຣກນີ້ເກີດມາຈາກການຂາດວິຕາມິນເອ ແລະ ວິຕາມິນເອກໍ່ເປັນສານອາຫານທີ່ສຳຄັນສຳລັບປະສາດຕາ.


5. ເລືອດຈາງ

ສາເຫດເກີດມາຈາກ ການຂາດທາດເຫຼັກ, ເນື່ອງຈາກທາດເຫຼັກໃນຮ່າງການບໍ່ມີພຽງພໍທີ່ຈະສ້າງຮີໂມໂກຣບີິ ເຊິ່ງສ່ວນໃຫ່ຍມັກເກີດກັບຜູ້ຍິງເພາະເສຍເລືອດເປັນປະຈຳທຸກເດືອນ ຫຼື ຂາດທາດເຫຼັກຫຼາຍຫຼັງຈາກເກີດລູກ ໂດຍຈະມີອາການອ່ອນເພຍ, ເມື່ອຍງ່າຍ, ຫົວໃຈເຕັ້ນແຮງ ແລະ ສີຜີວຊີດດໍາ. ຖ້າຫາກຜູ້ໃດຢາກປ້ອງກັນໂຣກນີ້ໄວ້ກ່ອນກໍ່ສາມາດເຮັດໄດ້ໂດຍການກິນອາຫານທີ່ມີທາດເຫຼັກ ເຊິ່ງມາຈາກຊີ້ນສັດ, ເຄື່ອງໃນສັດ, ອາຫານທະເລ, ໄຂ່ ແລະ ຜັກໃບຂຽວ ແຕ່ຕ້ອງລະວັງບໍ່ໃຫ້ມີປະລິມານທີ່ຫຼາຍເກີນໄປເພາະອາດຈະສົ່ງຜົນເສຍຕໍ່ຕັບ ແລະ ຫົວໃຈໄດ້. ສໍາຫຼັບຜູ້ຊາຍຄວນໄດ້ຮັບທາດເຫຼັກປະມານ 10 ມີລີກຣາມຕໍ່ມື້ ແລະ ຜູ້ຍິງຄວນໄດ້ຮັບປະມານ 15 ມີລີກຣາມຕໍ່ມື້, ສ່ວນແມ່ຍິງຖືພາຄວນໄດ້ຮັບປະມານ 40 ມີລີກຣາມຕໍ່ມື້ ແລະ ເມື່ອເກີດລູກແລ້ວແຕ່ຍັງຢູ່ໃນພາວະໃຫ້ນົມລູກຄວນຫຼຸດລົງມາໃຫ້ເຫຼືອປະມານ 15 ມີລີກຣາມຕໍ່ມື້ເຊັ່ນເດີມ.




6. ພະຍາດໄທຣອຍ

ເປັນໂຣກທີ່ມີສາເຫດເກີດມາຈາກ ການຂາດສານໄອໂອດິນ, ເຮັດໃຫ້ຮ່າງກາຍອ່ອນເພຍ, ງ່ວງຊືມ, ການຍ່ອຍອາຫານຫຼຸດລົງ ແລະ ມີກ້ອນບໍລິເວນຄໍ. ເຊິ່ງສາມາດປ້ອງກັນໄດ້ດ້ວຍການກິນອາຫານທີ່ມີໄອໂອດີນໃນປະລິມານທີ່ພຽງພໍຄື 150-200 ໄມໂຄກຣາມຕໍ່ມື້ ໂດຍອາຫານທີ່ມີໄອໂອດີນສູງໄດ້ແກ່ອາຫານທະເລ.


7. ປັນຍາອ່ອນ

ສ່ວນຫຼາຍມັກເປັນຕັ້ງແຕ່ເກີດ ເນື່ອງຈາກແມ່ຍິງທີ່ຖືພາຂາດໄອໂອດີນ ເຮັດໃຫ້ຕົວອ່ອນໃນທ້ອງຈະເລີນເຕີບໂຕບໍ່ເຕັມທີ່ ແລະ ບໍ່ສາມາດສ້າງຮໍໂມນໄທຣອຍໄດ້, ເຊິ່ງຮໍໂມນນີ້ມີສ່ວນສຳຄັນໃນການພັດທະນາສະໝອງຈຶ່ງເຮັດໃຫ້ລູກທີ່ເກີດອອກມານັ້ນພິການ, ມີອາການຫູໜອກ, ເປັນໄບ້, ມີສະຕິປັນຍາຕໍ່າ ຫຼື ຮ້າຍແຮງກວ່ານັ້ນອາດເຮັດໃຫ້ເຮັດໃຫ້ລູກເສຍຊີວິດຕັ້ງແຕ່ຢູ່ໃນທ້ອງ, ເຖີງແນວໃດກໍ່ຕາມໂຣກນີ້ສາມາດປ້ອງກັນໄດ້ ໂດຍໃຫ້ແມ່ທີ່ກໍາລັງຖືພາໄດ້ບໍລິໂພກໄອໂອດີນໃນປະລິມານທີ່ເໝາະສົມ ຄືປະມານມື້ລະ 250 ໄມໂຄກຣາມ ເຊິ່ງຫາໄດ້ຈາກອາຫານທະເລທຸກຊະນິດ ຫຼື ບໍລິໂພກເກືອໄອໂອດີນພຽງມື້ລະ 1 ບ່ວງຊາ (5 ກຣາມ) ກໍ່ຈະໄດ້ຮັບໄອໂອດີນທີ່ພຽງພໍຕໍ່ຄວາມຕ້ອງການຂອງຮ່າງກາຍ.

8. ໜີ້ວໃນທໍ່ປັດສະວະ

ສ່ວນຫຼາຍມັກເກີດກັບຜູ້ຊາຍ ໂດຍຈະມີອາການປັດສະວະຍາກ, ປັດສະວະເປັນເລືອດ, ປັດສະວະແລ້ວແສບ ຫຼື ປວດທ້ອງນ້ອຍ ເນື່ອງຈາກຂາດໂພແທັກຊ່ຽມ, ແມັກນີຊ່ຽມ ແລະ ຟອສຟໍຣັດ ເພາະສານອາຫານດັ່ງກ່າວສາມາດໄປຫຼຸດການກໍ່ຕົວຂອງຜືກອັອກຊາເລດທີ່ເປັນສາເຫດໜຶ່ງຂອງການເກີດໜີ້ວໄດ້ ເຊິ່ງໄດ້ແກ່ອາຫານຈຳພວກໄຂ່, ນົມ, ເຫັດ, ສັດປີກ, ເຄື່ອງໃນສັດ, ຖົ່ວ, ເມັດພືດ, ຜັກໃບຂຽວ ແລະ ໝາກໄມ້.







9. ກະດູກອ່ອນ

ແນ່ນອນວ່າສິ່ງທີ່ຈຳເປັນແກ່ກະດູກກໍ່ຄື ແຄລຊ່ຽມ, ຟອສຟໍຣັດ ແລະ ວິຕາມີນດີ, ໂດຍອາການກະດູກອ່ອນເຮັດໃຫ້ຊົງຂອງກະດູກປ່ຽນໄປເຊັ່ນ: ຂາກົ່ງ, ເຂົ່າຕິດກັນ ຫຼື ກະດູກໂຄ້ງແອນອີກທັງຍັງມີອາການອ່ອນເພຍ ແລະ ກ້າມເນື້ອກະຕຸກ ແຕ່ເຖີງແນວໃດກໍ່ຕາມເຮົາສາມາດປ້ອງກັນໄດ້ດ້ວຍການກິນອາຫານທີ່ມີແຄລຊ່ຽມ, ຟອສຟໍຣັດ ແລະ ວິຕາມິນດີໃຫ້ຫຼາຍໆ ເຊິ່ງສ່ວນໃຫ່ຍຈະມີຢູ່ໃນ ນົມ, ງາ, ຖົ່ວ, ເຕົາຮູ້, ໄຂ່ແດງ, ເຄື່ອງໃນ, ປາ ແລະ ຜັກໃບຂຽວ.


10. ສະໝອງເຊື່ອມ

ສາເຫດມາຈາກການຂາດວິຕາມີນບີ ເຊວສະໝອງອາດຈະເຮັດວຽກບໍ່ມີປະສິດຕິພາບຄືເກົ່າ ຈົນເປັນສາເຫດທີ່ເຮັດໃຫ້ສະໝອງເຊື່ອມໄດ້, ສະນັ້ນທາງທີ່ດີເຮົາຄວນກິນອາຫານທີ່ມີວິຕາມີນ ບີ1, ບີ6 ແລະ ບີ12 ໃຫ້ຫຼາຍໆເຊັ່ນ: ທັນຍະພືດ, ຖົ່ວ, ງາ, ເນື້ອສັດ, ຜັກ, ປາ ແລະ ນົມ.ເພື່ອຫຼຸດຄວາມສ່ຽງທີ່ຈະເປັນໂຣກສະໝອງເຊື່ອມໄດ້.


ເຫັນບໍ່ວ່າການທີ່ເຮົາຂາດສານອາຫານສາມາດເຮັດໃຫ້ເປັນໂຣກຕ່າງໆໄດ້ຢ່າງຫຼວງຫຼາຍຂະໜາດນີ້, ດັ່ງນັ້ນເຮົາຄວນຫັນມາໃສ່ໃຈເບິ່ງແຍງສຸຂະພາບດ້ວຍການກິນອາຫານໃຫ້ຄົບ 5 ໝູ່ ເພື່ອໃຫ້ຮ່າງກາຍໄດ້ຮັບສານອາຫານຢ່າງຄົບຖ້ວນ ເພື່ອຊ່ວຍໃຫ້ຮ່າງກາຍແຂງແຮງ ແລະ ຫຼຸດຄວາມສ່ຽງທີ່ເກີດຈາກການຂາດສານອາຫານເຫຼົ່ານີ້ໄດ້.




________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ



Post Bottom Ad