5 ວິທີການເວົ້າໃຫ້ມີສະເໜ່....”ເວົ້າບ່ອນໃດໃຜກໍ່ຮັກ” - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

5 ວິທີການເວົ້າໃຫ້ມີສະເໜ່....”ເວົ້າບ່ອນໃດໃຜກໍ່ຮັກ”



ບູຮານເຄີຍກ່າວໄວ້ວ່າ: ເວົ້າບໍ່ດີ ຖາມຊື້ກະບໍ່ຂາຍ, ເວົ້າຖືກໃຈ ບໍ່ຢາກໄດ້ ກໍ່ໃຫ້ຟຣີ!


5  ວິທີການເວົ້າໃຫ້ມີສະເໜ່....ເວົ້າບ່ອນໃດໃຜກໍ່ຮັກ

ສິນລະປະການເວົ້າຖືເປັນເລື່ອງທີ່ສໍາຄັນຫຼາຍ, ເຄີຍມີມະຫາເສດຖີອັນດັບ 1 ຂອງໂລກບອກວ່າ ການເວົ້າຫາກເຈົ້າເວົ້າເປັນມັນຈະກາຍເປັນຊັບສິນຂອງເຈົ້້າ, ແຕ່ຫາກເຈົ້າເວົ້າບໍ່ເປັນມັນຈະກາຍເປັນໜີ້ສິນແນ່ນອນ ດັ່ງນັ້ນ, ຫຼາຍຄົນອາດຈະຊື່ນຊົມຄົນທີ່ເວົ້າເກັ່ງ ແຕ່ໜ້າຈະດີກ່ວາຖ້າຫາກທ່ານເວົ້າເກັ່ງນໍາ,  ເວົ້າເປັນນໍາ, ຮູ້ວ່າຄວນຈະເວົ້າຫຍັງ, ເວລາໃດ, ຕອນໃດ ແລະ ທີ່ສໍາຄັນທີ່ສຸດຄືເວົ້າແລ້ວມີສະເໜ່ໄປນໍາ.

ຄົນເຮົາຈະເວົ້າດີໄດ້ຕ້ອງເລີ່ມຈາກການຄິດດີກ່ອນ

ບໍ່ມີປະໂຫຍດທີ່ເຮົາຈະເລີ່ມຕົ້ນຈາກການຄິດຮ້າຍ ບໍ່ວ່າກັບຄົນທີ່ເຮົາບໍ່ຖືກຊະຕານໍາທີ່ສຸດ ກໍ່ບໍ່ມີເຫດຜົນຫຍັງທີ່ເຮົາຈະຕ້ອງເວົ້າບໍ່ມ່ວນກັບເຂົາ ການຄິດດີຖືເປັນເລື້ອງພື້ນຖານຂອງມະນຸດ, ເປັນພື້ນຖານຂອງຈິດໃຈທີ່ດີງາມໃຜກໍ່ຕາມທີ່ຮູ້ຈັກຄິດດີຄົນຜູ້ນັ້ນກໍ່ສາມາດເຫັນຄວາມງາມຂອງໂລກ, ຂອງຊີວິດ, ຂອງຕົວເອງ ແລະ ຂອງຄົນອື່ນ. ເມື່ອເຫັນແງ່ດີຂອງສິ່ງຕ່າງໆເຂົາກໍ່ຍ່ອມຈະມີທັດສະນະຄະຕິທີ່ດີ, ມີທ່າທີທີ່ດີ ແລະ ເມື່ອຕ້ອງເວົ້າຈາສົນທະນາກັນເຂົາກໍ່ຍ່ອມເວົ້າຈາດີ.

ເວົ້າດີ ໃນທີ່ນີ້ໝາຍຄວາມວ່າ ເວົ້າມ່ວນ, ເວົ້າຄໍາສຸພາບ, ມີນໍ້າສຽງທີ່ສຸພາບ, ມີຫາງສຽງ ເພື່ອສະແດງເຖີງມາລະຍາດ, ມີໄມຕີຈິດ, ບໍ່ເວົ້າຄໍາຫຍາບ, ບໍ່ໃສ່ຮ້າຍຄົນອື່ນ, ບໍ່ປະຊົດປະຊັນ, ບໍ່ຂີ້ຕົວະ, ຄົນທີ່ເວົ້າດີແບບນີ້ໄດ້ ຈະຄິດຮ້າຍຢູ່ໃນໃຈບໍ່ໄດ້ແນ່ນອນເພາະຄວາມຮ້າຍໃນໃຈຈະເຜີຍມາທາງຄໍາເວົ້າ, ນໍ້າສຽງ, ແວວຕາ ຫຼື ທ່າທາງໃນຂະນະທີ່ເວົ້າ ເຮົາຈຶ່ງຈໍາເປັນທີ່ຈະຝຶກຕົນເອງເປັນຄົນຄິດດີ.



ເວົ້າຖືກກາລະເທສະ

ບໍ່ແມ່ນຕະຫຼອດເວລາທີ່ເຮົາຈະເວົ້າໄດ້ຕ້ອງມີບາງຂະນະທີ່ເຮົາຄວນຢຸດເວົ້າ ເພື່ອໃຫ້ຜູ້ຟັງຄົນອື່ນໄດ້ເວົ້ານໍາ ຄົນບາງຄົນຖືກຕັ້ງຂໍ້ສັງເກດວ່າ ຜີເຈາະປາກມາເວົ້າ ຄືມີແຕ່ເວົ້າ ຟັງບໍ່ເປັນ ບໍ່ເປີດໂອກາດໃຫ້ຄົນອື່ນໄດ້ເວົ້າເຮັດໂຕຄືຮູ້ໄປໝົດທຸກເລື່ອງຈຶ່ງເວົົ້າຢູ່ຕະຫຼອດເວລາ, ຄົນແບບນີ້ເຮັດໃຫ້ຄົນທີ່ຢູ່ນໍາລໍາຄານທີ່ສຸດ.

ຢ່າເຮັດຕົວໜ້າລໍາຄານດ້ວຍການເວົ້າບໍ່ຢຸດ, ບໍ່ເບິ່ງກາລະໂອກາດ ຄົນທີ່ຮູ້ເວົ້າເປັນຈະຮູ້ວ່າໂອກາດໃດຄວນເວົ້າ, ໂອກາດໃດຄວນຟັງ ແລະ ໂອກາດໃດທີ່ຄວນຢູ່ຊື່ໆ. ຫຼັກການເວົ້າທີ່ຖືກກາລະເທສະເຮັດໄດ້ງ່າຍໆຄື: ເບິ່ງວ່າເວົ້າໃນຫົວຂໍ້ໃດ, ເລື່ອງຫຍັງ, ເວົ້າຢູ່ໃສ, ໃຜເປັນຄົນຟັງ, ຜູ້ຟັງຈັກຄົນ, ຟັງຢູ່ໃນທີ່ເປີດເຜີຍ ຫຼື ທີ່ຫ້ອງຈໍາກັດ, ເວົ້າສັ້ນ ຫຼືເ ວົ້າຍາວ, ຈິງຈັງ ຫຼື ເປັນກັນເອງ.
ໃຫ້ທ່ານສາມາດອ່ານສະຖານະການອອກຕຽມຕົວພ້ອມກໍ່ສາມາດເວົ້າຈາໄດ້ໜ້າຈົດຈໍາຕາມໂອກາດນັ້ນໆໄດ້.

ເວົ້າມີເນື້ອໃນ, ມີສາລະ

ຫ້າມເວົ້ານໍ້າຖ້ວມທົ່່ງ ບໍ່ວ່າຈະເປັນການລົມນໍາໝູ່, ຜູ້ເຮັດວຽກຮ່ວມກັນ, ພໍ່ແມ່ ຫຼື ເວົ້າໃນກອງປະຊຸມ ຫຼື ບ່ອນສາທາລະນະ ກໍ່ຕ້ອງມີເປົ້າໝາຍໃນການເວົ້າ, ເວົ້າມີສາລະ, ມີຂອບເຂດທີ່ຊັດເຈນວ່າຕ້ອງການສື່ສານເລື່ອງຫຍັງ ຫຼື ຕ້ອງການຈະບອກກັບຜູ້ຟັງວ່າແນວໃດ



ເວົ້າໃຫ້ໜ້າຟັງ

ເວົ້າດ້ວຍນໍ້າສຽງທີ່ແຈ້ງ ແລະ ແຈ່ມໃສ ດັ່ງພໍປະມານ ເວົ້້າໃຫ້ຊັດເຈນ ຈະສາມາດດຶງດູດຄວາມສົນໃຈຈາກຜູ້ຟັງໄດ້ຫຼາຍ. ການເວົ້າໃນບາງຄັ້ງຕ້ອງເວົ້າປາກເປົ່າ ແຕ່ຫຼາຍເທື່ອກໍ່ຕ້ອງເວົ້າຜ່ານໄມໂຄໂຟນ ຫາກມີການຝຶກຝົນເລື່ອງໃຊ້ສຽງຢ່າງເໝາະສົມ ທັງແບບເວົ້າປາກເປົ່າ ແລະ ໃສ່ໄມໂຄໂຟນໄດ້ ກໍ່ຄວນເຮັດ ເພາະການເວົ້າຜ່ານໄມໂຄໂຟນນັ້ນຕ້ອງມີໄລຍະໃກ້ໄກລະຫວ່າງປາກກັບໄມໂຄໂຟນ ທີ່ພໍເໝາະ ສຽງຈຶ່ງຊັດເຈນບໍ່ມີສຽງແຊກຈົນຜູ້ຟັງຮູ້ສຶກບໍ່ສະບາຍຫູ. ໃນການເວົ້ານັັ້ນຄວນຈະເນັ້ນຈັງຫວະ ແລະ ເວັ້ນຈັງຫວະເພື່ອໃຫ້ເກີດຄວາມໜ້າສົນໃຈຊວນຕິດຕາມຫຼາຍຂື້ນ.

ເວົ້າໃຫ້ເກີດຄວາມຮູ້ສຶກຮ່ວມນໍາ

ວິທີການງ່າຍໆຄື: ສົບຕາກັບຜູ້ຟັງຢ່າງທົ່ວເຖີງ, ຕັ້ງຄໍາຖາມໃນຂະນະທີ່ເວົ້າແລ້ວຄ່ອຍໆອະທິບາຍເພື່ອນໍາໄປສູ່ຄໍາຕອບ, ສອບຖາມຜູ້ຟັງແດ່ໃນຫົວຂໍ້ງ່າຍໆ ຫຼື ເປັນເລື່ອງຂອງປະສົບການ, ເປັນເລື່ອງຂອງຄວາມຄິດເຫັນ ເຊິ່ງເມື່ອຕອບແລ້ວອາດຈະຖືກ ຫຼື ຜິດ ທັງນີ້ຜູ້ເວົ້າຄວນຈະຮູ້ພື້ນຖານຂອງຜູ້ຟັງແດ່ເພື່ອເວົ້າໃນລັກສະນະທີ່ເຂົາສາມາດເຂົ້າໃຈໄດ້ງ່າຍ ບາງຄັ້ງການເວົ້າສໍານຽງທ້ອງຖິ່ນກໍ່ເຮັດໃຫ້ຜູ້ຟັງຮູ້ສຶກດີ, ຮູ້ສຶກເປັນກັນເອງ ຢ່າເວົ້າລາວປະສົມກັບຕ່າງປະເທດໂດຍບໍ່ອະທິບາຍ ເລືອກໃຊ້ພາສາຕ່າງປະເທດທີ່ຈໍາເປັນເທົ່ານັ້ນ.



ຫຼັກການເວົ້າຂອງພະພຸດທະເຈົ້າ ມີ 6 ຫຼັກການດັ່ງນີ້:

ຄໍາເວົ້າທີ່ບໍ່ມີຄວາມຈິງ, ບໍ່ຖືກຕ້ອງ, ບໍ່ເປັນປະໂຫຍດ, ບໍ່ເປັນທີ່ຮັກ, ບໍ່ເປັນທີ່ພໍໃຈຂອງຜູ້ອື່ນ.
ຄໍາເວົ້າທີ່ມີຄວາມຈິງ, ຖືກຕ້ອງ, ບໍ່ເປັນປະໂຫຍດ, ບໍ່ເປັນທີ່ຮັກ, ບໍ່ເປັນທີ່ພໍໃຈຂອງຜູ້ອື່ນ.
ຄໍາເວົ້າທີ່ມີຄວາມຈິງ. ມີປະໂຫຍດ, ບໍ່ເປັນທີ່ຮັກ, ບໍ່ເປັນທີ່ພໍໃຈຜູ້ອື່ນ.
ຄໍາເວົ້າທີ່ບໍ່ມີຄວາມຈິງ, ບໍ່ຖືກຕ້ອງ, ບໍ່ເປັນປະໂຫຍດ, ເຖີງເປັນທີ່ຮັກ ເປັນທີ່ພໍໃຈຜູ້ອື່ນ.
ຄໍາເວົ້າທີ່ມີຄວາມຈິງ, ຖືກຕ້ອງ ບໍ່ເປັນປະໂຫຍດ, ເປັນທີ່ຮັກ ເປັນທີ່ພໍໃຈຂອງຜູ້ອື່ນ.
ຄໍາເວົ້າທີ່ມີຄວາມຈິງ, ຖືກຕ້ອງ, ເປັນປະໂຫຍດ, ເປັນທີ່ຮັກ ເປັນທີ່ພໍໃຈຂອງຜູ້ອື່ນ.



ຂອບໃຈທີ່ມາຈາກ:  inwlike9.com

________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ









Post Bottom Ad