ການມີຈິດໃຈທີ່ເຂັ້ມແຂງດີຈັງໃດ ສຳລັບຄົນທີ່ເປັນພໍ່ແມ່ ກົດອ່ານເລີຍ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ການມີຈິດໃຈທີ່ເຂັ້ມແຂງດີຈັງໃດ ສຳລັບຄົນທີ່ເປັນພໍ່ແມ່ ກົດອ່ານເລີຍ




ການມີຈິດໃຈທີ່ເຂັ້ມແຂງນັ້ນ ດີຈັງໃດ ສຳຫລັບພໍ່ແມ່ຍຸກໃຫມ່ ?
ຖ້າຫາກທ່ານ ບໍ່ມີຈິດໃຈທີ່ເຂັ້ມແຂງ ແລ້ວທ່ານກໍ່ບໍ່ສາມາດຜ່ານຜ່າອຸປະສັກນາໆປະການໄດ້.

ການມີຈິດໃຈທີ່ເຂັ້ມແຂງ ແລະ ໃຫ້ຄຳໝັ້ນສັນຍາແກ່ໂຕເອງວ່າທ່ານຈະຕ້ອງເປັນຄົນທີ່ຈະມອບສິ່ງດີໆໃຫ້ແກ່ລູກ ທ່ານກໍ່ຈະຫາທາງຄົ້ນຄວ້າ ຫາຂໍ້ມູນຕ່າງໆເພື່ອມາພັດທະນາໂຕເອງ ແລະ ພັດທະນາຄອບຄົວໃຫ້ມີແຕ່ສິ່ງທີ່ດີງາມ, ໃນໃຈຂອງທ່ານກໍ່ຈະມີຈິດສຳນຶກທີ່ຕ້ອງການໃຫ້ລູກເປັນຄົນດີີກ້າວໄປຂ້້າງໜ້າ ເພື່ອມີຊີວິດທີ່ດີກວ່າໂຕເອງ ມັນຈະເປັນໄປແບບອັດຕະໂນມັດບໍ່ຕ້ອງມີໃຜມາບອກ .



ການມີຈິດໃຈທີ່ເຂັ້ມແຂງ ມັນສາມາດເຮັດໃຫ້ເຮົາຜ່ານຜ່າອຸປະສັກຕ່່າງໆໄດ້ໂດຍງ່າຍ.
ຂ້າພະເຈົ້າເຫັນມາຫລາຍ ໃນຄອບຄົວທີ່ຮັ່ງມີ ຫລື ມີທັງພໍ່ແລະແມ່ ແຕ່ຄົນໃນຄອບຄົວຂາດຄວາມອົບອຸ່ນ ມີບັນຫາຊີວິດຫລາຍຢ່າງ ຍ້ອນວ່າພໍ່ແມ່ ຫລື ຜູ້ປົກຄອງ ບໍ່ມີຈິດໃຈທີ່ເຂັ້ມແຂງ.
ແຕ່ ບາງຄົນທີ່ທຸກຍາກລຳບາກ ເຂົາສາມາດປະສົບຜົນສຳເລັດໃນຄອບຄົວມີອະນາຄົດທີ່ດີ ແລະ ເປັນຄົນດີໄດ້ຍ້ອນເຂົາມີຄົນທີ່ໃຫ້ຄວາມຮັກທີ່ບໍລິສຸດ ແລະ ຈິງໃຈແກ່ເຂົາ ຍ້ອນບຸກຄົນທີ່ລ້ຽງຫລືຄົນທີ່ບອກສອນແມ່ນຄົນທີ່ມີຈິດໃຈທີ່ເຂັ້ມແຂງ .


ຂ້າພະເຈົ້າຂໍເປັນອີກແຮງນຶ່ງເປັນກຳລັງໃຫ້ພໍ່ແມ່ແລະຜູ້ປົກຄອງທຸກໆທ່ານມີຈິດໃຈທີ່ເຂັ້ມແຂງ ເພື່ອທີ່ຈະພາຄົນໃນຄອບຄົວກ້າວຜ່ານອຸປະສັກຕ່າງໆໄດ້.
ໂອກາດໜ້າ ແອດມິນ ຈະ ບອກວິທີເຮັດໃຫ້ມີ ຈິດໃຈທີ່ເຂັ້ມແຂງ ຈະຕ້ອງເຮັດແນວໃດແລະມີວິທີຄິດຈັງໃດ?




________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ












Post Bottom Ad