ທ່ານຜູ້ໃຈບຸນຊ່ວຍນ້ອງດ້ວຍ ບໍ່ມີຮູທວານກຳລັງຈະເຂົ້າຜ່າຕັດ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ທ່ານຜູ້ໃຈບຸນຊ່ວຍນ້ອງດ້ວຍ ບໍ່ມີຮູທວານກຳລັງຈະເຂົ້າຜ່າຕັດ




ໜ່ວຍຊ່ວຍເຫຼືອໄພທຸກຍາກດ້ອຍອະນາຖາ ໄດ້ຮັບເດັກນ້ອຍ ທີ່ບໍ່ມີຮູທະວານ😥😥😥ມາແຕ່ຫຼວງນ້ຳທາ ເພື່ອມາຊ່ວຍເຫຼືອ ໃນການຜ່າຕັດ ໃຫ້ມີຮູທະວານ, ມີຊີວິດທີ່ດີໃຫຍ່ກ້າໜ້າບານ ຄືເດັກຄົນອື່ນ ເນື່ອງຈາກຄອບຄົວທຸກຍາກ ຂາດເຂີນ ສະນັ້ນຈິ່ງຂໍແບ່ງປັນນ້ຳໃຈຈາກທ່ານຜູ້ໃຈບຸນທັງຫຼາຍ.


 ຕາມຂໍ້ມູນເດັກນ້ອຍຈະເດີນທາງຈາກຫຼວງນ້ຳທາມາເຖິງນະຄອນຫຼວງວຽງຈັນໃນມື້ວັນ ທີ 8ຫຼັງຈາກນັ້ນວັນທີ 9-10 ທາງໜ່ວຍງານກູ້ໄພ ນະຄອນຫຼວງວຽງຈັນຈະເອົາເດັກເຂົ້າປິ່ນປົວ ທີ່ໂຮງໝໍເດັກ 150ຕຽງ, ໃນການຮັກສາ ຄັ້ງນີ້ ຫາກທ່ານໃດ ຕ້ອງການ ບໍລິຈາກ ໃຫ້ໂດຍຜ່ານບັນຊີແມ່ເດັກ ອອກຊື່ ນາງຮ່ວມ ຫຼື ໄປຢ້ຽມຢາມ ບໍລິຈາກ ດ້ວຍຕົວເອງກະໄດ້ເດີ້ ທີ່ໂຮງໝໍເດັກ..150ຕຽງ ຫລື ຜ່ານ ບັນຊີໜ່ວຍງານກະໄດ້ #ໜ່ວຍຊ່ວຍເຫລືອໄພທຸກຍາກ ແລະ ດ້ອຍອານາຖາ #POVERTY AID FOUNDATION #LAK092120001063188001 ລະບຸທຸກຄັ້ງ ຊ່ວຍນາງ ບຸນຮັກສາ ເດັກໃສ້ອອກ.


ບໍ່ຮູ້ວ່າ ການປິ່ນປົວຄັ້ງ ນີ້ໃຊ້ເວລາດົນປານໃດ ຄອບຄົວມາທັງໝົດ 3ຄົນ ກິນຢູ່ ນຳສະມາຄົມອາສາກູ້ໄພນະຄອນຫລວງວຽງຈັນ 1624 ດັ່ງນັ້ນ ຫາກທ່ານໃດ ມີຈິດເມດຕາ ຢາກຮູ້ ຂໍ້ມູນ ໃຫ້ໂທ ສອບຖາມ 020 55758891 ນາງພອນສະຫວັນ...ຜູ້ດູແລ ຫຼື ໂທ 020 58857373 ..😐😐😐.96697373🙄🙄🙄 ປະທານທີ່ປືກສາ ທ່ານ ລຳພັນ ອວນມີໄຊ.


________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ




Post Bottom Ad