ເຂົ້າຫຼາມ ປີ້ງໄກ່ ອາຫານທີ່ຂາດບໍ່ໄດ້ ໃນຍາມບຸນ ຂອງຊາວລາວ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ເຂົ້າຫຼາມ ປີ້ງໄກ່ ອາຫານທີ່ຂາດບໍ່ໄດ້ ໃນຍາມບຸນ ຂອງຊາວລາວ



ກ່ອນອື່ນຕ້ອງຂໍຂອບໃຈ ພາບປະກອບທັງໝົດ ທີ່ ທາງ ທ່ານ ອານຸພົນ ພົມຮັກສາ ໄດ້ສົ່ງມາໃຫ້. 

ຄັນຈະເບິ່ງແບບເຜີນໆ ກໍ່ຄົງຈະບໍ່ແມ່ນເລື່ອງແປກໃໝ່ ເພາະເຊື່ອວ່າທຸກຄົນ ກໍ່ຈະຮູ້ກັນດີວ່າ ເຂົ້າຫຼາມ ປີ້ງໄກ່ ແມ່ນຂອງມັກຂອງຫຼາຍໆຄົນ,​ ໂດຍສະເພາະຮອດຍາມບຸນແລ້ວ ໄປທ່ຽວບຸນບ້ານໃຕ້ ບ້ານເໜືອ, ບຸນຢູ່ທາງໃດກໍ່ແລ້ວແຕ່ ໃນເຂດແຄວ້ນແດນລາວນີ້ ຈະມີອາຫານນີ້ໂລດ.

ຖ້າເບິ່ງໃຫ້ເລີກເຊິ່ງໄປກວ່ານັ້ນ, ເຂົ້າຫຼາມ ປີ້ງໄກ່ ມັນໄດ້ກາຍມາເປັນ ສັນຍາລັກ ຫຼື ເຄື່ອງໝາຍການຄ້າ ຂອງບຸນງານເທດສະການຕ່າງໆ ກໍ່ວ່າໄດ້.


ການເຮັດເຂົ້າຫຼາມນັ້ນ ຖືວ່າເປັນພູມປັນຍາຂອງຊົນຊາດລາວ ທີ່ນຳເອົາວັດຖຸຈາກທຳມະຊາດ ມາປະດິດຄິດຄົ້ນ ໃຫ້ກາຍເປັນ ຂອງຫວານ ອາຫານທີ່ແຊບ ແບບວ່າຍົກໂປ້ແຖມກ້ອຍກໍ່ວ່າໄດ້. ວິທີການເຮັດເຂົ້າຫຼາຍ ໃນແຕ່ລະຂົງເຂດນັ້ນ ກໍ່ຈະມີຄວາມແຕກຕ່າງກັນໃນການປຸງແຕ່ງ ແຕ່ທີ່ສຳຄັນ ແລະ ຄືກັນນັ້ນ ແມ່ນຕ້ອງມີບັ້ງເຂົ້າຫຼາມ (ທີ່ນຳໃຊ້ໄມ້ປ່ອງ ຊະນິດພິເສດ), ຕ້ອງມີເຂົ້າໜຽວແຊບໆ, ມີກະທິໝາກພ້າວ. ບາງເຂດບາງບ່ອນ ມັກຈະເອົາເຜືອກເອົາມັນ ເອົາສາລີໃສ່ ກໍ່ມີ ແລ້ວແຕ່ຄວາມມັກ.


ສ່ວນປີ້ງໄກ່ນັ້ນ, ຖ້າເຈົ້າຕົ້ນສະບັບແທ້ໆ ກະແມ່ນໄກ່ລາດບ້ານເຮົາ, ເປັນໄກ່ລ້ຽງທີ່ຊີ້ນແໜ້ນປີ້ງແຊບໆ ພຸ້ນລະຈັ່ງຄັກ.​ ແຕ່ດຽວນີ້ ກະຟ້າວລ້ຽງຟ້າວຂາຍ ແດ່ ກະຊິມີໄກ່ປະສົມ ໄກ່ພັນ ໄກ່ກິນຫົວອາຫານ ປົນເປກັນໄປ ແຕ່ຖ້າໄດ້ຂຶ້ນຊື່ວ່າ ໄກ່ປີ້ງ ແລ້ວກະຕ້ອງແຊບແນ່ນອນ.


ເພື່ອບໍ່ເປັນການເວົ້າຫຼາຍຢາຍຫ່າງ ກໍ່ຢາກໃຫ້ທຸກທ່ານໄດ້ຊົມພາບເຂົ້າຫຼາມປີ້ງໄກ່ ທີ່ໄດ້ຈາກ ບຸນອອກພັນສາ ປະວໍລະນາທີ່ນະຄອນຫຼວງວຽງຈັນ.... ໂອ໋ຍ ເນາະ! ເບິ່ງແລ້ວກະຫິວເຂົ້າທັນທີ











________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ



Post Bottom Ad