ໄຟຟ້າແຈ້ງປິດບໍລິການຈ່າຍຄ່າໄຟທົ່ວນະຄອນຫຼວງວັນຈັນໜ້າ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ໄຟຟ້າແຈ້ງປິດບໍລິການຈ່າຍຄ່າໄຟທົ່ວນະຄອນຫຼວງວັນຈັນໜ້າ




ຝ່າຍປະຕິບັດການໄຟຟ້ານະຄອນຫຼວງວຽງຈັນ ປະກາດເຖິງຜູ້ຊົມໃຊ້ໃນທົ່ວ 9 ຕົວເມືອງຊາບວ່າ ບັນດາສູນຮັບເງິນໃນຂອບເຂດ 9 ຕົວເມືອງທີ່ຂຶ້ນກັບນະຄອນຫຼວງວຽງຈັນ ຈະໄດ້ປິດບໍລິການຮັບຄ່າກະແສໄຟຟ້າ ໃນວັນທີ4 ທັນວາ 2017 ເນື່ອງຈາກເປັນວັນພັກຊົດເຊີຍວັນທຊາດທີ 2 ທັນວາ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະທຸກສູນຈະກັບມາເປີດໃຫ້ບໍລິການເປັນປົກກະຕິນັບແຕ່ວັນທີ 5 ທັນວາ 2017 ເປັນຕົ້ົ້ນໄປ.





ແນະນຳເພີ່ມເຕີມສຳລັບຜູ້ໃດທີ່ໃຊ້ບໍລິການທະນາຄານ ແຕ່ຍັງໄປຊຳລະຢູ່ປ່ອງບໍລິການຢູ້ ຖ້າບໍ່ຢາກໄປຊຳລະຄ່າກະແສໄຟຟ້າຢູ່ສູນກໍ່ສາມາດເປີດບໍລິການຊຳລະຜ່ານໂທລະສັບມືຖືແບບງ່າຍໆ ພຽງແຕ່ທ່ານມີບັດເອທີເອັມ ແລ້ວເປີດໃຊ້ໄດ້ເລີຍ ຫາກໃຊ້ຂອງທະນາຄານພັດທະນາລາວກໍ່ໄປເປີດໂມບາຍແບັງຄິ່ງ, ຖ້າໃຊ້ຂອງທະນາຄານການຄ້າຕ່າງປະເທດລາວ ມະຫາຊົນກໍ່ເປີດ BCEL One ເທົ່ານີ້ກໍ່ຈົບແຕ່ລະເດືອນບໍ່ຈຳເປັນຫຍຸ້ງຍາກເສຍນ້ຳມັນລົດໄປຈ່າຍຄ່າໄຟອີກຕໍ່ໄປ. ທີ່ສຳຄັນການເປີດໃຊ້ບໍລິການແມ່ນບໍ່ໄດ້ເສຍເງິນແຖມຍັງໃຊ້ໄດ້ຫຼາຍແນວບໍ່ສະເພາະແຕ່ຈ່າຍຄ່ານ້ຳຄ່າໄຟເທົ່ານັ້ນ ຍັງສາມາດລະບົບທະນາຄານໃນມືຖືເຕັມເງິນໂທລະສັບໂອນຫາໃຜເວລາໃດກໍ່ໄດ້ແສນສະດວກ.

ການແນະນຳໃນທີ່ນີ້ກໍ່ເພື່ອຫຼາຍຄົນທີ່ຍັງບໍ່ທັນຮູ້ນຳໃຊ້ລະບົບທະນາຄານໃນມືຖືເທົ່ານັ້ນ, ສ່ວນຜູ້ທີ່ຮູ້ແລ້ວກໍ່ຊ່ວຍບອກຜູ້ບໍ່ຮູ້ແດ່ ເພື່ອຫັນໄປໃຊ້ບໍລິການສິ່ງທີ່ສະດວກປອດໄພກວ່າ ບໍ່ຈຳເປັນພົກພາເງິນສົດໃນບາງສິ່ງທີ່ບໍ່ຈຳເປັນ ບໍ່ສ່ຽງຕໍ່ການຂີ່ລົດ ແລະປະຢັດອີກຕ່າງຫາກ.

________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ






Post Bottom Ad