ທ່ານຮູ້ບໍ່ວ່າ ສາເຫດທີ່ພາໃຫ້ເກີດປາກແຫ້ງ ມີສາເຫດໃດແດ່? ສາວໆຄວນອ່ານເດີ! - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ທ່ານຮູ້ບໍ່ວ່າ ສາເຫດທີ່ພາໃຫ້ເກີດປາກແຫ້ງ ມີສາເຫດໃດແດ່? ສາວໆຄວນອ່ານເດີ!



1ການດືມນໍ້າໜ້ອຍເກີນໄປ ເປັນສາເຫດໜຶ່ງ ທີ່ສໍາຄັນທີ່ສຸດ ເພາະຮ່າງກາຍຕ້ອງໄດ້ຮັບນໍ້າເພື່ອຮັກສາຄວາມຊຸ່ມຊື່ນຂອງຮ່າງກາຍ ໂດຍສະເພາະບໍລິເວນປາກ ທີ່ສູນເສຍນໍ້າຫຼໍ່ລ້ຽງໄດ້ງ່າຍ ຈຶ່ງຕ້ອງດືມນໍ້າເພື່ອຮັກສາຄວາມຊຸ່ມຊື່ນຂອງຮ່າງກາຍຢູ່ສະເໝີ.

2. ສະພາບແວດລ້ອມ ເປັນອີກສາເຫດໜຶ່ງທີ່ຫຼາຍຄົນອາດຈະເບິ່ງຂ້າມໄປ ທັງເລື່ອງຂອງ ລົມຟ້າອາກາດ ແລະ ແສງແດດ ຕ່າງກໍ່ມີຜົນຕໍ່ປາກຂອງເຮົາ ເຊັ່ນອາກາດທີ່ມີອຸ່ນນະພູມທີ່ສູງ ບວກກັບລົມທີ່ພັດແຮງ ແມ້ແຕ່ສະພາບແວດລ້ອມອ້ອມຕົວເຮົາ ເຊັ່ນ ຄົນທີ່ເຮັດວຽກໃນຫ້ອງແອ ກໍ່ຈະມີໂອກາດປາກແຫ້ງ ຫຼາຍກວ່າ ຄົນທີ່ເຮັດວຽກຢູ່ໃນອຸ່ນຫະພູມປົກກະຕິ ສ່ວນແສງແດດນັ້ນ ຫາກປາກຂອງເຮົາຫາກຖືກແດດເປັນເວລາດົນ ແສງຈາກແດດກໍ່ສາມາດເຮັດໃຫ້ປາກແຂງເຮົາແຫ້ງແລະ ແຕກໄດ້.

3. ຜະລິດຕະພັນທາປາກບາງຊະນິດ ເຊັ່ນ: ລິບສະຕິກ ແລະ ລິບບາມ ທີ່ສາມາດເຮັດໃຫ້ປາກແຫ້ງ ໂດຍສະເພາະລິບບາມ ທີ່ເປັນຕົວດຶງດູດຄວາມຊຸ່ມຊື່ນຂອງປາປກ ຫຼື ອາດຈະເປັນຍາຕ່າງໆ ເຊັ່ນຢ່າແກ້ແພ້, ແກ້ດີຫວັດ ຫຼຶ ຢາຈໍາພວກຄວາມດັນທີ່ມີຜົນຂ້າງຄຽງທໍາໃຫ້ປາກແຫ້ງ.

4ອາການແພ້ຕ່າງໆ ທີ່ເຫັນກັນຫຼາຍຄື ແພ້ຜະລິດຕະພັນທີ່ມີ ຟູອໍລາຍ ຫຼື ເຄື່ອງດືມ ແອວກໍຮໍ

5. ອາການຜິດປົກກະຕິໃນຮ່າງກາຍ ເຊັ່ນ: ອາການຂາດວິຕາມິນບີ (B) ຫຼື ຈະເປັນອາການຮ້ອນໃນ ຊຶງອາການຂອງຄວາມຜິດປົກກະຕິເຫຼົ່ານີ້ຄື ປາກແຫ້ງ

6. ການເອົາລີ້ນເລຍປາກ ວິທີີນີ້ອາດຈະເຮັດໃຫ້ປາກຮູ້ສຶກດີ, ປາກທີ່ແຫ້ງອາດຄືວ່າດີຂຶ້ນ ແຕ່ເມືອຄວາມຊຸ່ມຊື້ນຈາກນໍ້າລາຍລະເຫີຍໄປໝົດປາກຈແຫ້ງຫຼາຍກ່ວາເກົ່າອີກ, ດັ່ງນັ້ນ. ບໍ່ຄວນຈະເລຍປາກ.

 

ທ່ານສາມາດແກ້ໄຂປາກແຫ້ງດ້ວຍວິທິງ່າຍໆດັ່ງນີ້

1.    ດື່ມນໍ້າໃຫ້ພຽງພໍ ເພາະນໍໍ້າເປັນປັດໃຈສໍາຄັນ ການຮັກສາຄວາມຊຸ່ມຊື່ນໃນຮ່າງກາຍ ເພາະສະນັ້ນທ່ານຄວນດື່ມນໍ້າຫຼາຍໆ

2. ຫຼີກລ້ຽງສະພາວະສິ່ງແວດລ້ອມທີ່ມີຜົນຕໍ່ປາກຂອງທ່ານ ເຊັ່ນ: ຫາກເປັນແສງແດດກໍ່ໃຫ້ເຮົາກັ້ງຄັນຫົ່ມ ຫຼື ໃສໝວກ ເພື່ອປ້ອງກັນການຖືກແສງແດດໂດຍກົງ  ແລະ ຖ້າຫາກທ່ານມີອາການປາກແຫ້ງຫຼາຍ ໃນເວລາຢູ່ຫ້ອງແອໃຫ້ເຈົ້າວ່າງສິ່ງໃສນໍ້າຢູ່ໃກ້ໆ ເພື່ອໃຫ້ອາກາດຮອບຕົວມີຄວາມຊຸ່ມ.

3. ປັບປ່ຽນການໃຊ້ຜະລິດຕະພັນທີ່ທາປາກຂອງທ່ານ ເຊັນ ລີບສະຕິກ ໃຫ້ທ່ານເລືອກໃຊ້ສີອ່ອນໆ  ເພາະປະລິມານເມັດສີຈະໜ້ອຍກ່ວາແບບສີເຂັ້ມ ສ່ວນລິຍບາມທີ່ທາເປັນປະຈໍາ ໃຫ້ທທາເວລາຕອນປາກແຫ້ງແຕກຫຼາຍ ສ່ວນຢ່າສີແຂ້ວໃຫ້ເລືອກເປັນຢ່າສີແຂ້ວສະໝຸນໄພ ແລະ ມີຟອງໜ້ອຍ.

4. ຮັບປະທານອາຫານທີ່ອຸດົມໄປດ້ວຍວິຕະມິນບີ ເຊັ່ນ: ຜັກທີ່ມີໃບສີຂຽວ, ປະເພດຖົ່ວເປືອກແຂງ

ການເບິ່ງແຍງປາກຂອງທ່ານ ເຮັດໃຫ້ທ່ານງາມ ແລະ ດູດີຫຼາຍກວ່າທີ່ທ່ານຄິດ ເຊື່ອເລີຍວ່າຜູ້ຊາຍທຸກຄົນບໍ່ປາຖະໜາຜູ້ຍິງທີ່ມີປາກແຫ້ງແຕກ ເພາະສະນັ້ນ, ຮັກສາປາກຂອງທ່ານໃດ້ດູດີຢູ່ຕະຫຼອດເວລາ ແລະ ເຈົ້າຈະດູດີຂື້ນແນ່ນອນ


ຂອບໃຈທີ່ມາ:     www.Sanouk.com
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ










Post Bottom Ad