ປະກາດ! ຢູໂຣ ຊີງແຊັມທົ່ວປະເທດ ຄັ້ງທີ 8 ເປີດສາກເສົານີ້ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປະກາດ! ຢູໂຣ ຊີງແຊັມທົ່ວປະເທດ ຄັ້ງທີ 8 ເປີດສາກເສົານີ້


   ສະຫະພັນກີລາຢູໂດແຫ່ງຊາດລາວ ກຽມຈັດການແຂ່ງຂັນຢູ່ໂດ ຊິງແຊ້ມທົ່ວປະເທດ ຄັ້ງທີ 9 ລະຫວ່າງວັນທີ 11-12 ພະຈິກ 2017 ທີ່ສູນ ບູໂດ້ ເຊັນເຕີ.

   ພິທີຖະແຫລງຂ່າວໄດ້ມີຂື້ນໃນຕອນແລງຂອງວັນທີ 7 ພະຈິກ ທີ່ສູນບູໂດ້ ໃນກຽດເຂົ້າຮ່ວມມີທ່ານ ເຂັມຊາດ ພິຣາພັນເດດ ປະທານສະຫະພັນ ຢູໂດ ແຫ່ງຊາດ ພ້ອມດ້ວຍຜູ້ອຸປະຖຳເຂົ້າຮ່ວມ ການແຂ່ງຂັນ ມີ 10 ລາຍການ ໂດຍຈະມີນັກກິລາ ຈຳນວນ 134 ຄົນໃນຂອບເຂດທົ່ວປະເທດ ແລະ ນັກກິລາຈາກຂອນແກ່ນປະເທດໄທ ເຂົ້າຮ່ວມຈຳນວນໜື່ງ

   ສໍາລັບ ການແຂ່ງຂັນຄັ້ງນີ້ປະກອບມີ:
-ອານຸຊົນ ຕໍ່າກວ່າ 12 ປີ ມີ 13 ລຸ້ນນໍ້າໜັກ
-ເຍົາວະຊົນ 13-15 ປີ ມີ 10 ລຸ້ນນໍ້າໜັກ
-ເຍົາວະຊົນ 16-18 ປີ ມີ 9 ລຸ້ນນໍ້າໜັກ
-ປະເພດປະຊາຊົນ ອາຍຸ 19 ປີ ຂື້ນໄປ ມີ 8 ລຸ້ນນໍ້າໜັກ

   ເຊິ່ງບໍລິສັດ ໂຕໂຢຕ້າ ບໍລິການ ຈໍາກັດ ມອບເງິນອຸປະຖໍ້າໃຫ້ 20 ລ້ານກີບ, ບໍລິສັດ ລາວໂທລະຄົມມອບເງິນໃຫ້ 5 ລ້ານກີບ ແລະ ມີບໍລິສັດອື່ນໆອີກ.
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ





Post Bottom Ad