4 ຂໍ້ ຄວນຄິດ! ກັບສິ່ງທີ່ພໍ່ແມ່ຄວນເຮັດ ເພື່ອ “ອານາຄົດທີ່ດີຂອງລູກ” - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

4 ຂໍ້ ຄວນຄິດ! ກັບສິ່ງທີ່ພໍ່ແມ່ຄວນເຮັດ ເພື່ອ “ອານາຄົດທີ່ດີຂອງລູກ”



ສິ່ງທີ່ພໍ່ແມ່ຄວນເຮັດ ເພື່ອລູກໆຂອງທ່ານ ບໍ່ແມ່ນພຽງເຮັດໃຫ້ດີທີ່ສຸດແຕ່ສະເພາະວັນພິເສດເທົ່ານັ້ນ, ແຕ່ເພາະເດັກເປັນຊັບພະຍາກອນທີ່ສໍາຄັນທີ່ສຸດ ແລະ ຊົງຄຸນຄ່າທີ່ສຸດຂອງປະເທດຊາດ
ການໃຫ້ຄວາມສໍາຄັນຕໍ່ເດັກ ບໍ່ຄວນຈະຈໍາກັດສະເພາະໃນວັນສໍາຄັນພຽງແຕ່ວັນໜຶ່ງພຽງວັນດຽວເທົ່ານັ້ນ, ຫາກແຕ່ພໍ່ແມ່ຍັງຕ້ອງດໍາເນີນໄປຕໍ່ເນື່ອງຕະຫຼອດທັງປີ ແລະ ທຸກວັນ, ເຊິ່ງຕໍ່ໄປນີ້ຄືຂໍ້ຄິດເຕືອນໃຈສໍາລັບພໍ່ແມ່ໃນການລ້ຽງລູກ ເພື່ອໃຫ້ເດັກນ້ອຍ ຫຍ່ຂື້ນມາເປັນເດັກທີ່ສົມບູນແບບທັງຮ່າງກາຍ ແລະ ຈິດໃຈ, ພໍ່ແມ່ຕ້ອງລ້ຽງແນວໃດ? ມາເບິ່ງກັນເລີຍ.


4 ຂໍ້ຄິດທີ່ພໍ່ແມ່ຄວນເຮັດເພື່ອລູກ ທຸກວັນ
ສິ່ງທໍາອິດທີ່ພໍ່ແມ່ຄວນເຮັດ

ພໍ່ແມ່ບໍ່ຄວນປ່ຽນຕົວເອງຈາກການລ້ຽງລູກດ້ວຍນົມມາເປັນການລ້ຽງລູກດ້ວຍເງິນ
ສິ່ງທີ່ເດັກນ້ອຍຕ້ອງການຈາກພໍ່ແມ່ຄື: ຄວາມຮັກ ແລະ ເວລາ. ແຕ່ພໍ່ແມ່ສະໄໝໃໝ່ນີ້ອາດຈະມີເວລາກັບລູກໆໜ້ອຍລົງ ແລະ ມັກແກ້ໄຂບັນຫາດ້ວຍເງິນ, ທຸກຄັ້ງທີ່ລູກໆຢາກໄດ້ສິ່ງນັ້ນສິ່ງນີ້ ຫຼື ຢາກໃຫ້ພາໄປທ່ຽວຕາມສະຖານທີ່ຕ່າງໆຄືໝູ່ເພື່ອນພໍ່ແມ່ຄວນຈະອະທິບາຍໃຫ້ລູກຟັງເຖີງສະຖານະທາງການເງິນຂອງຄອບຄົວ ແລະ ທາງເລືອກຂອງການໃຊ້ເງິນເຊັ່ນ: ຖ້າໃນເວລາທີ່ເຮົາຊື້ເຄື່ອງຫຼີ້ນອັນນີ້ໄປແລ້ວເຮົາອາດຈະໄດ້ລໍຖ້າໃນການຊື້ເສື້ອໃໝ່ໄປອີກເປັນເດືອນໆເລີຍໄດ໋ລູກເຊິ່ງຈະເປັນການສອນລູກໃຫ້ຮູ້ຈັກເລືອກ, ຮູ້ຈັກຕັດສິນໃຈ.



ສິ່ງທີ່ພໍ່ແມ່ຄວນເຮັດເປັນສິ່ງທີ່ສອງ

ພໍ່ແມ່ຄວນມີເວລາໃຫ້ກັບລູກ ພ້ອມທັງສະແດງການໃຫ້ກຽດ ແລະ ເຄົາລົບລູກຢ່າງເໝາະສົມ
ພອນສະຫວັນສໍາຄັນປະການໜຶ່ງຂອງເດັກຄື: ຄວາມສົງໄສຢາກຮູ້ຢາກເຫັນ, ເດັກສາມາດຕັ້ງຄໍາຖາມທີ່ພໍ່ແມ່ເກືອບບໍ່ເຄີຍສົນໃຈຕະຫຼອດເວລາເຊັນ: ພໍ່ ເປັນຫຍັງ ມື້ນີ້ ເດືອນຈຶງບໍ່ເຕັມດວງ, ເປັນຫຍັງໄກ່ຈຶ່ງເກີດລູກເປັນໄຂ່ ແລະ ອື່ນໆ  ເມື່ອພໍ່ແມ່ລໍາຄານກໍ່ບອກໃຫ້ລູກໄປເບິ່ງທໍລະທັດ ແທນທີ່ຈະພະຍາຍາມອະທິບາຍໃຫ້ລູກເຂົ້າໃຈ ທ່ານຮູ້ບໍ່ວ່າພໍ່ແມ່ກໍາລັງຂ້າຄວາມຢາກຮູ້ຢາກເຫັນ ແລະ ຈິນຕະນາການຂອງເດັກຕັ້ງແຕ່ເຂົາຍັງບໍ່ທັນໄດ້ເຕີບໃຫຍ່.



ສິ່ງທີ່ພໍ່ແມ່ຄວນເຮັດໃນປະການທີ່ສາມ

ສິ່ງວິເສດປະການໜຶ່ງທີ່ພໍ່ແມ່ທຸກຄົນຄວນປະຕິບັດຄື: ຫາເວລາຫວ້າງກ່ອນນອນມາອ່ານໜັງສືືໃຫ້ລູກຟັງ
ໃຫ້ຄວາມສໍາຄັນກັບເວລານີ້ເປັນພິເສດ ແລະ ຕ້ອງປະຕິບັດຢ່າງສະໝໍ່າສະເໜີ ບໍ່ວ່າບາງຄັ້ງມັນຈະກົງກັບຊ່ວງຖ່າຍທອດບານເຕະ ຫຼື ຊ່ວງເວລາທີ່ເຮົາມັກ, ການແບ່ງເວລາລະຫວ່າງພໍ່ກັບແມ່ກໍ່ອາດເປັນທາງອອກໜຶ່ງໃນຊ່ວງເວລາດັ່ງກ່າວເພື່ອຈະເປັນຢາວິເສດທີ່ພໍ່ແມ່ຈະໄດ້ສໍາພັດກັບລູກໆ, ເວົ້າລົມ, ຮັບຟັງ ແລະ ສອນນິໄສຮັກການອ່ານໃຫ້ລູກ ແລະ ນິໄສຮັກການອ່ານນີ້ ຫາກປູກຝັງໃຫ້ເດັກນ້ອຍໄດ້ຊີວິດຂອງເຂົາກໍ່ຈະມີຫຼັກປະກັນທີ່ດີໄດ້.


ສິ່ງທີ່ພໍ່ ແລະ ແມ່ຄວນເຮັດປະການສຸດທ້າຍ

ສໍາຫຼັບທ່ານທີ່ເປັນພໍ່ແມ່ກໍ່ຄືຢ່າເອົາແຕ່ເວົ້າ
ວິທີສອນລູກໃຫ້ດີທີ່ສຸດກໍ່ຄື: ການເຮັດຕົວເອງໃຫ້ເປັນແບບຢ່າງທີ່ດີໃຫ້ລູກເຫັນເປັນປະຈໍາ, ສະໝໍ່າສະເໝີ ແລະ ຕະຫຼອດເວລາ. ມັນຈະບໍ່ມີປະໂຫຍດຫຍັງເລີຍຖ້າທ່ານສອນລູກໃຫ້ເປັນຄົນຕົງຕໍ່ເວລາ ແຕ່ພໍ່ແມ່ກັບບໍ່ເຄີຍຮັກສາເວລາ  ບໍ່ຄວນເສຍເວລາບອກສອນແຕ່ໃຫ້ຮັກສາຄໍາເວົ້າຕ່າງຫາກເຊິ່ງຈະດີກວ່າ..
ຄວນສະແດງໃຫ້ລູກໆເຫັນວ່າ ການໃຫ້ກຽດ, ການເຄົາລົບຜູ້ອື່ນນັ້ນເຮັດແນວໃດ ໂດຍເຮົາປະຕິບັດຕໍ່ລູກສະໝໍ່າສະເໜີ ຈາກນີ້ນິໄສທີ່ດີທີ່ເຮົາສອນກໍ່ຈະກາຍເປັນສ່ວນໜຶ່ງຂອງຊີວິດເຂົາ, ເປັນນິໄສທີ່ດີຂອງເຂົາ ແລະ ເປັນຕົວກໍານົດເສັ້ນທາງຂອງເຂົາ.


ມາຮອດຈຸດນີ້ແລ້ວພໍ່ແມ່ຫຼາຍຄົນຄົງເລີ່ມຮູ້ສຶກວ່າ: ການເປັນພໍ່ແມ່ຄົນເປັນຫຍັງມັນຄືືຫຍຸ້ງຍາກແທ້, ຊຶ່ງເປັນຄວາມຄິດທີ່ຖືກຕ້ອງເລີຍ ການທີ່ຈະເປັນພໍ່ຄົນແມ່ຄົນໄດ້ນັ້ນມັນບໍ່ແມ່ນເລື່ອງງ່າຍໆເລີຍ, ລອງຫວນກັບໄປຄິດເບິ່ງເວລາທີ່ພໍ່ແມ່ສອນເຮົາມາ, ຖ້າຫາກວ່າເພິ່ນຍັງຢູ່ ທ່ານຄວນຂອບໃຈທ່ານທີ່ຊ່ວຍລ້ຽງດູເຮົາຈົນເຮົາມີວັນນີ້ ຫາກເພິ່ນໄປຢູ່ເທິ່ງສະຫວັນແລ້ວເຮົາກໍ່ນົບມືແລ້ວລະລືກເຖິງບຸນຄຸນເພິ່ນ.
ແນວໃດກໍ່ຕາມຂໍໃຫ້ພໍ່ແມ່ ຕັ້ງໃຈປະຕິຍານໄວ້ວ່າ: ຈະເປັນພໍ່ແມ່ທີ່ດີຂອງລູກ, ເພື່ອມື້ຂ້າງໜ້າ



 ຂອບໃຈທີ່ມາຈາກ:     www.amarinbabyandkids.com








________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ









Post Bottom Ad