ໄດ້ຮັບແຈ້ງຜ່ານເບີສຸກເສີນ 1628 ວ່າມີລົດຈັກຕຳກັບລົດອີ່ແຕນ ທີ່ທາງເຂົ້າໄປຕາດມູນຫນ້າຮ້ານອາຫານຕາດຳ ເມືອງສີໂຄດຕະບອງ ນະຄອນຫລວງວຽງຈັນ.
ໜ່ວຍກູ້ໄພມູນນິທິຈີນໄດ້ອອກກວດສອບເຫດພົບຜູ້ບາດເຈັບ 1 ຄົນເປັນເພດຊາຍ ອາການເບື້ອງຕົ້ນແມ່ນ ກະທົບແຂນຂາເບື້ອງຊ້າຍແລະມີບາດແຜທະຫລອກຢູ່ແຂນ, ດັ່ງນັ້ນໜ່ວຍກູ້ໄພມູນນິທິຈີນໄດ້ປະຖົມພະຍາບານຂັ້ນຕົ້ນ ແລ້ວນຳສົ່ງໂຮງໝໍມິດຕະພາບ (150 ຕຽງ).
ພາບແລະຂ່າວ:1628
________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ


