
ການແຂ່ງຂັນເຮືອຊ່ວງ ນະຄອນຫຼວງວຽງຈັນ ປະຈຳປີ 2017 ທີ່ບຶງທາດຫຼວງ ເມືອງໄຊເຊດຖາ ຈັດຂຶ້ນວັນທີ 18-22 ຕຸລາ ເຊິ່ງມີເຮືອເຂົ້າຮ່ວມການແຂ່ງຂັນຄື: ເຮືອປະເພນີຊາຍ 5 ລຳ ເຮືອປະເພນີຍິງ 5 ລຳ ເຮືອສູດຊາຍ 5 ລຳ ເຮືອກີລາ 24 ລຳ ແລະ ເຮືອ ເຈັດສະກີ 30 ລຳ.
ວັນທີ 22 ຕຸລາ 2017 ໄດ້ແຂ່ງຂັນຊ່ວງເຮືອປະເພນີຊາຍ-ຍິງເຮືອສູດ ແຂ່ງຂັນພົບກັນໃນສາຍທີ 1-2 ເຂົ້າຮອບຊີງຊະນະເລີດ ດ້ວຍບັນຍາການຄຶກຄື້ນມ່ວນຊື່ນ ມີມວນຊົນເຂົ້າຮ່ວມເຊຍເປັນຈຳນວນຫຼວງຫຼາຍ ເຊິ່ງມີເຮືອເຂົ້າຮ່ວມແຂ່ງຂັນ ຄື: ເຮືອປະເພນີຊາຍ 5 ລຳ ເຮືອປະເພນີຍິງ 5 ລຳ ແລະ ເຮືອສູດຊາຍ 55 ສີພາຍ 5 ລຳ ຜົນການແຂ່ງຂັນເຮືອສູດຊາຍ ອັນດັບທີ 1 ເຮືອນາວາສັກສິດ ອັນດັບທີ 2 ເຮືອແດນສະຫວັນນ້ຳງື່ມ-ຣີສອດ ອັນດັບ 3 ເຮືອສາຍຟ້າ ເຮືອປະເພນີຊາຍອັນດັບ 1 ເຮືອແຂວງໄຊຍະບູລີ ອັນດັບ 2 ເຮືອຄອນສະຫວັນ 99 ອັນດັບ 3 ເຮືອນາງສາວເກດສຸລິນ ແລະ ເຮືອປະເພນີຍິງອັນດັບທີ 1 ເຮືອບໍລິສັດ ແສງເພັດເກັບກູ້ລະເບີດ ອັນດັບ 2 ເຮືອບ້ານຫາດສ້ຽວ ອັນດັບທີ 3 ເຮືອເຈົ້າວໍລະວົງ ສະຫະພັນແມ່ຍິງນັກຮົບເກົ່າ ສ່ວນການແຂ່ງຂັນເຮືອເຈັດສະກີລຸ້ນ 700 cc ອັນດັບ 1 ທ້າວ ມຸ້ຍ ອັນດັບ 2 ທ້າວ ເອັມ ອັນດັບ 3 ທ້າວ ໂກ້ຈະເລີນ ເຮືອເຈັດສະກີລຸ້ນ 1.100 cc ອັນດັບທີ 1 ທ້າວ ໂອເລ້ ອັນດັບ 2 ທ້າວ ຈອນ ອັນດັບ 3 ທ້າວ ບິນລີ້ ເຮືອເຈັດສະກີ ລຸ້ນ 1.500 cc ອັນດັບ 1 ທ້າວ ຕາເບ ອັນດັບ 2 ທ້າວ ຈອນ ອັນດັບ 3 ທ້າວ ກຸ້ງ ແລະ ເຮືອເຈັດສະກີລຸ້ນ 1.500 cc ຍິງ ອັນດັບ 1 ນາງ ວັນນະສາຍຊົນ ອັນດັບ 2 ນາງ ອັນນີ ແລະ ອັນດັບ 3 ນາງ ນ້ຳເພັດ.
ໃຫ້ກຽດມອບລາງວັນທີ 1 ຂອງທ່ານ ສີຫຸນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫຼວງ ລາງວັນທີ 2 ແມ່ນທ່ານ ບຸນທ່ຽງ ຂຸນສີ ປະທານແນວລາວສ້າງຊາດນະຄອນຫຼວງ ແລະ ລາງວັນທີ 3 ທ່ານ ຖະໜອມ ທຳທອງ ເຈົ້າເມືອງໄຊເຊດຖາ ແລະ ມອບເຮືອລາງວັນ 12 ສີພາຍ ແມ່ນທ່ານ ຄຳສະຫວັນ ໂຄດໄຊ ຮອງຫົວໜ້າພະແນກສຶກສາທິການ ແລະ ກີລານະຄອນຫຼວງ ມີບັນດາການນຳນະຄອນຫຼວງວຽງຈັນ ພ້ອມດ້ວຍບັນດາຮອງເຈົ້າແຂວງ ພະແນກການ ແລະ ມວນຊົນເຂົ້າຮ່ວມ
ທີ່ມາ: ນສພ ວຽງຈັນໃຫມ່
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ