5 ເຄັດບໍ່ລັບ ວິທີບໍລຸງຜິວແຫ້ງເສຍໃຫ້ກັບມາງາມ ດ້ວຍວິທີງ່າຍໆ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

5 ເຄັດບໍ່ລັບ ວິທີບໍລຸງຜິວແຫ້ງເສຍໃຫ້ກັບມາງາມ ດ້ວຍວິທີງ່າຍໆ


ວິທີບໍາລຸງຜິວແຫ້ງເສຍລົບກວນໃຈ ໃຫ້ກາຍເປັນຜິວງາມດ້ວຍ 5 ເຄັດບໍ່ລັບ ເພື່ອບໍາລຸງຜິວທີ່ຈະເຮັດໃຫ້ຜິວຂອງທ່ານ ກັບມາເປັນຜິວງາມດູດີໄດ້ອີກຄັ້ງ

          
ບັນຫາາຜິວແຫ້ງ ເກີດຈາກຜິວຂັບນໍ້າມັນອອກມານ້ອຍເກີນໄປ ຈົນເຮັດໃຫ້ຂາດຄວາມຊຸ່ມຊືນ ແຫ້ງເປັນຜຸ່ຍໆ ແລະ ຫຍາບກ້ານ ອັນເກີດຈາກສະພາບອາກາດ, ສະພາບແວດລ້ອມ ຫຼື ປັດໄຈອື່ນໆ ທີ່ເຮັດໃຫ້ເກີດຜິວແຫ້ງໄດ້ໂດຍບໍ່ຮູ້ຕົວ ເຊັ່ນ: ຢູ່ໃນຫ້ອງແອ ແລະ ອາກາດເຢັນເປັນເວລາດົນ, ອາບນໍ້າອຸ່ນຕະຫຼອດ, ໃຊ້ສະບູທີ່ມີຟອດຫຼາຍຈົນເກີນໄປກໍ່ເປັນສາເຫດໜຶ່ງທີ່ເຮັດໃຫ້ຜິວແຫ້ງໄດ້ຄືກັນ  


ສໍາລັບສາວໆ ທີ່ວິຕົກກັງວົນ ຫຼື ຢາກໂຊຜິວທີ່ງາມໃສ່ໂດຍບໍ່ແຫ້ງເສຍ  ບັນຫາເຫຼົ່ານີ້ຈະໝົດໄປຖ້າຫາກທ່ານມີວິທທີບໍາລຸຮັກສາທີ່ຖືວິທີ

1. ບໍາລຸງຜິວດ້ວຍນໍ້າໝາກໄມ້: ໝາກໄມ້ນອກຈາກຈະກິນອາຫານເພື່ອເຮັດໃຫ້ຮ່າງກາຍໄດ້ຮັບວິຕາມິນທີ່ເປັນປະໂຫຍດແລ້ວ  ຍັງສາມາດນໍາມາບໍາລຸງຜິວເພື່ອລົດຜິວແຫ້ງ ກັບມາໃຫ້ເປັນຜິວນຸ່ມ ແລະ ຊຸ່ມຊືນອີກຄັ້ງ ນັບເປັນວິທີທີ່ບໍາລຸງຜິວແຫ້ງແບບລຽບງ່າຍ ແລະ ປະຍັດ

2.  ໃຊ້ຜະລິດຕະພັນບໍາລຸງຜິວຢ່າງສະໝໍ່າສະເໝີ ສໍາລັບສາວໆ ທີ່ມີຜິວແຫ້ງຫຼາຍ ຄວນຈະເລືອກໃຊ້ຜະລິດຕະພັນສໍາລັບຜິວແຫ້ງທີ່ມີສ່ວນຜະສົມຂອງມອຍ໌ເຈີໄລເຊີ  ຫຼາຍເປັນພິເສດ ເພາະມອຍເຈີໄລເຊີ ຈະເພິ່ມຄວາມຊຸ່ມຊື່ນ ໃຫ້ແກ່ຜິວ ແລະ ປົກປ້ອງບໍ່ໃຫ້ນໍ້າໃນຜິວລະເຫີຍອອກໄປ ທັງນີ້ຜະລິດຕະພັນທີ່ມີມອຍ໌ເຈີໄລເຊີ  ເປັນສ່ວນຜະສົມ ທີ່ມີໃຫ້ເລືອກໃຊ້ໄດ້ຫຼາຍຮູບແບບ ເຊັ່ນ ຄີມ, ໂລຊັນ ແລະ ສະບູບອາບນໍ້າ
         
3. ນວດຜິວແຫ້ງດ້ວຍນໍ້າມັນໝາກພ້າວ:  ພຽງແຕ່ທ່ານນໍາມານວດລົງຜິວໜັງ ຈະຊ່ວຍໃຫ້ຜິວມີຄວາມຊຸ່ມຊື່ນຂື້ນ ເພາະນໍ້າມັນໝາກພ້າວຈະຊຶມເຂົ້າຜິວໜັງໄດ້ງ່າຍ ສົ່ງຜົນໃຫ້ຜິວໜັງໄດ້ຮັບການບໍາລຸງຢ່າງເຕັມທີ່ ອີກທັງຍັງມີສານຕ້ານອະນຸມູນອິດສະຫຼະ ຊ່ວຍລົດການເກີດຜິວແຮວກ່ອນໄວ ໄດ້ເປັນຢ່າງດີ ແຖມຍັງຊ່ວຍກະຕຸ້ນໃຫ້ຜິວໜັງຊ່ວຍຜັດເຊວຜິວໃໝ່ ນອກຈາກຈາກຊ່ວຍໃນເລື່ອງຜິວແຫ້ງແລ້ວ ຍັງຊ່ວຍໃຫ້ຜິວເບິ່ງອ່ອນເຍົາລົງອີກ


         
4.  ຮັບປະທານອາຫານເສີມ:    ອີກໜຶ່ງສາເຫດທີ່ສໍາຄັນທີ່ເຮັດໃຫ້ເກີດບັນຫາຜິວແຫ້ງ ອາດມາຈາກຮ່າງກາຍຂາດວິຕະມິນ ດັ່ງນັ້ນການກິນອາຫາເສີມທີ່ມີສ່ວນປະກອບເພິ່ມຄວາມຊຸ່ມຊື່ນໃຫ້ກັບຮ່າງກາຍ ແລະ ຟື້ນຟູສະພາບຜິວແຫ້ງໃຫ້ກັບມານຸ່ມອີກຄັ້ງ ໂດຍສະເພາະອາຫານເສີມທີ່ມີສ່ວນປະກອບເພິ່່ມມຄວາມຊຸ່ມຊື່ນໃຫ້ກັບຜິວ ແບບ ວິຕາມິນເອ ແລະ ວິຕາມມິນອີ ທັງນີ້ອາຫານເສີມບາງຊະນິດມີຄອລລາເຈນຊ່ວຍໃຫ້ຜິວງາມອົມຊົມພູອີກດ້ວຍ
         
5.  ດືມນໍ້າຫຼາຍໆ ວິທີງ່າຍໆ ທີ່ສາວໆຜິວແຫ້ງທັງຫຼາຍຄວນປະຕິບັດເປັນຢ່າງຍິ່ງເພາະຮ່າງກາຍຂາດນໍ້າຫຼາຍ ນັ້ນກໍ່ໝາຍຄວາມວ່າຜິວຂອງເຮົາກໍ່ຈະຂາດຄວາມຊຸ່ມຊື່ນຕາມໄປນໍາ ດັ່ງນັ້ນທ່ານຄວນດືມນໍ້າຢ່າງນ້ອຍ ມື້ລະ 2 ລິດ ຫຼື ປະມານ 8-12 ແກ້ວ ເພື່ອຄືນຄວາມຊຸ່ມຊືນໃຫ້ກັບຜິວ ນອກຈາກຜິວຈະກັບມາງາມແລ້ວຍັງຈະຊ່ວຍໃນເລື່ອງລະບົບຂັບຖ່າຍໃຫ້ດີຂື້ນນໍາອີກ
          


      ໝົດກັງວົນເລື່ອງຜິວແຫ້ງແລ້ວ ສາວຜິວແຫ້ງທັງຫຼາຍຢ່າລືມເບິ່ງແຍງຢຢ່າງສະໝໍາສະເໝີນໍາ ທ່ສໍາຄັນຄວນອອອກກໍາລັງກາຍຄວບຄູ່ກັນໄປ ແລະ ພັກຜ່ອນໃຫ້ພຽງພໍຈະຊ່ວຍໃຫ້ສະພາບຜິວກັບມາງາມໄດ້ໄວຂື້ນຍິ່ງຂື້ນ.

ຂອບໃຈຂໍ້ມູນຈາກ:       WWW.Sanouk.com
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ








Post Bottom Ad