ແຈ້ງການຂ່າວດີ ຈາກ ກະຊວງສາທາລະນະສຸກ ສຳຫລັບຄົນທີ່ມີບັນຫາແກ່ນຕາຂຸນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ແຈ້ງການຂ່າວດີ ຈາກ ກະຊວງສາທາລະນະສຸກ ສຳຫລັບຄົນທີ່ມີບັນຫາແກ່ນຕາຂຸນ




ໃນວັນທີ່ 27/10/17 - 03 /11/17 ໂຮງໝໍມະໂຫສົດ ຮ່ວມກັບ ໂຄງການຜ່າຕັດແກ່ນຕາຂຸ້ນ ( Bright Journey )
ໂດຍທີມແພດຊ່ຽວຊານຜ່າຕັດຕາຈາກ ສ ປ ຈີນ ຈະໄດ້ມີການກວດພະຍາດຕາ ແລະ ຄັດເລືອກຄົນເຈັບ ເພື່ອເຂົ້າຮ່ວມການຜ່າຕັດ ( ໂດຍບໍ່ເສຍຄ່າໃຊ້ຈ່າຍໃນການປິ່ນປົວຕ່າງໆ ) ເຊິ່ງຜູ້ທີ່ໄດ້ຖືກຄັດເລືອກເຂົ້າໃນການຜ່າຕັດ, ຈະໄດ້ທຳການຜ່າຕັດແກ່ນຕາຂຸ້ນ ໃນວັນທີ່ 06-18 /11/17


  • ເງື່ອນໄຂຄົນເຈັບຈະໄດ້ຮັບການສະຫນັບສະຫນູນຈາກໂຄງການ
  • ກໍລະນີຄົນເຈັບຢູ່ໃນນະຄອນຫລວງ ແມ່ນຈະໄດ້ຮັບການປິ່ນປົວໂດຍບໍ່ເສຍຄ່າ , ແຕ່ຈະບໍ່ໄດ້ຮັບອັດຕາກິນ ແລະ ອັດຕາເດີນທາງ.
  • ກໍລະນີຄົນເຈັບຢູ່ຕ່າງແຂວງ ແມ່ນຈະໄດ້ຮັບການປິ່ນປົວບໍ່ເສຍຄ່າ ລວມທັງອັດຕາກິນ ແລະ ຄ່າເດີນທາງໄປ-ກັບ ( ໃຫ້ອັດຕາຄ່າໂດຍສານທຳມະດາ) ເຊິ່ງຈະໃຫ້ສະເພາະຄົນເຈັບທີ່ໄດ້ຖືກຄັດເລືອກທຳການຜ່າຕັດເທົ່ານັ້ນ
ຕິດຕໍ່ພົວພັນພະແນກຕາ ໂຮງຫມໍມະໂຫສົດ
   ດຣ ໄພວັນ ເບີໂທ :  020 54915535
    ນາງ ຄູນຖາວອນ : 020 55400236
    ນາງ ບຸນໂຮມ :      030 5051696
ຂໍອະນຸໂມທະນາ ນຳໂຄງການຊ່ວຍເຫຼືອຄັ້ງນີ້ນຳ.

____
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ








Post Bottom Ad