ທາງການ! ເມສຊີ ຕໍ່ສັນຍາກັບ ບາເຊໂລນາ ເຖິງປີ 2021 ພ້ອມຕັ້ງຄ່າຈີກສັນຍາຢ່າງຫຼວງຫຼາຍ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ທາງການ! ເມສຊີ ຕໍ່ສັນຍາກັບ ບາເຊໂລນາ ເຖິງປີ 2021 ພ້ອມຕັ້ງຄ່າຈີກສັນຍາຢ່າງຫຼວງຫຼາຍ


   ແຟນບານຂອງ ບາເຊໂລນາ ປຽບເໝືອນກັບປານຍົກພູເຂົາອອກຈາກເອິກໄປຕາມໆກັນ ເມື່ອ ບາເຊໂລນາ ປະກາດຂ່າວຕໍ່ສັນຍາກັບ ລິໂອເນລ ເມສຊີ ກອງໜ້າຕົວເກັ່ງຊາວອາເຈນຕິນາ ໄປອີກ 4 ປີ ຫຼື ຈົນເຖິງເດືອນມິຖຸນາ 2021 ຢ່າງເປັນທາງການ ເມື່ອວັນເສົາທີ 25 ພະຈິກ ທີ່ຜ່ານມາ ພ້ອມກັບຕັ້ງຄ່າຈີກສັນຍາໄວ້ສູງເຖິງ 700 ລ້ານເອີໂຣ.

   ສິ່ງທີ່ໜ້າສົນໃຈຄັ້ງນີ້ແມ່ນ ບາເຊໂລນາ ໄດ້ລະບຸຄ່າ ຈີກສັນຍາເພີ່ມເປັນ 700 ລ້ານເອີໂຣ, ເຊິ່ງຖ້າຫາກ ເມສຊີ ຢູ່ກັບສະໂມສອນເຖິງປີ 2021 ກໍ່ເທົ່າກັບວ່າ ລາວຈະຢູ່ກັບທີມຊຸດໃຫຍ່ຂອງ ບາເຊໂລນາ ເຖິງ 17 ປີ.

   ສໍາລັບ ເມສຊີ ລົງຫຼິ້ນໃຫ້ກັບ ບາເຊໂລນາ ໄປແລ້ວ 602 ນັດ ຍິງໄດ້ 523 ປະຕູ ພ້ອມທັງໄດ້ແຊັມກັບທີມ 30 ຂັນແລ້ວ.

________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ





Post Bottom Ad