

- ຄາດຄະເນຈາກປັດໄຈຕ່າງໆທີ່ຈະເຮັດໃຫ້ການສົ່ງອອກຂອງປະເທດຕົນເພີ່ມຂຶ້ນອີກ, ໂດຍໃນປີໜ້າຈະບັນລຸດຸນການຄ້າ 370 ລ້ານໂດລາສະຫະລັດ;
- ໄຟຟ້າພະລັງງານນໍ້າຕົກແມ່ນໜຶ່ງໃນປັດໄຈຕ່າງໆທີ່ຊຸກດັນໃຫ້ການສົ່ງອອກເພີ່ມຂຶ້ນ,ຂະນະທີ່ 06 ເດືອນຕົ້ນປີ 2017 ກໍບັນລຸມູນຄ່າການສົ່ງອອກ 2 ຕື້ 378 ລ້ານໂດລາສະຫະລັດ ແລະ ມູນຄ່າການນຳເຂົ້າກໍບັນລຸ 2 ຕື້ 336 ລ້ານໂດລາສະຫະລັດ;
- ຄາດວ່າພາຍໃນປີ 2017, ສປປລາວ ຈະບັນລຸໄດ້ຍອດມູນຄ່າການສົ່ງອອກ 4 ຕື້ 450 ລ້ານໂດລາສະຫະລັດ, ສ່ວນການນຳເຂົ້າຈະບັນລຸ 4 ຕື້ 480 ລ້ານໂດລາສະຫະລັດ ແລະ ຈະເສຍດຸນການຄ້າ 30 ລ້ານໂດລາສະຫະລັດ;
- ນັກເສດຖະສາດຕ່າງໆ ໄດ້ໃຫ້ທັດສະນະວ່າ ລັດຖະບານແຫ່ງ ສປປລາວ ຕ້ອງໄດ້ມີການປັບປຸງສະພາບແວດລ້ອມການລົງທຶນໃຫ້ດີຂຶ້ນຕື່ມອີກ, ເພື່ອດຶງດູດການລົງທຶນຈາກຕ່າງປະເທດ ແລະ ພັດທະນາຂະແໜງການສົ່ງອອກ, ໂດຍວິໄສທັດໃນໄລຍະຍາວແລ້ວ ຈະມີຜົນດີຕໍ່ເສດຖະກິດ ແລະ ສາມາດກ້າວເຂົ້າສູ່ການໄດ້ດຸນການຄ້າ
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ