ກິລາຣັກບີ້ ຫຼິ້ນແນວໃດ ແລະ ນັບຄະແນນແນວໃດ ຫາຄໍາຕອບໄດ້ທີ່ນີ້ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ກິລາຣັກບີ້ ຫຼິ້ນແນວໃດ ແລະ ນັບຄະແນນແນວໃດ ຫາຄໍາຕອບໄດ້ທີ່ນີ້


   ພາຍຫຼັງທີ່ ທີມຣັກບີ້ລາວ ລົງສະໜາມແຂ່ງຂັນ ໃນລາຍການ ແມ່ຂອງ ຄັບ 2017 (ແຂ່ງຂັນ 15 ຄົນ) ເປີດບ້ານເສຍໃຫ້ກັບ ໄທ ຂາດລອຍ 3-44 ຄະແນນ ທີ່ສະໜາມກີລາເຈົ້າອານຸວົງ ນະຄອນຫຼວງວຽງຈັນ ເມື່ອທ້າຍອາທິດ ທີ່ຜ່ານມາ ທີ່ສະໜາມກີລາເຈົ້າອານຸວົງ ສປປ ລາວ.

   ຈາກຜົນດັ່ງກ່າວ ຫຼາຍຄົນຄິດວ່າ ທີມຊາດລາວ ເສຍແບບຂາດລອຍ ທັງທີ່ ໄທທີມຊາດໄທ ກໍ່ຍິງເຂົ້າປະຕູບໍ່ຫຼາຍ ແຕ່ເປັນຫຍັງຜົນທີ່ອອກມາມັນກໍ່ບໍ່ໄດ້ຂາດຫຼາຍ ເປັນຫຍັງ, ເຂົານັບຄະແນນແນວໃດ ແລະ ຍ້ອນຫຍັງ? ດັ່ງນັ້ນ, ມື້ນີ້ແອັດມິນ ຈິ່ງນໍາເອົາກົດລະບຽບການແຂ່ງຂັນກີລາຣັກບີ້ ແລະ ການນັບຄະແນນແບບໃດ ມາໃຫ້ແຟນເຟສໄດ້ຮູ້ແຈ້ງດັ່ງນີ້.

   +ສະໜາມ: ກວ້້າງບໍ່ເກີນ 70 ແມັດ ໃນເຂດປະຕູຍາວບໍ່ເກີນ 22 ແມັດ, ຄວາມຍາວ ແລະ ຄວາມກ້ວາງຂອງພື້ນທີ່ການຫຼິ້ນເບິ່ງຈາກແຜນພູມ ແລະ ຕ້ເປັນສີ່ຫຼ່ຽມ, ພື້ນທີ່ລະຫວ່າງເສັ້ນປະຕູກັບເສັ້ນລູກຕາຍຕ້ອງບໍ່ໜ້ອຍກວ່າ 10 ແມັດ, ເສັ້ນສະໜາມປະກອບດ້ວຍ ເສັ້ນປະຕູ, ເສັ້ນ 22 ແມັດ, ເສັ້ນເຄິ່ງກາງສະໜາມ, ເສັ້ນກາງສະໜາມ; ເສັ້ນຣະ ປະກອບດ້ວຍເສັ້ນ 10 ແມັດ, ເສັ້ນ 5 ແມັດ.

   ສ່ວນຮູບແບບຂອງເສົາປະຕູ ແລະ ຄ້ານປະກອບ: ເສົາປະຕູກວ້າງ 5.6 ແມັດ, ຄານຖືກວາງໄວ້ລະຫວ່າງເສັ້ນສອງຢູ່ເໜືອພືນ 3 ແມັດ, ຄວາມສູງຂອງເສົາຢ່າງໜ້ອຍ 3.4 ແມັດ ຈາກເບາະຫຸ້ມເສົາ ເມື່ອຕິດກັບເສົາປະຕູແລ້ວຕ້ອງມີຄວາມໜາບໍ່ເກີນ 300 ມິລິແມັດ.

+ໝາກບານ: ມີຮູບຮ່າງຄືໄຂ່ ແລະ ເຮັດດ້ວຍວັດຖຸ 4 ຢ່າງປະກອບດ້ວຍ ຂະໜາດ ແລະ ຄວາມຍາວ 280-300 mm, ເສັ້ນຮອບວົງ (ດ້ານຍາວ) 760-190 mm, ເສັ້ນຮອບວົງ (ດ້ານກວາງ) 580-620 mm, ເຊິ່ງວັດສະດຸເປັນໜັງ ຫຼື ວັດສະດຸສັງເຄາະ ງ່າຍຕໍ່ການຈັບ ໂດຍມີນໍ້າໜັກ-ຄວາມດັນລົມ 0,67-070 ກິໂລກຣາມ.

+ຈໍານວນຜູ້ຫຼິ້ນ: ທີມໜິ່ງຈະມີຜູ້ຫຼິ້ນ 15 ຄົນ ເຊິ່ງລົງຫຼິ້ນໃນສະໜາມລວມທັງຜູ້ຫຼິ້ນສໍາຮອງ ເພື່ອປ່ຽນຕົວ, ການປ່ຽນຕົວ ເມື່ອຜູ້ຫຼິ້ນເກີດບາດເຈັບຈະຖືກປ່ຽນຕົວ. ຈໍານວນຜູ້ຫຼິ້ນໃນສະໜາມຫຼາຍທີ່ສຸດ ບໍ່ເກີນ 15 ຄົນ ເມື່ອມີຜູ້ຫຼິ້ນໜ້ອຍກວ່າ 15 ຄົນອະນຸຍາດໃຫ້ມີຜູ້ຫຼິ້ນໜ້ອຍກວ່າ 15 ຄົນໄດ້ແຕ່ ຈະຕ້ອງມີຜູ້ຫຼິ້ນສະກົວບໍ່ໜ້ອຍກວ່າ 5 ຄົນຕະຫຼອດການແຂ່ງຂັນ,

   ໂດຍການປ່ຽນຕົວຖາວອນ ຜູ້ຫຼິ້ນທີ່ບາດເຈັບສາມາດປ່ຽນຜູ້ຫຼິ້ນສໍາຮອງລົງໄປຫຼິ້ນຊົ່ວຄາວໄດ້ ແຕ່ຖ້າປ່ຽນຕົວຖາວອນແລ້ວຈະກັບລົງໄປຫຼິ້ນອີກບໍ່ໄດ້, ສ່ວນການປ່ຽນຕົວຊົ່ວຄາວ ໃນກໍລະນີຜູ້ຫຼິ້ນບາເຈັບລົງໄປໄດ້ ເມື່ອເກີດລູກຕາຍ ແລະ ຜູ້ຕັດສິນອະນຸຍາດການປ່ຽນຕົວຊົ່ວຄາວ.

+ເວລາ: ເວລາຂອງການແຂ່ງຂັນ ໃນການແຂ່ງຂັນແຕ່ລະນັດ ຈະຕ້ອງບໍ່ເກີນ 80 ນາທີບວກກັບເວລາທີ່ເສຍໄປ, ເວລາພິເສດ ແລະ ສະຖານະການພິເສດ. ແຕ່ລະນັດຈະແຂ່ງຂັນເປັນ 2 ເຄິ່ງ ແຕ່ລະເຄິ່ງບໍ່ເກີນ 40 ນາທີ, ຫຼັງຈາກໝົດເຄິ່ງເວລາທໍາອິດຈະປ່ຽນຂ້າງ ໂດຍມີເວລາພັກບໍ່ເກີນ 10 ນາທີ ແລະ ເວລາພິເສດຂອງການແຂ່ງອີກ ຖ້າຫາກສະເໝີກັນ.

+ຮູບແບບການຫຼິ້ນ: ໂດຍການວາງໝາກບານ ທີ່ວາງໃນພື້ນທີ່ສະໜາມທີ່ຈຸດກາງສະໜາມໄປໃຫ້ເຖິງເສັ້ນ 10 ແມັດຂອງຝ່າຍກົງກັນຂ້າມ ເມື່ອເລີ່ມຫຼິ້ນເຄິ່ງເວລາທໍາອິດ ແລະ ເຄິ່ງເວລາທີ 2 ເທົ່ານັ້ນ ຫຼັງຈາກເຕະເລີ່ມຫຼິນ ຜູ້ຫຼິ້ນທີ່ຢູ່ໃນສະໜາມສາມາດຫຼິ້ນໄດ້ໂດຍການຈັບໝາກບານ, ແລ່ນພ້ອມໜາກບານ, ສົ່ງໝາກບານໃຫ້ເພື່ອນຮ່ວມທີມ ແລະ ເຕະໝາກບານ ພ້ອມທັງຈັບຄູ່ຕໍ່ສູ່, ຍາດໝາກບານ, ເກັບໝາກບານ, ທໍາສະກຣໍາ, ຣັກ, ມອລ, ແຖວທຸ້ມ ແລະ ນໍາໝາກບານໄວ້ວາງໃນເຂດປະຕູຂອງຄູ່ແຂ່ງ.

   ເຊິ່ງການຫຼິ້ນຈະຕ້ອງເປັນໄປຕາມກົດການແຂ່ງຂັນ ເມື່ອຝ່າຍໜຶ່ງເກັບຄະແນນໄດ້ໃຫ້ອີກຝ່າຍໜຶ່ງມາເລີ່ມຫຼິ້ນໃໝ່ ໂດຍການເຕະໝາກບານຈາກຈຸດ ກາງສະໜາມໄປໃຫ້ເຖິງເສັ້ນ 10 ແມັດຂອງຄູ່ແຂ່ງຈະໄດ້ຄະແນນ, ຖ້າອີກຝ່າຍເຕະໝາກບານເລີ່ມຫຼິ້ນ ແລະ ເຕະເຂົ້າໄປໃນເຂດປະຕູຂອງຝ່າຍກົງກັນຂ້າມ ຜູ້ຫຼິ້ນບໍ່ເອົາໝາກບານອອກມາຫຼິ້ນແລ້ວຍິງປະຕູໃນເຂດປະຕູຕົວເອງ ໃຫ້ເຮັດສະກຣໍາທີ່ກິ່ງກາງສະໜາມ ຝ່າຍກົງກັນຂ້າມເປັນຝ່າຍໃສ່ໝາກບານເຂົ້າສະກຣໍາ.

+ການໄດ້ຄະແນນ: ວາງໄທຣໄດ້ 5 ຄະແນນ, ເຕະໝາກບານເຂົ້າປະຕູ ຫຼັງຈາກວາງໄທແລ້ວໄດ້ອີກ 2 ຄະແນນ ເອີ້ນວ່າໄດ້ 1 ປະຕູ, ເຕະລູກໂທດ ເຂົ້າປະຕູໄດ້ 3 ຄະແນນ ແລະ ເຕະໝາກບານພ້ອມ Drop kick ເຂົ້າປະຕູໄດ້ 3 ຄະແນນ.

+ການຫຼິ້ນຜິດກະຕິກາ: ກະຕິກາ ໃນການຫຼິ້ນກີລາຣັກບີ້ ລະອຽດຫຼາຍ, ຜູ້ຕັດສິນຕ້ອງສາມາດຮູ້ທັນການຜິດກະຕິກາທຸກຮູບແບບໄດ້ແກ່ ການແທກເກິລສູງກວ່າລະດັບເອິກ, ການກະໂດດລະຫວ່າງຖືກແທກເກິລ, ການທໍາຮ້າຍຮ່າງກາຍນອກກະຕິກາເຊັ່ນ: ການຫຍຽບ, ການໃຊ້ສອກ, ການລົ້ມຫຼິ້ນ, ການພະຍາຍາມເຮັດໃຫ້ລູກຕາຍ, ການລໍ້າໜ້າເຂົ້າຫຼິ້ນລູກ ແລະ ການບັງບານ.

ຂອບໃຈຮູບຈາກ: Lao Rugby Federation
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ






Post Bottom Ad