- ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad


  


ໂລກກະດູດທັບເສັ້ນ (Herniated Disc) 

ກະດູກທັບເສັ້ນ ຄືປັນຫາກ່ຽວກັບໝອນຮອງກະດູກຢ່າງໜຶ່ງເກີດຈາກໝອນຮອງກະດູກທີ່ຢູ່ບໍລິເວນກະດູກສັນຫຼັງຖືກທໍາລາຍຈົນເສຍຫາຍ ສົ່ງຜົນໃຫ້ໄປກົດທັບເສັ້ນປະສາດແນວກະດູກສັນຫຼັງປະກອບມີກະດູກສັນຫຼັງຈໍານວນ  30 ອັນ, ເລິ່ມຕັ້ງແຕ່ກະດູກສັນຫຼັງສ່ວນຄໍ 7ອັນ, ກະດູກສັນຫຼັງສ່ວນກາງ 12 ອັນ ແລະ ກະດູກສັງຫຼັງສ່ວນລຸ່ມ ຫຼື ແອວ ອີກ 5 ອັນ ໂດຍແຕ່ລະສ່ວນຂອງກະດູກສັນຫຼັງບໍລິເວນຄໍ, ເອີກ ແລະ ແອວ ທັງ 24 ອັນນີ້ ເຊື່ອມກັນດ້ວຍເນື້ອເຍື່ອເຊິ່ງເປັນແຜ່ນມົນໆເອີ້ນວ່າໝອນຮອງກະດູກ ດ້ານໃນໝອນຮອງກະດູກມີລັກສະນະໜຸ້ມໜຽວ ສ່ວນດ້ານນອກແຂງ, ໝອນຮອງກະດູກຊ່ວຍໃຫ້ຫຼັງມີຄວາມຢືດຢຸນໃນຂະນະທີ່ເໜັ່ງຕີງ ແລະ ປົກປ້ອງກະດູກຈາກກິດຈະກໍາທີ່ເຮັດໃຫ້ເກີດແຮງກະແທກບໍ່ວ່າຈະເປັນການຍ່າງ, ຍົກເຄື່ອງ, ບິດຕົວ. ສ່ວນກະດູດສັນຫຼັ້ງອັນທີ່ 25-30 ເຊື່ອມຕໍ່ຍາວມາຮອດບໍລິເວນກົ້ນກົບເປັນເສັ້ນດຽວກັນບໍ່ມີໝອນຮອງກະດູກຮອງຮັບຄືກະດູກສັນຫຼັງ 24 ອັນທໍາອິດ.


ສາເຫດຂອງກະດູກທັບເສັ້ນ
ກະດູກທັບເສັ້ນມັກເກີດຂື້ນເມື່ອສ່ວນນອກຂອງໝອນຮອງກະດູກແຕກ, ເຮັດໃຫ້ກະດູກອ່ອນທີ່ຢູ່ທາງໃນອອກມາ ແລະ ກົດທັບເສັ້ນປະສາດ ສາເຫດທີ່ເຮັດໃຫ້ໝອນຮອງກະດູກແຕກນັ້ນເກີດຈາກພາວະໝອນຮອງກະດູກເສືອມ, ເມື່ອອາຍຸຫຼາຍຂື້ນໝອນຮອງກະດູກມັກສູນເສຍມວນນໍ້າ ສົ່ງຜົນໃຫ້ຂາດຄວາມຢືດຢຸ່ນ ແລະ ແຕກໄດ້ງ່າຍ ແຕ່ໂດຍທົ່ວໄປບໍ່ສາມາດລະບຸສາເຫດຂອງການເກີດກະດູກທັບເສັ້ນໄດ້ຢ່າງຊັດເຈນ ແຕ່ມີປັດໄຈສ່ຽງຫຼາຍປະການທີ່ນໍາໄປສູ່ກະດູກທັບເສັ້ນປະສາດດັ່ງນີ້:
ນໍ້າໜັກຕົວຫຼາຍຂື້ນ ຜູ້ທີ່ມີນໍ້າໜັກຕົວຫຼາຍເກີນໄປຈະເຮັດໃຫ້ກະດູກສັນຫຼັງບໍລິເວນຫຼັງສ່ວນລຸ່ມຕ້ອງແບກຮັບນໍ້າໜັກຢູ່ຕະຫຼອດເວລາ

ແບກຂອງໜັກ ຜູ້ໃຊ້ແຮງງານທີ່ແບກຫາບສິ່ງຂອງໜັກໆ ມີໂອກາດສຽງທີ່ຈະເກີດກະດູກທັບເສັ້ນໄດ້ ເນື່ອງຈາກການແບກຂອງຂະໜາດໃຫຍ່ ຫຼື ມີນໍ້າໜັກຫຼາຍ ຕ້ອງໃຊ້ກ້າມເນື້ອຫຼັງແທນກ້າມເນື້ອຂາ ແລະ ຕົ້ນຂາ ເຮັດໃຫ້ກະດູກບິດໄດ້.

ກໍາມະພັນ ຜູ້ປ່ວຍກະດູກທັບເສັ້ນບາງຄົນປ່ວຍເປັນໂລກຈາກການຖ່າຍທອດທາງກໍາມະພັນ
ປະສົບອຸປະຕິເຫດ ການທີ່ໄດ້ຮັບບາດເຈັບຈາກອຸປະຕິເຫດແບບຕົກຈາກບ່ອນສູງ ຫຼື ໄດ້ຮັບການກະທົບກະເທືອນຈາກການຖືກທໍາຮ້າຍຮ່າງກາຍບໍລິເວນຫຼັງ ສາມາດປ່ວຍເປັນກະດູກທັບເສັ້ນໄດ້ເຊັ່ນກັນ.
ສູບຢາ ການສູບຢາເປັນອີກປັດໄຈໜຶ່ງທີ່ກ່ຽວຂ້ອງກັບກະດູກທັບເສັ້ນ ເນື່ອງຈາກສົ່ງຜົນໃຫ້ໝອນຮອງກະດູກສູນເສີຍຄວາມຢືດຢຸ່ນ


ຕໍາລາຢາ, ການປຸງແຕ່ງ ແລະ ວິທີໃຊ້
ສະໝຸນໄພ ຕົ້ນດ້ອຍດືງ ມີ: ໃບ, ດອກ, ລູກ, ຮາກ ແລະ ລໍາຕົ້ນ ລ້າງທໍາຄວາມສະອາດໃຫ້ດີຈໍານວນ 3 ຕົນ, ຕໍາໃຫ້ແຫຼກແລ້ວຕື່ມເຫຼົ້າຂາວລົງໄປ 3-4 ບ່ວງ, ດື່ມໃຫ້ໝົດກ່ອນອາຫານມື້ລະ 2 ຄັ້ງ ເຊົ້າ-ແລງ
ສ່ວນກາກຢາທີ່ເຫຼືອໃຫ້ນໍາໄປພອກໄວ້ຕາມແນວກະດູກສັນຫຼັງ ແລະ ແອວເປັນເວລາ 30 ນາທີ ແລ້ວຈຶ່ງເອົາອອກ. ໃຫ້ເຮັດຢາຕາມຕໍາລານີ້ເພື່ອດື່ມ ແລະ ພອກ ເປັນເວລາ 1 ອາທິດ.

ວິທີປ້ອງກັນກະດູກທັບເສັ້ນ ສາມາດປ້ອງກັນໄດ້ໂດຍວິທີດັ່ງນີ້:
ອອກກໍາລັງກາຍ ການອອກກໍາລັງກາຍເປັນປະຈໍາຈະຊ່ວຍຊະລໍການເຊື່ອມຂອງໝອນຮອງກະດູກບໍລິເວນຫຼັ້ງ ອີກທັງຍັງຊ່ວຍໃຫ້ກ້າມເນື້ອຫຼັງແຂງແຮງ ແລະ ຢືດຢຸ່ນ ນອກຈາກນີ້ ຄວນອົບອຸ່ນຮ່າງກາຍກ່ອນອອກກໍາລັງກາຍ ແລະ ຄ່ອຍໆ ຜ່ອນແຮງຫຼັງອອກກໍາລັງກາຍສໍາເລັດບໍ່ຄວນເລີ່ມ ຫຼື ຢຸດອອກກໍາລັງກາຍກະທັນຫັນ ຜູ້ປ່ວຍກະດູກທັບເສັ້ນທີ່ກໍາລັງພັກຟື້ນຮ່າງກາຍຄວນຫຼີກລ້ຽງກິດຈະກໍາທີ່ຕ້ອງລົງນໍ້້າໜັັກຫຼືຮັບແຮງກະແທກຫຼາຍ.



ຈັດທ່າທາງຂອງຮ່າງກາຍໃຫ້ເໜາະ ການຈັດລະບຽບທ່າທາງຮ່າງກາຍໃຫ້ດີຈະຊ່ວຍລົດແຮງກົດທັບທີ່ກະດູກສັນຫຼັງ ແລະ ໝອນຮອງກະດູກຄວນຢືດຫຼັງໃຫ້ຊື່ ແລະ ຢູ່ໃນແນວຂະໜານ ໂດຍສະເພາະເມື່ອຕ້ອງນັ່ງດົນໆ ຫາກຕ້ອງຍົກເຄື່ອງໜັ້ກຄວນຄ່ອຍໆຫຍໍ້ຕົວລົງໂດຍໃຫ້ນໍ້າໜັ້ກລົງທີ່ຂາບໍ່ແມ່ນຫຼັ້ງ
ຄວບຄຸມນໍ້າໜັ້ກ ຜູ້ທີ່ມີນໍ້າໜັກຕົວຫຼາຍຈະເຮັດໃຫ້ເກີດແຮງກົດທັບທີ່ກະດູກສັນຫຼັງ ແລະ ໝອນຮອງກະດູກສ່ຽງຕໍ່ການເປັນກະດູກທັບເສັ້ນ ຫາກຄຸມນໍ້າໜັກໃຫ້ຢູ່ໃນເກນມາດຕະຖານຈະຊ່ວຍລົດແຮງກົດທັບຂອງກະດູກ.

ງົດການສູບຢາ ເພາະການສູບຢາເຮັດໃຫ້ໝອນຮອງກະດູກສູນເສຍຄວາມຢືດຢຸ່ນ ແລະ ເສື່ອມໄວກ່ວາປົກກະຕິ.


 ຂອບໃຈທີ່ມາຈາກ:     www. sanook.com



________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ








Post Bottom Ad