ປະໂຫຍດຂອງການຢູ່ໄຟ ຫລື ຢູ່ກຳຫລັງໃຫ້ກຳເນີດລູກ ແລະ ວິທີການຢູ່ກຳ ກົດອ່ານໄດ້ເລີຍ. - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປະໂຫຍດຂອງການຢູ່ໄຟ ຫລື ຢູ່ກຳຫລັງໃຫ້ກຳເນີດລູກ ແລະ ວິທີການຢູ່ກຳ ກົດອ່ານໄດ້ເລີຍ.

ປະໂຫຍດ ແລະ ວິທີການຢູ່ໄຟ ຫລື ຢູ່ກຳ 

ການຢູ່ໄຟຫລືຢູ່ກຳມີຕັ້ງແຕ່ສະໄຫມກ່ອນກີ້ລຸ້ນປູ່ຍ່າຕາຍາຍ ພວກເຂົາເຊື່ອວ່າການຢູ່ໄຟແມ່ນດີຕໍ່ສຸຂະພາບຂອງແມ່ຍິງຫລັງເກີດລູກ

ວິທີການມີດັ່ງນີ້ 

1 ການອາບນໍ້າສະຫມຸນໄພ.ເຊັ່ນ: ຫົວສີໄຄ ຂີ້ຫມິ້ນ ຫມາກຂີ້ຫູດ ໃບຫມາກຂາມ ຂິງ ມາຕົ້ມໃຫ້ຟົດແລ້ວຖ້າໃຫ້ອຸ່ນຫລັງຈາກນັ້ນກໍ່ນຳມາອາບ ຈະຊ່ວຍຂັບນໍ້າຄາວປາໄດ້ດີ.

2 ການຮົ່ມຢາ ວິທີນີ້ຈະຊ່ວຍໃຫ້ຮູຂຸມຂົນເປີດແລະເຮັດໃຫ້ເຫື່ອອອກພ້ອມທັງຍັງຊ່ວຍຂັດຜິວຊ່ວຍໃຫ້ຜິວໃສໄປນຳ ການຮົ່ມແມ່ນໃຊ້ເວລາປະມານ 20-30ນາທີ ສຳຫລັບຫາກໍ່ໃຫ້ກຳເນີດລູກສາມາດຮົ່ມໄດ້ມື້ນຶ່ງສອງຄັັ້ງຄື ຕອນເຊົ້າແລະ ຕອນແລງ .

3 ການດື່ມນໍ້າສະຫມຸນໄພ.ຊ່ວຍໃຫ້ເລືອດຫມຸນວຽນດີຂຶ້ນ ຊ່ວຍຮັກສາອຸນຫະພູມຂອງຮ່າງກາຍໄດ້ດີ.

4 ການນຳເອົາສະຫມຸນໄພມານວດຕາມຕົນຕົວ.ເຊັ່ນ : ຂີ້ຫມິ້ນ ຫົວສີໄຄ ກາລະບູນ ນຳມາຜອກຕາມຮ່າງກາຍ ແລະ ເຕົ້ານົມ ຂໍ້ນີ້ຕ້ອງຂໍຄຳແນະນຳຈາກຜູ້ເຖົ້າຜູ້ແກ່ຕື່ມນຳເດີ້ .

5. ດິນຈີ່.ເອົາກ້ອນດິນຈີ່ໄປເຜົາໄຟໃຫ້ຮ່ອນແລ້ວຫໍ່ດ້ວຍແພຫລາຍໆຊັ້ນ ຈາກນັ້ນກໍ່ນຳມາວາງຕາມຮ່າງກາຍ ແລະຫນ້າທ້ອງຫລືບໍລິເວນປາກມົດລູກເພື່ອໃຫ້ເຂົ້າອູ່ໄວຂຶ້ນ ຂໍ້ນີ້ແມ່ນໃຊ້ສຳຫລັບຄົນທີ່ເກີດລູກແບບທຳມະຊາດ ສ່ວນຄົນທີ່ປາດແມ່ນບໍ່ແນະນຳ .

6. ການນຸ່ງຖືຕ້ອງມິດຊິດເພື່ອຮັກສາຄວາມອົບອຸ່ນຂອງຮ່າງກາຍໄວ້ສະໝຳສະເໝີ ຖ້າເປັນໄປໄດ້ໃຫ້ໃສ່ຖົງຕີນຕະຫຼອດເວລາ. 

7. ການນອນໄຟ ແມ່ນຕ້ອງຊອກຫາຕຽງທີ່ເພິ່ນປູດ້ວຍໄມ້ໄຜ່ ແລະ ເອົາເຊື່ອບາງໆມາປູແລ້ວກໍ່ເອົາສັງກະສີມາຮອງໄວ້ກ້ອງເພື່ອນຳເອົາກ້ອນຖ່ານຮ້ອນທີ່ປົກດ້ວຍຂີ້ເທົ່າ ຫລື ອາດຈະຕຽມບ່ອນນອນຂ້າງເຕົາໄຟດັ່ງໃນຮູບພາບເພື່ອໃຫ້ແມ່ຍິງທີ່ຫາກໍ່ໃຫ້ກຳເນີດລູກໄດ້ນອນເພື່ອຮັກສາຄວາມອົບອຸ່ນຂອງຮ່າງກາຍໄດ້ດີ.



ຂໍ້ຫ້າມ:

-ຫ້າມດື່ມນໍ້າເຢັນ ແລະ ສິ່ງມືນເມົາ.

-ຫ້າມກິນຂອງດອງຫລືອາຫານທີ່ເຮັດໃຫ້ແຜເປື່ອຍ

-ຫ້າມກິນອາຫານທີ່ເຢັນ ຫລື ອາຫານດິບທີ່ບໍ່ສະອາດ.

-ຫ້າມອອກໄປຕາກອາກາດທີ່ມີອຸນຫະພູມຫນາວ ແລະ ຕາກຝົນແມ່ຍິງຫລັງເກີດລູກສາມາຢູ່ກຳໄດ້ຫລັງເກີດ3-7ມື້ຄວນພັກຜ່ອນໃຫ້ພຽງພໍແລະຮັກສາຮ່າງກາຍໃຫ້ອົບອຸ່ນສະເຫມີ ຄວນອາບນໍ້າອຸ່ນຫລືອຸ່ນຮ້ອນຈະຊ່ວຍໃຫ້ເລືອດຫມຸນວຽນດີ.


« ສະຫລຸບລວມແລ້ວການຢູ່ກຳຫລືຢູ່ໄຟແມ່ນດີຫລາຍສຳຫລັບແມ່ຍິງໃຫ້ກຳເນີດລູກ ຖ້າຫາກວ່າບໍ່ສະດວກໃນການຢູ່ກໍ່ພະຍາຍາມຮັກສາອຸນຫະພູໃຫ້ຮ່າງກາຍອົບອຸ່ນ ອາບນໍ້າອຸ່ນ ແລະ ດື່ມນໍ້າອຸ່ນຢູ່ສະເຫມີ  ກິນອາຫານໃຫ້ຄົບຫ້າໝູ່ແລະ ຕ້ອງໝັ້ນໃຈວ່າສະອາດສຸກດີ »

ຫວັງວ່າຂໍ້ມູນນີ້ຈະມີປະໂຫຍດແກ່ທ່ານ.

~ເພື່ອແມ່ຍິງແລະເດັກ~



ເພີ່ມເຕີມ:





________
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ















Post Bottom Ad