ວົງ “”Dynamic” ຊະນະເລີດໂຄງການ “Beerlao Band Challenge Season 2” - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ວົງ “”Dynamic” ຊະນະເລີດໂຄງການ “Beerlao Band Challenge Season 2”


ຂໍສະແດງຄວາມຍິນດີກັບ!!! ວົງ “”Dynamic” ຊະນະເລີດໂຄງການ “Beerlao Band Challenge Season 2”
ຜ່ານການແຂ່ງຂັນ“Beerlao Band Challenge Season 2” ຕັ້ງແຕ່ຮອບຄັດເລືອກຈົນມາຮອດມື້ສຸດທ້າຍຮອບຊິງຊະນະເລີດໃນວັນທີ 15 ກໍລະກົດ 2017 ທີ່ສູນກິລາໃນຮົ່ມລ້ານຊ້າງ



ສຳລັບວົງດົນຕີທີ່ໄດ້ຊະນະເລີດໃນການແຂ່ງຂັນໂຄງການນີ້ໄດ້ແກ່ວົງ B.12 Dynamic ໄດ້ຮັບເງິນລາງວັນມູນຄ່າ 50.000.000 ກີບ, ໄດ້ຮັບເຄື່ອງດົນຕີ 1 ຊຸດຍີ່ຫໍ້ Yamaha ມູນຄ່າ 25.000.000 ກີບ, ພ້ອມເຊັນສັນຍາເປັນສິລະປິນໃນຄ້າຍເພງ ອິນດີ້ ເຣກຂອດ 1ປີເຕັມ ມີ Single ເປັນຂອງຕົວເອງ ແລະ ຍັງໄດ້ຮັບການກາລັນຕີວຽກຈາກບໍລິສັດເບຍລາວເປັນເວລາ 1ປີເຕັມ.



- ຮອງອັນດັບ 1: ໄດ້ແກ່ວົງ B.06 Rock Normal ໄດ້ຮັບເງິນລາງວັນມູນຄ່າ 20.000.000 ກີບ, ໄດ້ຮັບກີຕ້າໂປ່ງ1ໜ່ວຍມູນຄ່າ 2.500.000 ກີບ ແລະ ໄດ້ຮັບການກາລັນຕີວຽກຈາກບໍລິສັດເບຍລາວເປັນເວລາ 1ປີເຕັມ.


- ຮອງອັນດັບ 2: ໄດ້ແກ່ວົງ B.10 N.O.M ໄດ້ຮັບເງິນລາງວັນມູນຄ່າ 15.000.000 ກີບ, ໄດ້ຮັບກີຕ້າໂປ່ງ1ໜ່ວຍມູນຄ່າ 2.500.000 ກີບ ແລະ ໄດ້ຮັບການກາລັນຕີວຽກຈາກບໍລິສັດເບຍລາວເປັນເວລາ 1ປີເຕັມ.


- ຮອງອັນດັບ 3: ໄດ້ແກ່ວົງ B.02 Audio Empire ໄດ້ຮັບເງິນລາງວັນມູນຄ່າ 10.000.000 ກີບ ແລະ ໄດ້ຮັບການກາລັນຕີວຽກຈາກບໍລິສັດເບຍລາວເປັນເວລາ 1ປີເຕັມ.



ນອກຈາກນີ້ຍັງມີລາງວັນຊົມເຊີຍລາງວັນລະ 5.000.000ກີບ ສຳລັບ 8ວົງທີ່ເຫຼືອ.

ໂດຍ: ເບຍລາວ ແບນ ຊາເລນ ຊີຊັນ 2

________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ



Post Bottom Ad