15 ວິທີງ່າຍໆ ຊ່ວຍໃຫ້ລູກສະໝອງດີ, ຫົວໄວຕັ້ງແຕ່ຍັງເດັກນ້ອຍ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

15 ວິທີງ່າຍໆ ຊ່ວຍໃຫ້ລູກສະໝອງດີ, ຫົວໄວຕັ້ງແຕ່ຍັງເດັກນ້ອຍ






ວີທີເຮັດໃຫ້ລູກສະຫຼາດດ້ວຍ 15 ວິທີງ່າຍໆ ຊ່ວຍໃຫ້ລູກສະໝອງດີ, ຫົວໄວຕັ້ງແຕ່ຍັງເດັກນ້ອຍ


15 ວິທີເຮັດໃຫ້ລູກສະຫຼາດ: ສິ່ງທີ່ເປັນເຄື່ອງມືສູ່ການຕໍ່ຍອດ ແລະ ຊ່ວຍກະຕຸ້ນໃຫ້ພັດທະນາການທາງສະໝອງຂອງລູກນ້ອຍໄດ້ດີທີ່ສຸດກໍ່ຄື: ພໍ່ແມ່ ໂດຍສະເພາະຂວບປີທໍາອິດ, ທີ່ພໍ່ແມ່ຕ້ອງໄດ້ເອົາໃຈໃສ່ ແມ່ນແຕ່ຄໍາເວົ້າ, ສຽງຮ້ອງເພງ, ສຽງຫົວ ຫຼື ການເຮັດກິດຈະກໍາຕ່າງໆທີ່ເຮັດກັບລູກນ້ອຍກໍ່ຈະສົ່ງຜົນໃຫ້ລູກສະຫຼາດຂື້ນຢ່າງວ່ອງໄວ.
ວິທີເຮັດໃຫ້ລູກສະຫຼາດດ້ວຍ 15 ວິທີງ່າຍໆ ຊ່ວຍລູກໃຫ້ສະໝອງດີ, ຫົວໄວ ແລະ ທັນຄົນຕັ້ງແຕ່ຍັງເປັນເດັກນ້ອຍ ລ້ຽງລູກໃຫ້ສະຫຼາດດ້ວຍກິດຈະກໍາທີ່ພໍ່ແມ່ສາມາດເຮັດໄດ້ງ່າຍໆ ລອງໃຊ້ວິທີເຫຼົ່ານີ້ກັບເບບີໄດ້ເລີຍ.

1.  ການສົບຕາ
ເມື່ອແອນ້ອຍມືນຕາຕື່ນຂື້ນມາໃຫ້ພໍ່ແມ່ເບິ່ງໜ້າແລ້ວສົບສາຍຕາກັບເຈົ້າຕົວນ້ອຍ, ເດັກແຮກເກີດຈະຈົດຈໍາໃບໜ້າຂອງຄົນໄດ້ເປັນສິ່ງທໍາອິດສະເໝີ ແລະ ໃບໜ້າຂອງພໍ່ແມ່ຄືໃບໜ້າທໍາອິດທີ່ລູກຢາກຈະຈົດຈໍາເຊິ່ງແຕ່ລະເທື່ອທີ່ແອນ້ອຍຈ້ອງເບິ່ງໃບໜ້າສະໝອງກໍ່ຈະບັນທຶກຄວາມຊົງຈຳໄວ້ເພີ່ມຂື້ນເລື້ອຍໆ.


2.  ຝຶກໃຫ້ລູກເວົ້າຕໍ່
ຕອນແມ່ເວົ້າກັບລູກນ້ອຍໃຫ້ລອງເວັ້ນຊ່ອງວ່າງໃນຊ່ວງຄຳງ່າຍໆທີ່ລູກຈະສາມາດເວົ້າຕໍ່ໄດ້ເຊັ່ນ: ພະຍາງສຸດທ້າຍຂອງຄໍາ ຫຼື ຄຳສຸດທ້າຍຂອງປະໂຫຍກ ໃນຊ່ວງທຳອິດລູກອາດຈະມິດງຽບ ແລະ ເຮັດໜ້າງົງໆ, ແຕ່ຖ້າເຮັດແບບນີ້ໄປເລື້ອຍໆໃນປະໂຫຍກຊໍ້າໆລູກກໍ່ຈະຄ່ອຍຈັບຈັງຫວະ, ຈັບຄໍາເວົ້າບາງຄຳໄດ້ ແລະ ເລີ່ມເວົ້າຕໍ່ໃນຊ່ອງຫວ່າງທີ່ພໍ່ແມ່ຢຸດໄວ້ໃຫ້.


3.  ສະຫຼາດເພາະນົມແມ່
ຈາກຜົນການສຶກສາໃນເດັກນ້ອຍໄວຮຽນພົບວ່າເດັກນ້ອຍທີ່ກິນນົມແມ່ຕອນທີ່ເປັນທາຣົກມັກຈະມີໄອຄີວສູງກວ່າເດັກທີ່ບໍ່ໄດ້ກິນນົມແມ່, ດັ່ງນັ້ນແມ່ທີ່ສາມາດໃຫ້ນົມລູກໄດ້ຫຼາຍເທົ່າໃດກໍ່ຈະສົ່ງຜົນດີຕໍ່ລູກຫຼາຍເທົ່ານັ້ນ.

4.  ເຮັດໜ້າຕະຫຼົກໃສ່ລູກ
ໂດຍການແລບລີ້ນ, ປີ້ນຕາ ຫຼື ເຮັດໜ້າປະຫຼາດປະຫຼາດຕະຫຼົກຕະຫຼົກໃສ່ລູກ, ເດັກນ້ອຍພຽງອາຍຸ 2 ວັນກໍ່ມີຄວາມສາມາດຮຽນແບບການສະແດງອອກທາງສີໜ້າງ່າຍໆຂອງພໍ່ແມ່ໄດ້ແຖມຍັງສ້າງຮອຍຍີ້ມຮ່ວມກັນໄດ້ອີກ.

5.  ແວ່ນວິເສດ
ແວ່ນຖືເປັນອຸປະກອນການຫຼີ້ນທີ່ແສນວິເສດຂອງລູກ, ທາຣົກທຸກຄົນມັກຊ່ອງແວ່ນແລ້ວກໍ່ຈະຮູ້ສຶກມ່ວນທີ່ໄດ້ເຫັນເງົາຂອງຕົວເອງໃນແວ່ນແຖມຍັງມີການໂຍກຍ້າຍແຂນຂາ, ໂບກມືຫຼືຍີ້ມແຍ້ມຫົວຍີ້ມອອກມາທຸກເທື່ອເມື່ອໄດ້ເຫັນຈາກແວ່ນ.

6.  ຫຼາຍກວ່າການອາບນໍ້າ
ໃນຊ່ວງຈັງຫວະທີ່ອາບນໍ້າໃຫ້ລູກນ້ອຍນັ້ນແມ່ສາມາດສອນຄໍາສັບໃຫ້ລູກເຊັ່ນ: ສອນໃຫ້ລູກຮູ້ຈັກສ່ວນຕ່າງໆຂອງຮ່າງກາຍຫຼືບັນຍາຍໃຫ້ລູກຟັງໄປນໍາວ່າກໍາລັງເຮັດຫຍັງ ແລະ ຈະເຮັດຫຍັງຕໍ່ໄປເຊັ່ນ: ແມ່ກໍາລັງທາສະບູ່ໃຫ້ລູກ, ກໍາລັງສະຫົວໃຫ້ລູກ ເພື່ອຊ່ວຍໃຫ້ລູກໄດ້ຮຽນຮູ້ກັບຄຳສັບ ແລະ ກິດຈະກຳປະຈຳວັນໄປພ້ອມ.



7.  ເບິ່ງຮູບທີ່ແຕກຕ່າງ
ເອົາຮູບ 2ຮູບທີ່ຄ້າຍຄືກັນມາໃຫ້ລູກເບິ່ງ ໂດຍວາງໃຫ້ຫ່າງຈາກໃບໜ້າລູກປະມານ 8-12 ນີ້ວເຊັ່ນ: ຮູບລົດທີ່ຄືກັນທັງສອງຮູບແຕ່ອີກຮູບໜຶ່ງມີຕົ້ນໄມ້ໃຫ່ຍຢູ່ຂ້າງລົດ ເຖິງຈະເປັນເດັກທາຣົກແຕ່ລູກຈະສາມາດສັງເກດເຫັນຄວາມແຕກຕ່າງນີ້ໄດ້ເຊິ່ງຈະເປັນການສ້າງຄວາມຊົງຈຳທີ່ຈະເປັນພື້ນຖານໃນການຈົດຈຳຕົວອັກສອນ ແລະ ການອ່ານສຳລັບລູກຕໍ່ໄປ.

8.  ຊົມວີວນອກບ້ານ
ພາລູກອອກໄປຍ່າງຫຼີ້ນນອກບ້ານ ແລະ ບັນຍາຍສິ່ງທີ່ເຫັນໃຫ້ລູກຟັງເຊັ່ນ: ຕົ້ນໄມ້ສີຂຽວ, ດອກໄມ້ສີແດງ ການບັນຍາຍສິ່ງແວດລ້ອມໃຫ້ລູກຟັງເປັນການສ້າງໂອກາດການຮຽນຮູ້ຄໍາສັບຕ່າງໃຫ້ກັບລູກໄດ້ເປັນຢ່າງດີ.

9.  ເຮັດສຽງປະຫຼາດ
ເຮັດສຽງເປັນສັດປະຫຼາດຫຼືສຽງສັດຕ່າງໆເປັນສຽງສູງໃນເວລາທີ່ລູກເວົ້າ, ລູກນ້ອຍກໍ່ຈະພະຍາຍາມປັບການຮັບຟັງສຽງໃຫ້ເຂົ້າກັບສຽງຕ່າງໆຈາກພໍ່ແມ່ເຊິ່ງເປັນການເສີມທັກສະການໄດ້ຍິນຂອງລູກໄດ້ດີຂື້ນ.

10.     ການຮ້ອງເພງ
ມີນັກວິໄຈໄດ້ຄົ້ນພົບວ່າຈັງຫວະດົນຕີກ່ຽວພັນກັບການຮຽນຮູ້ຄະນິດສາດຂອງລູກ ດັ່ງນັ້ນການສ້າງສຽງ ແລະ ຈັງຫວະສ່ວນຕົວຂື້ນມາອາດຈະເປັນເພງທີ່ພໍ່ແມ່ແຕ່ງເອງຂື້ນມາແລ້ວໃສ່ສຽງສູງຕໍ່າແບບການຮ້ອງເພງເຂົ້າໄປເຊັ່ນ: ເວລາປ່ຽນຜ້າອ້ອມໃຫ້ລູກກໍ່ຮ້ອງເພງກ່ຽວກັບການປ່ຽນຜ້າອ້ອມຫຼືເປີດເພງເດັກນ້ອຍໃຫ້ລູກຟັງ.


11.        ພໍ່ແມ່ຄືຂອງຫຼີ້ນທີ່ດີທີ່ສຸດ
ພຽງແຕ່ ພໍ່ແມ່ ນອນແນບລົງກັບພື້ນ ແລະ ປ່ອຍໃຫ້ລູກນ້ອຍພະຍາຍາມຄານຂ້າມຕົວໄປມາ, ພຽງເທົ່ານີ້ຮ່າງກາຍຂອງພໍ່ແມ່ກໍ່ຈະກາຍເປັນສະໝາມຫຼີ້ນຂອງລູກທີ່ດີ ແລະ ຖືກທີ່ສຸດ ໂດຍບໍ່ຕ້ອງລົງທຶນໄປຊື້ຂອງຫຼີ້້ນລາຄາແພງໃຫ້ລູກ ເພາະການຫຼີ້ນແບບນີ້ຈະເຮັດໃຫ້ລູກນ້ອຍຮູ້ສຶກຜູກພັນກັບພໍ່ແມ່ ແລະ ໄດ້ພັດທະນາກ້າມເນື້ອໃຫ້ເຮັດວຽກສໍາພັນກັບການຮຽນຮູ້ເລື່ອງການແກ້ບັນຫາໄປພ້ອມກັນ.

12.      ໃຫ້ລູກມີສ່ວນຮ່ວມ
ພະຍາຍາມໃຫ້ລູກໄດ້ມີສ່ວນຮ່ວມໃນກິດຈະກຳປະຈໍາວັນຕ່າງໆເຊັ່ນ: ຖ້າກໍາລັງຈະປິດໄຟກໍ່ອາດບອກລູກວ່າແມ່ກໍາລັງຈະປິດແລ້ວເດີຈາກນັ້ນຈຶ່ງປິດໄຟເຊິ່ງຈະເປັນການສອນໃຫ້ລູກຮຽນຮູ້ກ່ຽວກັບເຫດ ແລະ ຜົນ, ລູກນ້ອຍຈະຮຽນຮູ້ວ່າເມື່ອແມ່ກົດສະຫວິດຫຼອດໄຟກໍ່ຈະປິດທັນທີ.

13.      ອ່ານໜັງສືໃຫ້ລູກຟັງ

ມີຜົນການວິໄຈອອກມາວ່າ: ການອ່ານໜັງສືຊ່ວຍໃຫ້ລູກຮຽນຮູ້ເລືື່ອງພາສາໄດ້ແທ້, ເດັກ 8 ເດືອນ ສາມາດຮຽນຮູ້ຈົດຈໍາການຮຽນຮູ້, ຈົດຈໍາການລຽງລໍາດັບຄໍາໃນປະໂຫຍກທີ່ຜູ້ໃຫຍ່ອ່ານໃຫ້ຟັງຊໍ້າ 2-3 ເທື່ອ. ດັ່ງນັ້ນ ຢ່າປ່ອຍໃຫ້ໂອກາດທອງໃນການຈົດຈໍາຂອງລູກຜ່ານໄປດ້ວຍການຫາເວລາໃນແຕ່ລະມື້ອ່ານໜັງສືໃຫ້ລູກຟັງເປັນປະຈໍາ.


14.      ໃຫ້ລູກຜ່ອນຄາຍ ແລະ ຢູ່ກັບຕົວເອງແດ່

ໃຫ້ເວລາປະມານ 5-10 ນາທີ ໃນແຕ່ລະມື້ ນັ່ງມິດໆສະບາຍສະບາຍກັບລູກນ້ອຍຢູ່ພື້ນເຮືອນບໍ່ຕ້ອງເປີດເພງ, ເປີດໄຟ ຫຼື ສົ່ງສຽງດັງໂດຍປ່ອຍໃຫ້ລູກໄດ້ສໍາຫຼວດສິ່ງຕ່າງໆຕາມໃຈມັກເຊິ່ງພໍ່ແມ່ບໍ່ຕ້ອງໄປຫຍຸ້ງກັບລູກ ແລະ ຖ້າເບິ່ງວ່າລູກນ້ອຍຈະຄານເຂົ້າມາຫາພໍ່ແມ່ຕອນໃດ, ຖືວ່າເປັນການຝຶກຄວາມເປັນຕົວເອງໃຫ້ລູກຂັ້ນທໍາອິດ

15.      ສ້າງອຸປະສັກເລັກໆນ້ອຍໆ

ໂດຍນໍາເບາະ, ໂຊຟາ, ໜອນ, ກ່ອງ ຫຼື ຂອງຫຼີ້ນວາງຂວາງໄວ້ໃນພື້ນເພື່ອປ່ອຍໃຫ້ລູກຂ້າມ ຫຼື ຄານຮອບໆສິ່ງກີດຂວາງເພື່ອເປັນກາກະຕຸ້ນທັກສະການເຮັດວຽກຂອງກ້າມເນື້ອໃຫ້ລູກ ແລະ ໃຊ້ຂະບວນການຄົ້ນຄິດວ່າເຂົາຈະຜ່ານອຸປະສັກເຫຼົ່ານີ້ໄດ້ແນວໃດ.


ຂອບໃຈຂໍ້ມູນຈາກ:    th.theasianparent.com



________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ








Post Bottom Ad