ບານເຕະຍິງ ຢູ 18 ເກີດແລ້ວ ພ້ອມປະເດີມສະໜາມເສົາໜ້າ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ບານເຕະຍິງ ຢູ 18 ເກີດແລ້ວ ພ້ອມປະເດີມສະໜາມເສົາໜ້າ


   ການແຂ່ງຂັນ ບານເຕະຍິງ ລຸ້ນອາຍຸ 18 ປີ ກຽມເປີດສາກຂຶ້ນ ໃນວັນເສົາ 18 ພະຈິກ 2017 ທີ່ຈະມາເຖິງນີ້ ໂດຍມີ 7 ທີມເຂົ້າຮ່ວມຊີງໄຊ.


   ໃນຕອນບ່າຍ ວັນພຸດ 8 ພະຈິກ 2017 ຢູ່ທີ່ຫ້ອງປະຊຸມ ສະຫະພັນບານເຕະແຫ່ງຊາດ ໄດ້ໃຫ້ມີກອງປະຊຸມເຕັກນິກ ເພື່ອກຽມຈັດການແຂ່ງຂັນບານເຕະຍິງ ລຸ້ນອາຍຸ 18 ປີ LFF U-18 WOMEN YOUTH LEAGUE 2017, ພາຍໃຕ້ການເປັນປະທານ ຂອງ ທ່ານ ນາງ ຍອດແກ້ວ ພາວະດີ ຮອງເລຂາທິການ ສະຫະພັນບານເຕະແຫ່ງຊາດ ທັງເປັນຮອງອະນຸກຳມະການບານເຕະຍິງ, ທ່ານ ຄຳໃສ ແສງມະນີພອນ ຫົວຫນ້າພະແນກຈັດການແຂ່ງຂັນ ພ້ອມດ້ວຍບັນດາທີມທີ່ເຂົ້າຮ່ວມ .

   ສຳລັບ ການແຂ່ງຂັນບານເຕະຍິງ ລຸ້ນອາຍຸ 18 ປີ LFF U-18 WOMEN YOUTH LEAGUE 2017 ມີທີມ 7 ທີມ ປະກອບມີ :
1. ມສ ສາລະຄຳ
2. ມສ ວຽງຈັນ
3. ມະຫາວິທະຍາໄລແຫ່ງຊາດ
4. ເມືອງມະນີ ເອຟຊີ
5. ມປ ວຽງຈັນ - ໂຮຈີມິນ
6. ກົມພັດທະນາການທ່ອງທ່ຽວ
7. ມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ

+ສຳລັບລາງວັນຂອງ ການແຂ່ງຂັນ
- ອັນດັບ 1 : ໄດ້ຮັບຂັນ 1 ຫນ່ວຍ ເງິນສົດ 5.000.000 ກີບ
- ອັນດັບ 2 : ໄດ້ຮັບຂັນ 1 ຫນ່ວຍ ເງິນສົດ 4.000.000 ກີບ
- ອັນດັບ 3 : ໄດ້ຮັບຂັນ 1 ຫນ່ວຍ ເງິນສົດ 3.000.000 ກີບ
- ທີມມາລະຍາດດີເດັ່ນ ໄດ້ຮັບ ເງິນສົດ 500.000 ກີບ
- ນັກກິລາດີເດັ່ນ ໄດ້ຮັບ ເງິນສົດ 500.000 ກີບ
- ນັກກິລາຍິງປະຕູສູງສຸດ ໄດ້ຮັບ ເງິນສົດ 500.000 ກີບ.
   ພ້ອມກັນນັ້ນຍັງມີເງິນສະຫນັບສະຫນູນທີມລະ 2.000.000 ກີບ ແລະ ຫມາກບານ 5 ຫນ່ວຍ / ທີມ ແລະ ເສື້ອ 18 ຊຸດ / ທີມ.

   ສຳລັບຕາຕະລາງການແຂ່ງຂັນນັດເປີດສະຫນາມແມ່ນຈະມີຂຶ້ນໃນວັນເສົາ 18 ພະຈິກ 2017 ເວລາ 10:00 ມສ ສາລະຄຳ ພົບ ມສ ວຽງຈັນ, ເວລາ 15:00 ມຊ ພົບ ເມືອງມະນີ ເອຟຊີ ແລະ ເວລາ 17:00 ມປ ວຽງຈັນ - ໂຮຈີມິນ ພົບ ກົມພັດທະນາການທ່ອງທ່ຽວ ທຸກໆນັດແມ່ນແຂ່ງຂັນຢູ່ທີ່ສະຫນາມຫຍ້າທຽມ ສະຫະພັນບານເຕະແຫ່ງຊາດລາວ.

ຂໍ້ມູນຈາກ: ສະຫະພັນບານເຕະແຫ່ງຊາດລາວ

________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ





Post Bottom Ad