ເຜີຍເຄັດລັບແກ້ອາການນອນໂກນ ດ້ວຍວີທີທາງທໍາມະຊາດງ່າຍໆແຕ່ໄດ້ຜົນດີເກີນຄາດ
ຄົນສ່ວນໃຫຍ່ມີບັນຫານອນໂກນ ເຊິ່ງຈະເກີດຈາກຜະໜັງດັງມີລັກສະນະບີບຮັດຜິດປົກກະຕິຫຼືອາດເກີດຈາກການດື່ມເຄື່ອງດື່ມປະເພດເຫຼົ້າຫຼາຍເກີນໄປ ອີກທັງຍັງສາມາດເກີດໄດ້ຈາກການມີນໍ້າໜັກເກີນ, ການນອນໂກນຍັງສ້າງເສມຫະໃນລໍາຄໍ ແລະ ດັງ. ນອກຈາກນັ້ນການນອນໂກນຍັງສ້າງຄວາມລໍາຄານໃຫ້ແກ່ຄົນອ້ອມຂ້າງຂອງທ່ານອີກດ້ວຍ.
ແຕ່ຕອນນີ້ເຮົາມີຂ່າວດີມາບອກວີທີການຮັກສາໂດຍທໍາມະຊາດທີ່ມີປະສິດທິພາບຊ່ວຍຢຸດການນອນ.ໂກນໄດ້ ມີຫຼາຍຄົນບອກວ່າການດື່ມນໍ້າໝາກໄມ້ເຫຼົ່ານີ້ຈະຊ່ວຍປ້ອງກັນການນອນໂກນໄດ້
ສ່ວນຜະສົມ
ໝາກນາວ ¼ ໜ່ວຍ
ຫົວກະລົດ 2 ຫົວ
ຂີງສົດ 1 ຫົວ
ໝາກແອບເປີນ 2 ໜ່ວຍ
ວິທີເຮັດ
ນໍາສ່ວນຜະສົມທັງໝົດລົງໄປປັ່ນ ຫຼື ຄັ້ນໃຫ້ເຂົ້າກັນ
ວິທີໃຊ້
ດື່ມນໍ້າໝາກໄມ້ນີ້ຈັກ 2-3 ຊົ່ວໂມງກ່ອນນອນເປັນປະຈໍາທຸກມື້, ສ່ວນຜະສົມຂອງນໍ້າໝາກໄມ້ທໍາມະຊາດນີ້ມີຄຸນສົມບັດດີຫຼາຍເພາະໃນນໍ້າໝາກນາວມີວິຕາມີນຊີສູງ ຊ່ວຍທໍາຄວາມສະອາດຂອງແຫຼວໃນດັງ ໂດຍທີ່ແຄຣລັອດ ແລະ ແອບເປີນ ຊ່ວຍລ້າງຮູດັງ ແລະ ສົ່ງເສີມການນອນຫຼັບ ນອກຈາກນີ້ຂີງຍັງສາມາດຊ່ວຍບັນເທົາຄວາມເຈັບປວດຂອງການບີບຮັດໃນຮູດັງ.
ການນອນໂກນອາດຈະບໍ່ເປັນອັນຕະລາຍຫຼາຍ ແຕ່ຖ້າທ່ານນອນໂກນເປັນປະຈໍາຈະເຮັດໃຫ້ເກີດການຫາຍໃຈຕິດຂັດ ຫຼື ເຮັດໃຫ້ການນອນຫຼັບເປັນໄປຢ່າງບໍ່ຕໍ່ເນື່ອງດັ່ງນັ້ນ ທ່ານຈຶ່ງຄວນໄດ້ຮັບຄໍາປຶກສາຈາກແພດເພື່ອແກ້ໄຂບັນຫາເຫຼົ່ານີ້.
ຂອບໃຈທີ່ມາ: sanook.com
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ