ຄັນໃນຊ່ອງຄອດ "ໄພງຽບທີ່ມີໃນແມ່ຍິງຄວນລະວັງ" - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຄັນໃນຊ່ອງຄອດ "ໄພງຽບທີ່ມີໃນແມ່ຍິງຄວນລະວັງ"




ຄັນໃນຊ່ອງຄອດ ໄພງຽບທີ່ມີໃນແມ່ຍິງ

ລະດູຝົນເປັນລະດູທີ່ມີອາກາດຮ້ອນອົບເອົ້າແບບນີ້ມີຫຼາຍໂລກທີ່ໃຫ້ລະວັງໂດຍສະເພາະກັບແມ່ຍິງຫຼາຍຄົນອາດຈະບໍ່ຮູ້ວ່າອາການຄັນບໍລິເວນຊ່ອງຄອດຈະບານປາຍເປັນເຊື້ອລາໃນຊ່ອງຄອດເຊິ່ງເປັນໂລກທີ່ຕ້ອງໃສ່ໃຈຮັກສາຢ່າງຖືກວິທີ, ອາການຄັນຂອງໂລກນີ້ບໍ່ແມ່ນຄັນແບບປົກກະຕິທົ່ວໄປແຕ່ຈະສົ່ງຜົນເສີຍໃຫ້ກັບບຸກຄະລິກ ຫຼື ເກີດ ກິ່ນບໍ່ພຶງປະສົງ ເຊິ່ງຈະເຮັດໃຫ້ໝົດຄວາມໝັ້ນໃຈທັ້ງໆທີ່ເລີ່ມເປັນ ແລະ ຮັກສາຢ່າງເອົາຈິງເອົາຈັງຈະຍຸດຕິບັນຫາໄດ້ຢ່າງໄວວາ.


ຄັນໃນຊ່ອງຄອດ ເກີດຈາກສາເຫດຫຍັງ?
ສາເຫດຂອງໂລກນີ້ເກີດຈາກສະພາວະເສຍສົມດຸນຂອງຊ່ອງຄອດເຮັດໃຫ້ແບັກທີເລຍດີໆຄື: ແລັກໂຕບາຊີລັດທີ່ເຮັດໜ້າທີປ້ອງກັນໂລກມີຈໍານວນນ້ອຍລົງສົ່ງຜົນໃຫ້ເຊື້ອລາໃນກຸ່ມແຄນດີດາຊຶ່ງມີໃນຊ່ອງຄອດຕາມທໍາມະຊາດຢູ່ແລ້ວ ເພິ່ມຈໍານວນຂື້ນເປັນອາການຂອງການອັກເສບ ແລະ ຕິດເຊື້ອລາໃນທີ່ສຸດ

ນອກຈາກນັ້ນມີຫຼາຍຄົນອາດບໍ່ຮູ້ວ່າໂສ້ງຄັບໆທີ່ທ່ານຍິງໃສ່ເກືອບທຸກມື້ເພື່ອອວດຂາງາມໆກໍ່ເປັນສາເຫດໜຶ່ງທີ່ເລັ່ງໃຫ້ເຊື້ອລາເພິ່ມຈໍານວນຂື້ນເພາະໂສ້ງຄັບ ແລະ ຫັດແໜ້ນເປັນອຸປະສັກໃນການລະບາຍອາກາດ ຍິ່ງອາກາດຮ້ອນປະກອບກັບຝົນຕົກແລ້ວກໍ່ເຮັດໃຫ້ໂສ້ງອັບຊຸ່ມເປັນເວລາດົນນານຂື້ນອີກ ເຊັ່ນດຽວກັບທ່ານຍິງທີ່ມັກກິນອາຫານຄາຣໂບໄຮເດຣດສູງ ກໍ່ເປັນອີກກຸ່ມສ່ຽງຈາກໂລກເຊື້ອລາໃນຊ່ອງຄອດລວມຮອດທ່ານທີ່ມີໂລກປະຈໍາຕົວເຊັ່ນ ເບົາຫວານເພາະກຸ່ມນີ້ຈະໄປລົດພູມຄຸ້ມກັນໂລກ ນອກຈາກນັ້ນຍັງພົບໄດ້ໃນທ່ານຍິງທີ່ຖືພາອີກດ້ວຍ.

ຄັນໃນຊ່ອງຄອດຄວນຮັກສາແນວໃດ?
ອາການ ເປັນໆ ດີໆ ເປັນບັນຫາເລື້ອລັງ, ສ້າງຄວາມລໍາຄານໃຫ້ແກ່ທ່ານຍິງ ເນື່ອງຈາກການຮັກສາບໍ່ຖືກວິທີນັ້ນເອງ ໂດຍສົງໄສກັນວ່າ ຄັນຕົກຂາວ ເປັນແລ້ວກໍ່ດີເອງບໍ່ຈໍາເປັນຕ້ອງຮັກສານັ້ນແມ່ນແທ້ ຫຼື ບໍ່? ຊຶ່ງຄໍາຕອບຄື ຄວນຕ້ອງຮີບຮັກສາ ໃຫ້ຖືກຈຸດໂດຍໄວ ເພື່ອບໍ່ໃຫ້ໂລກລຸກລາມ ຫຼື ກັບວົນມາເປັນຊໍ້າອີກ.


ປັດຈຸບັນ ມີຢາທີ່ສາມາດຮັກສາໂລກອາການຄັນໃນຊ່ອງຄອດ (ຕົກຂາວ) ຈາກເຊື້ອລາຄືການໃຊ້ຍາເມັດສອດຊ່ອງຄອດ ທີ່ມີຄຸນນະສົມບັດຂ້າເຊື້ອລາເຊິ່ງງເປັນຕົ້ນເຫດຂອງອາການຄັນໃນຊ່ອງຄອດ (ຕົກຂາວ)

ນອກຈາກນັ້ນ ກົດແລດຕິກ ຈະຊ່ວຍປັບສົມດຸນພາຍໃນຊ່ອງຄອດ ແລະ ເຮັດໃຫ້ເຊື້ອດີເຊັ່ນ ແລັກໂຕບາຊີລັດ ເພິ່ມຂື້ນຊ່ວຍຕ້ານການຈະເລີນເຕີບໂຕຂອງເຊື້ອລາ

ຢາຮັກສາອາການຄັນໃນຊ່ອງຄອດ (ຕົກຂາວ) ຈາກເຊື້ອລາຊະນິດເປັນເມັດສອດທີ່ມີຄຸນນະພາຍຫຼັງທີ່ໃຊ້ກ່ອນນອນພຽງຄັ້ງດຽວໃນໜຶ່ງມື້ບໍ່ສ້າງສະພາວະໃຫ້ທ່ານຍິງທີ່ເຮັດວຽກນອກບ້ານ, ອອກກໍາລັງກາຍເປັນປະຈໍາມີເຫື່ອ ແລະ ຕ້ອງໃສ່ຜ້າອະນາໄມອັບຊື້ນ  ສາມາດຕັດວົງຈອນໂລກໄດ້ຢ່າງປອດໄພ ແລະ ຫາກໃຊ້ຍາຂ້າເຊື້ອລາຊະນິດທາພາຍນອກຄວບຄູ່ໄປນໍາຈະເຮັດໃຫ້ອາການຄັນລົດລົງໄດ້ໄວຂື້ນ.

ຢ່າງທໍາອິດແນະນໍາໃຫ້ທ່ານຍິງບໍ່ຄວນສວມໃສ່ໂສ້ງຫັດແໜ້ນເກີນໄປ, ບໍ່ຄວນເລືອກໃສ່ໂສ້ງທີ່ເຮັດຈາກໄນລອນ, ແຕ່ໃຫ້ເລືອກໃສ່ເປັນຝ້າຍແທນ ມນຈະຊ່ວຍລະບາຍອາກາດໄດ້ດີກວ່າ.

ໂດຍສະເພາະໃນລະດູຝົນ ຕ້ອງໝັ່ນຮັກສາຄວາມສະອາດ ແລະ ບໍ່ຄວນໃສ່ຜ້າອະນາໄມທຸກມື້, ຕ້ອງຢູ່ໃນຊ່ວງມີຮອບເດືອນ ຄວນປ່ຽນຜ້າອະນາໄມເລື້ອຍໆ ແລະ ຕ້ອງຕາກໂສ້ງຊ້ອນໃນໃສ່ບໍລີເວນທີ່ມີແດດເພື່ອຂ້າເຊື້ອລາ. ທີ່ສໍາຄັນຄື ບໍຄວນລ້າງທໍາຄວາມສະອາດຊ່ອງຄອດດ້ວຍນໍ້າຍາລ້າງຊ່ອງຄອດ ເພາະຈະເຮັດໃຫ້ທ່ານເສຍເງິນຮັກສາໂລກໂດຍບໍ່ເຮັດໃຫ້ອາການຄັນໃນຊ່ອງຄອດນັ້ນຫາຍໄດ້, ແຕ່ຊໍ້າຮ້າຍຈະເພິ່ມຄວາມສ່ຽງຂື້ນອີກເນື່ອງຈາກນໍ້າຢາດັ່ງກ່າວຈະເຮັດໃຫ້ເກີດພາວະຊ່ອງຄອດເສຍສົມດຸນ ແລະ ຈະເຮັດໃຫ້ເຊື້ອແບັກທີເລຍທີ່ຊ່ວຍຕໍ່ຕ້ານໂລກສູນເສຍໄປເປີດໃຫ້ເຊື້ອລາເຕີບໃຫຍ່ຂື້ນມາແທນ.


ອາການຄັນຕົກຂາວຈາກເຊື້ອລາໃນຊ່ອງຄອດຖືເປັນໄພງຽບຢ່າງໜຶ່ງ ທີ່ທ່ານຍິງທ່ານໃດກໍ່ບໍ່ຢາກໃຫ້ເກີດແຕ່ມັນສາມາດຮັກສາໄດ້ຖ້າມີຄວາມຮູ້, ຄວາມເຂົ້າໃຈ ແລະ ທີ່ສໍາຄັນຄືໃຊ້ຢາອາການຄັນໃນຊ່ອງຄອດຢ່າງຖືກວິທີ.

ຂອບໃຈທີ່ມາ:  www. sanook.com
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ








Post Bottom Ad