ຄົນເປັນໄມເກນຕ້ອງຮູ້!
ວິທີປ້ອງກັນ ແລະ ຮັກສາບໍ່ໃຫ້ ໄມເກນກໍາເລີບ
ໄມເກນເປັນອາການປວດຫົວທີ່ພົບໄດ້ຕະຫຼອດ ໂດຍຜູ້ຍິງມັກເປັນໄມເກນກໍາເລີບ ມັກຈະເຈັບຫົວລວມກັບອາການທາງລະບົບປະສາດ, ອາການທາງເດີນອາຫານ
ແລະ ອາການທາງລະບົບປະສາດອັດຕະໂນມັດໂດຍຜູ້ປ່ວຍສ່ວນໃຫຍ່ມັກເກີດອາການໄມເກນຄັ້ງທໍາອິດໃນຊ່ວງອາຍຸກ່ອນ
30 ປີ
ໄມເກນເປັນຄວາມຜິດປົກກະຕິໃນກຸ່ມໂລກທີ່ມີປັດໄຈທາງກາມະພັນລວມນໍາ
ໂດຍຈະມີອາການທາງລະບົບປະສາດກ່ອນຈະມີອາການປວດຫົວໄມເກນ
ແຕ່ເດີ່ມເຊື່ອວ່າເກີດຈາກຫຼອດເລືອດໃນສະໝອງມີການຫົດຕົວເກີດຂື້ນ
ຫຼັງຈາກນັ້ນຮ່າງກາຍຈະມີການຕອບສະໜອງດ້ວຍການເຮັດໃຫ້ຫຼອດເລືອດຂະຫຍາຍຕົວ
ນີ້ແລະເປັນສາເຫດຂອງການເຈັບຫົວ
ການຮັກສາໂລກໄມເກນ
ແພດຈະວິນິໄສ
ແລະ ວາງຢາຮັກສາໂດຍພິຈາລະນາຈາກອາການ ແລະ ຄວາມເຈັບປ່ວຍອື່ນໆ ທີ່ຜູ້ປ່ວຍເປັນຢູ່
ຊຶ່ງກໍລະນີທີ່ພົບໃນຄົນເຈັບທີ່ເປັນໄມເກນໄດ້ແກ່ ໂລກລົມຊັກ, ຄວາມຜິດປົກກະຕິທາງຈິດໃຈ,
ເຊັ່ນ: ການຊຶມເສົ້າ, ອາການໂວຍວາຍ, ວິຕົກກັງວົນ ນອກຈາກນີ້ຍັງອາດພົບຄວາມຜິດປົກກະຕິທາງຈິດໃຈທີ່ເຮັດໃຫ້ກີດຄວາມຜິດປົກກະຕິ
ໃນລະບົບຍ່ອຍອາຫານເຊັ່ນ ເຈັບທ້ອງຈາກການວິຕົກກັງວົນ ຫຼື ຊືມເສົ້າລວມນໍາ.
ການຮັກສາດ້ວຍຢາ
1 - ການຮັກສາແບບເລັ່ງດ່ວນເພື່ອບັນເທົາອາການເຈັບ ເພື່ອຫຼຸດອາການປວດຫົວທີ່ເກີດຂື້ນ
- ການໃຊ້ຢາເພື່ອປ້ອງກັນການເກີດໄມເກນແບບກະທັນຫັນ ແລະ ຊ່ວຍໃຫ້ຄວາມຮຸນແຮງຂອງອາການປວດ ໜ້ອຍລົງ.
ຈາກຫຼັກຖານທາງວິຊາການກ່ຽວກັບປະສິດທິພາບ
ແລະ ຄວາມທົນຕໍ່ຢາທີ່ໃຊ້ໃນການປ້ອງກັນ ອາການປວດໄມເກນ ທາງ Unlted States Headache Consortium ໄດ້ສະຫຼຸບ ແລະ
ຈັດເປັນຄໍາແນະນໍາກ່ຽວກັບການໃຊ້ຢາເພື່ອປ້ອງກັນການເກີດອາການໄມເກນຄື:
ຄວນໃຫ້ການຮັັກສາດ້ວຍຢາ ເພື່ອປ້ອງກັນການເກີດໄມເກນໃນຜູ້ປ່ວຍກໍລະນີຕໍ່ໄປນີ້:
-
ເປັນໄມເກນຊໍ້າໆ ຊຶ່ງອາການໄມເກນທີ່ເປັນມີຜົນກະທົບຕໍ່ຊີວິດປະຈໍາວັນຂອງຄົນເຈັບ
ເຖີງຈະໄດ້ຮັບການຮັກສາແບບໄວວາເພື່ອບັນເທົາອາການແລ້ວກໍ່ຕາມເຊັ່ນ:
ເກີດອາການໄມເກນຫຼາຍກ່ວາ 2 ຄັ້ງໃນ 1 ເດືອນ ຊຶ່ງເຮັດໃຫ້ຄົນເຈັບ ບໍ່ສາມາດເຮັດວຽກໄດ້
ແລະ ເວລາທີ່ເກີດອາການຈະຮຸນແຮງຫຼາຍຈົນຄົນເຈັບບໍ່ສາມາດເຮັດຫຍັງໄດ້ເລີຍ.
-
ໄດ້ຮັບການຮັກສາດ້ວຍຢາແບບກະທັນຫັນແລ້ວ
ແຕ່ບໍ່ໄດ້ຜົນໃນການຮັກສາ ຫຼື ມີຂໍ້ຫ້າມໃຊ້ ແລະ
ເກີດຜົນຂ້າງຄຽງຈາກຢາທີ່ໃຊ້ໃນການຮັກສາອາການປວດແບບກະທັນຫັນ
- ໃຊ້ຢາບັນເທົາອາການເຈັບຫຼາຍຈົນເກີນໄປ
- ຄົນເຈັບມີລັກສະນະສ່ຽງຕໍ່ການເກີດຄວາມພິການທາງລະບົບປະສາດ
- ມີອາການເຈັບຫົວຫຼາຍຂື້ນ (ຫຼາຍກວ່າ2ຄັ້ງຕໍ່ອາທິດ) ແລະ
ມີຄວາມສ່ຽງຕໍ່ການເກີດ rebound
headache
ຂອບໃຈທີ່ມາ ຈາກ: www.maginside.com
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ