6 ສາເຫດທີ່ພາໃຫ້ “ຜົມລົ່ນ ແລະ 4 ວິທີແກ້ໄຂ” ໂດຍທີ່ທ່ານອາດບໍ່ເຄີຍຮູ້ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

6 ສາເຫດທີ່ພາໃຫ້ “ຜົມລົ່ນ ແລະ 4 ວິທີແກ້ໄຂ” ໂດຍທີ່ທ່ານອາດບໍ່ເຄີຍຮູ້






6 ສາເຫດທີ່ພາໃຫ້ ຜົມລົ່ນ ແລະ 4 ວິທີແກ້ໄຂ ໂດຍທີ່ທ່ານອາດບໍ່ເຄີຍຮູ້

ຫຼາຍຄົນເລີ່ມກັງວົນທຸກຄັ້ງເມືອສະຜົມແລ້ວເຫັນຜົມຂອງຕົວເອງລົ່ນ ແລະ ບາງກ່ວາເກົ່າ ແຕ່ອາຍຸເຮົາກໍ່ຍັງບບໍ່ຫຼາຍຜົມກໍ່ບໍາລຸງຢ່າງດີ, ເປັນຫຍັງຜົມຍັງລົ່ນ ແທ້ຈິ່ງແລ້ວທ່ານອາດມີພຶດຕິກໍາທີ່ເຮັດໃຫ້ຜົມລົ່ນຜົມບາງໂດຍບໍ່ຮູ້ຕົວກໍ່ເປັນໄດ້ ຊັ້ນເຮົາມາລອງເຊັກກັນເລີຍວ່າທ່ານມີພຶດຕິກໍາດັ່ງກ່າວບໍ! 

1.     ສະຜົມຫຼາຍເກີນໄປ
ໝຸ່ມໆສາວໆທີ່ໜັງຫົວມັນ ຫຼື ຄົນທີ່ອອກກໍາລັງກາຍທຸກວັນ ຈົນຕ້ອງເຮັດໃຫ້ເຮົາສະຜົມທຸກມື້ແທ້ຈິງແລ້ວການສະຫົວຫຼາຍເກີນໄປອາດເຮັດໃຫ້ໜັງຫົວແຫ້ງຈົນເກີດອາການຄັນຫົວ, ລະຄາຍເຄືອງຈົນເປັນຂີ້ລັງແຄ ແລະ ເຮັດໃຫ້ຜົມລົ່ນໄດ້ໃນທີ່ສຸດ
2.    ຫວີຜົມແຮງໆ ຫຼາຍເທື່ອ ແລະ ຫວີຜົມຂະນະຜົມປຽກ
ສາວໆຜົມຍາວທີ່ອາດຈະຮັກຜົມຕົວເອງຫຼາຍ ຈັບຫວີຂື້ນມາທຸກໆຊົ່ວໂມງ ຫຼື ຫວີຜົມໃນຂະນະທີ່ຜົມຍັງປຽກຢູ່ ທ່ານອາດກໍາລັງທໍາຮ້າຍຜົມຂອງທ່ານໂດຍບໍ່ຮູ້ຕົວ ເພາະນອກຈາກການຫວີຜົມຈະເຮັດໃຫ້ເສັ້ນຜົມຫຼຸດລົ່ນຫຼາຍຂື້ນໂດຍບໍ່ຈໍາເປັນ ການຫວີທີ່ສຽດສີກັບເສັ້ນຜົມຫຼາຍຈົນເກີນໄປ ສາມາດເຮັດໃຫ້ຜົມແຫ້ງເສຍໄດ້ຄືກັນ
3.    ໃຊ້ໄດຮ້ອນເປົ່າຜົມຫຼາຍຈົນເກີນໄປ
ຄວາມຮ້ອນຈາກໄດເປົ່າຜົມ ນອກຈາກຈະເຮັດໃຫ້ຜົມແຫ້ງແລ້ວຍັງອາດເຮັດໃຫ້ໜັງຫົວແຫ້ງ, ຄັນ, ຂາດຄວາມຊຸ່ມຊື່ນ ແລະ ເສັ້ນຜົມລົ່ນຈາກຫົວໄດ້ງ່າຍອີກເຊັ່ນກັນເພາະສະນັ້ນ ຢ່າເອົາໄດເປົ່າຜົມມາໃກ້ຫົວເປັນເວລາດົນໆ ແລະ ຢ່າໃຊ້ໄດເປົ່າຜົມດົນຫຼາຍເກີນໄປ
4.    ດັດຜົມ, ຍ້ອມຜົມຫຼາຍເກີນໄປ
ຫາກທ່ານໃດທີ່ມັກປ່ຽນສີຜົມເລື່ອຍໆ ອາດຈະພົບກັບບັນຫາຜົມຫຍາບກະດ້າງ, ເສັ້ນຜົມແຕກປາຍ, ຜົມຊີ້ຟູ, ຜົມແຫ້ງເສຍ, ປາຍຜົມຂົດເປັນຢີກໆ ບໍາລຸງທໍ່ໃດກໍ່ບໍ່ມີຊີວິດຊີວາຂື້ນມາໄດ້ ຕ້ອງຖ້າໃຫ້ຍາວແລ້ວຕັດອອກຢ່າງດຽວ ທ່ານຄົງເຂົ້າໃຈດີວ່ານໍ້າຢາຍ້ອມຜົມສາມາດທໍາລາຍຜົມໄດ້ຊໍ່າໃດ ແຕ່ນອກຈາກຈະທໍາຮ້າຍຜົມແລ້ວຍັງທໍາຮ້າຍໜັງຫົວຈົນອາດເປັນເຫດໃຫ້ຜົມລົ່ນໄດ້ອີກດ້ວຍ.

5.      ກິນອາຫານລົດເຂັ້ມຂຸ້ນ
ອັນນີ້ເລີ່ມແປກຕາລະ ຫຼາຍຄົນອາດຄາດບໍ່ເຖິ່ງວ່າອາຫານການກິນສົ່ງຜົນກັບການລົ່ນຂອງເສັ້ນຜົມເຮົາແນວໃດ. ອາຫານລົດເຂັ້ມຂຸ້ນ ຈະເຮັດໃຫ້ຄວາມດັນໂລຫິດສູງຂື້ນ ເສັ້ນເລືອດຫົດຕົວລົງ ເປັນຜົນເຮັດໃຫ້ເລືອດໄປລ້ຽງຮາກຜົມໄດ້ໜ້ອຍລົງ ແລະ ເຮັດໃຫ້ຮາກຜົມບໍ່ແຂງແຮງເທົ່າທີ່ຄວນຈະເປັນ
6.    ການດື່ມເຫຼົ້າ ສູບຢາ
ຂໍ້ນີ້ສໍາຄັນຫຼາຍເພາະການດື່ມເຫຼົ້າ ແລະ ສູບຢາ ບໍ່ພຽງແຕ່ເປັນອະໄວຍະວະສໍາຄັນຢ່າງຕັບ, ໄຕ, ປອດ ເທົ່ານັ້ນມັນຍັງສົ່ງຜົນໄປເຖິ່ງລະບົບໄຫຼວຽນຂອງເລືອດທີ່ຈະຢູ່ໃນສະພາວະຫົດຕົວ ແລະ ແຂງຕົວ ຂາດຄວາມຢືດຢຸ່ນເຮັດໃຫ້ເລືອດໄຫຼວຽນຊ້າລົງ ເມື່ອອະໄວຍະວະຕ່າງໆບໍ່ໄດ້ຮັບເລືອດເຂົ້າມາໄຫຼວຽນໄດ້ເທົ່າທີ່ຄວນກໍ່ຈະສົ່ງຜົນໃຫ້ເຊວຕ່າງໆຕາມຮ່າງກາຍຮ້າຍລົງເຊັ່ນດຽວກັນກັບເຊວຜິວໜັງ ຮູຂຸ່ມຂົນບໍ່ແຂງແຮງເຮັດໃຫ້ຜົມຂາດລົ່ນໄດ້
ວິທີແກ້ໄຂຜົມລົ່ນໄດ້ງ່າຍໆ ທີ່ທ່ານສາມາດເຮັດໄດ້ໂດຍບໍ່ຕ້ອງເສີຍເງິນແພງໆ ສ່ວນຈະຕ້ອງເຮັດແນວໃດນັ້ນຕ້ອງມາເບິ່ງກັນເລີຍ

1. ນວດຫົວເພີ່ມປະສິດທິພາບ

ການນວດຫົວ ນອກຈາກຈະລົດຄວາມຕຶງຄຽດ ແລະ ເຮັດໃຫ້ຮ່າງກາຍຜ່ອນຄາຍແລ້ວຍັງຊ່ວຍກະຕຸ້ນລະບົບການເຮັດວຽກຂອງເສັ້ນເລືອດເທິ່ງຫົວເຮັດໃຫ້ມີການເກີດໃໝ່ຂອງເສັ້ນຜົມ ໃນການນວດນັ້ນເຮົາຈະນວດດ້ວຍມືລ້າ ຫຼື ນວດໂດຍໃຊ້ນໍ້າມັນໝາກກອກກໍ່ໄດ້ ນໍ້າມັນໝາກພ້າວກໍ່ດີ ເພາະການນວດນັ້້ນຈະເຮັດໃຫ້ຜົມສາມາດຊືມຊັບນໍ້າມັນເຫຼົ່ານັ້ນເຂົ້າໄປໃນຫົວໄດ້ຢ່າງເຕັມທີ່





2. ສະຜົມຢ່າງຖືກວິທີ

ການສະຜົມເປັນເລື່ອງໃກ້ຕົວທີ່ໃຜໆກໍ່ເບິ່ງຂ້າມທັງໆທີ່ເປັນອີກໜຶ່ງສາເຫດຂອງຜົມລົ່ນຊຶ່ງການສະຫົວທີ່ຖືກຕ້ອງທີ່ແທ້ຈິງແລ້ວຄວນສະວັນລະເທື່ອ ຫຼື ເວັ້ນວັນກໍ່ພໍ ໃນຂະນະສະຜົມບໍ່ຄວນເກົາຫຼັງຫົວແຮງໆ ໃຫ້ປ່ຽນມາໃຊ້ວິທີການນວດດ້ວຍປາຍມືຂອງເຮົາເບົາໆດີກວ່າ ນອກຈາກນັ້ນອຸ່ນນະພູມຂອງນໍ້າກໍ່ສໍາຄັນ ເຢັນໄປກໍ່ເຮັດໃຫ້ຜົມເປາະບາງ ຮ້ອນໄປກໍ່ທໍາຮ້າຍຮາກຜົມ ດັ່ງນັ້ນຄວນໃຊ້ນໍ້າທີ່ມີອຸນນະພູມປົກກະຕິຈະດີກ່ວາ

3. ກິນອາຫານທີ່ມີທາດເຫຼັກ ແລະ ໂປຕີນ

ການບໍາລຸງຜົມພາຍນອກນັ້ນອາດບໍ່ພຽງພໍ ຕ້ອງບໍາລຸຸງຕັ້ງແຕ່ທາງໃນນໍາ ໂດຍການເລືອກຮັບປະທາອາຫານທີ່ມີປະໂຫຍດຕໍ່ເສັ້ນຜົມເຊັ່ນ: ຖົ່ວດໍາ, ງາດໍາ, ຜັກໃບຂຽວ, ໝາກບົວ, ໄຂ່ແດງ, ຕັບອ່ອນ ແລະ ປາທະເລນໍ້າເລີກ ເພາະອາຫານຈໍາພວກນີ້ອຸດົມໄປດ້ວຍທາດເຫຼັກ, ໂປຕິນ ແລະ ວິຕາມິນຕ່າງໆ ຊຶ່ງເປັນສານອາຫານທີ່ສໍາຄັນຂອງເສັ້ນຜົມ ຊ່ວຍເພີ່ມອອກຊີເຈນແລກປ່ຽນລະຫວ່າງເຊວໄດ້ຫຼາຍຍິ່ງຂື້ນ.

4. ບໍ່ຄຽດເຮັດຈິດໃຈໃຫ້ສະບາຍ
ຢ່າງທີ່ບອກໄປເບື້ອງຕົ້ນແລ້ວວ່າສາເຫດຂອງຜົມລົ່ນນັ້ນມີຫຼາຍປັດໄຈ ວິທີແກ້ໄຂທີ່ດີທີ່ສຸດກໍ່ຄືການເລີ່ມຈາກຕົ້ນເຫດຫາກທ່ານຮູ້ຕົວວ່າສະສົມຄວາມຕຶງຄຽດກໍ່ໃຫ້ຫາກິດຈະກໍາມ່ວນໆເຮັດ ຢ່າມົວແຕ່ກັງວົນ ປ່ອຍໃຈໃຫ້ສະບາຍໆ ເພາະຄວາມຄຽດບໍ່ໄດ້ເປັນພຽງຕົ້ນເຫດທີ່ເຮັດໃຫ້ຜົມລົ່ນເທົ່ານັ້ນ ແຕ່ຍັງເປັນຕົ້ນເຫດຂອງໂລກອື່ນໆຕາມມາອີກຫຼາຍຢ່າງ

ຫາກທ່ານ ເຮັດຕາມ 4 ວິທີຂ້າງເທິ່ງນີ້ແລ້ວຜົມຍັງລົ່ນເທົ່າເດີມ ທ່ານຢ່າປ່ອຍໄວດົນໃຫທ່ານຫາສາເຫດທີ່ແທ້ຈິງວ່າເປັນຍ້ອນຫຍັງ ອາດເປັນເພາະກໍາມະພັນ, ຮໍໂມນ. ຜົນຂ້າງຄຽງຂອງຢາບາງຊະນິດ ຊຶ່ງຕ້ອງໃຫ້ແພດວິນິດໄສ ແລະ ເຂົ້າຮັບການຮັກສາທ່ານອາດຈະເປັນຄົນຫົວລ້ານແລ້ວບໍ່ສາມາດແກ້ໄຂໄດ້.

 ຂອບໃຈຂໍ້ມູນ:   www.sanook.com
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ








Post Bottom Ad