ທີ່ເມືອງເສີນເຈີ້ນ, ປະເທດຈີນ (Month, Date) - ອີງຕາມຂໍ້ມູນຈາກ ບໍລິສັດວິເຄາະກົນລະຍຸດຊັ້ນນໍາ ແລະວິໄຈຄວາມແຕກຕ່າງ, ກຸ່ມທຸລະກິດຜູ້ຊົມໃຊ້ຫົວເຫວີຍ (CBG) ໄດ້ກາຍເປັນຜູ້ຜະລິດສະມາດໂຟນທີ່ໃຫຍ່ທີ່ສຸດ ເປັນອັນດັບສາມໃນສ່ວນແບ່ງການຕະຫຼາດ ກວມເອົາ 10% ຂອງຕະຫຼາດສະມາດໂຟນລະດັບໂລກ. ໃນຂະນະດຽວກັນ, ການຈັດສົ່ງສະມາດໂຟນທົ່ວໂລກ ຂະຫຍາຍຕົວ 2.3% ປີຕໍ່ປີ ໃນປີ 2016, ທັງໝົດ 1.74 ພັນລ້ານເຄື່ອງ. ຕະຫຼາດຈີນ ມີສ່ວນຮ່ວມເປັນສ່ວນໃຫຍ່ ທັງໝົດ 467 ລ້ານເຄື່ອງ ໄດ້ຖືກຈັດສົ່ງໃນໜຶ່ງປີ. ສໍາລັບຫ້າອັນດັບສູງສຸດ, Samsung, Apple, Huawei, OPPO ແລະ Vivo ຊຶ່ງສາມຜູ້ຜະລິດຈາກຈີນລວມກັນ ກວມເອົາເກືອບ 20% ໃນສ່ວນແບ່ງການຕະຫຼາດທົ່ວໂລກ. ຫົວເຫວີຍໄດ້ຈັດສົ່ງ 75 ລ້ານເຄື່ອງໃນປີ 2014 ເປັນ 108 ລ້ານເຄື່ອງ ໃນປີ 2015 ແລະ 139.3 ລ້ານເຄື່ອງໃນປີ 2016 ຊຶ່ງເພີ່ມຂຶ້ນ 30.2% ເມື່ອທຽບກັບ 2015.
#ເສັ້ນທາງສູ່ຄວາມໝັ້ນຄົງ: ມີການປ່ຽນແປງ ຫຼື ບໍ່ມີການປ່ຽນແປງ
ຫົວເຫວີຍໄດ້ເປີດໂຕ Huawei P9 ແລະ Huawei Mate 9 ໃນປີ 2016, ສະມາດໂຟນທີ່ມີປະສິດທິພາບສູງ ທີ່ລວມເຕັກໂນໂລຊີໃໝ່, ການອອກແບບການເຮັດວຽກຂອງເຄື່ອງ ແລະໃຊ້ງານໄດ້ງ່າຍ. ຍອດຂາຍ Huawei P9 ທົ່ວໂລກ ຫຼາຍກວ່າ 10 ລ້ານເຄື່ອງ, ເປັນລຸ້ນທໍາອິດຈາກຫົວເຫວີຍທີ່ສ້າງປະຫວັດສາດຄັ້ງໃໝ່.
Tina Lu, ນັກວິເຄາະຄວາມແຕກຕ່າງ ຝ່າຍອາວຸໂສ ໄດ້ກ່າວວ່າ: “ຫົວເຫວີຍເປັນດາວເດັ່ນທີ່ມາແຮງ ໃນເດືອນທັນວາ 2016, ຊຶ່ງເປັນຄວາມສໍາເລັດທີ່ໂດດເດັ່ນສໍາລັບບໍລິສັດຈີນ, ແລະຜົນການດໍາເນີນງານໃນອາເມລິກາເໜືອ ແລະຕະຫຼາດອາຊີ ຈະມີຄວາມໝາຍສໍາຄັນ. ຖ້າສາມາດສ້າງຄວາມແຂງແຮງໃນຕະຫຼາດເອີລົບ, ອາເມລິກາລາຕິນ, ຕາເວັນອອກກາງ ແລະ ອາຟຣິກາ, ເມື່ອນັ້ນ ກໍ່ມີໂອກາດບັນລຸເປົ້າໝາຍນີ້.
#ເສັ້ນທາງສູ່ຄວາມໂດດເດັ່ນ: ການລົງທຶນ ແລະ ຄວາມຮ່ວມມື
ການລົງທຶນເຂົ້າໃນງານວິໄຈແລະພັດທະນາ ເປັນຈຸດສໍາຄັນ ທີ່ນໍາໄປສູ່ການພັດທະນາຄຸນສົມບັດຂັ້ນສູງ ແລະ ເຕັກໂນໂລຊີຂອງຜະລິດຕະພັນຫົວເຫວີຍ. ຫົວເຫວີຍ ໄດ້ລົງທຶນເຖິງ 10% ຂອງຍອດຂາຍປະຈໍາປີ ສໍາລັບງານວິໄຈ ແລະ ພັດທະນາ (R&D), ເພື່ອສ້າງປະສົບການທີ່ເປັນເລີດໃຫ້ຜູ້ຊົມໃຊ້ສະມາດໂຟນ. ອີງຕາມຜົນສໍາຫຼວດຂອງ IPSOS, ການຮັບຮູ້ເຖິງຄວາມເປັນແບຣນຫົວເຫວີຍ ເພີ່ມຂຶ້ນຈາກ 76% ໃນປີ 2015 ເປັນ 81% ໃນປີ 2016 ຊຶ່ງໄດ້ຮັບການຍ້ອງຍໍ ແລະ ເປັນທີ່ຍອມຮັບຈາກຜູ້ໃຊ້ງານ ເຖິງສິນລະປະການອອກແບບ, fashion ແລະ ຄວາມຄິດສ້າງສັນ ຂອງຫົວເຫວີຍ.
ຫົວເຫວີຍໄດ້ຂະຫຍາຍຂອບເຂດການຮ່ວມມືຈາກເຕັກໂນໂລຊີໄປສູ່ຕະຫຼາດ lifestyle, fashion, entertainment ແລະ ກິລາ. ນັກເຕະບານທີ່ມີຊື່ສຽງ Lionel Messi ແລະ ດາລາ Hollywood ເຊັ່ນ Scarlett Johansson ແລະ Henry Cavill ໄດ້ໃຫ້ການຍອມຮັບໃນຫົວເຫວີຍ ຊຶ່ງເປັນການຂະຫຍາຍການຮັບຮູ້ແບຣນຫົວເຫວີຍ ໃຫ້ແກ່ກຸ່ມຜູ້ຊົມຂຶ້ນຕື່ມ.
#ກົນລະຍຸດລະດັບໂລກ ແລະ ລະດັບທ້ອງຖິ່ນເພື່ອຄວາມສໍາເລັດ
ຫົວເຫວີຍໄດ້ກາຍເປັນໜຶ່ງໃນສາມຜູ້ຜະລິດສະມາດໂຟນທີ່ໃຫຍ່ທີ່ສຸດໃນໂລກ, ຕ້ອງຂອບໃຈໄປທີ່ແຜນກົນລະຍຸດໃນປະເທດທີ່ແຕກຕ່າງກັນ ຊຶ່ງມີຂໍ້ໄດ້ປຽບໃນບາງພື້ນທີ່. “ຫົວເຫວີຍຮັກສາຕໍາແໜ່ງອັນດັບສາມໄວ້ ດ້ວຍ 10% ຂອງສ່ວນແບ່ງການຕະຫຼາດໃນ Q4 ປີ 2016, ເປັນຄັ້ງທໍາອິດທີ່ບໍລິສັດໄດ້ຕົວເລກເປັນສອງເທົ່າ. ມັນເປັນສິ່ງທີ່ປະທັບໃຈຫຼາຍ.” Woody Oh ຜູ້ອໍານວຍການໃຫຍ່ຝ່າຍການວິເຄາະກົນລະຍຸດ ກ່າວ. “ຜົນການດໍາເນີນງານໃນຕ່າງປະເທດ ເຊັ່ນ ເອີລົບຕາເວັນຕົກ ແມ່ນຍົກລະດັບສູງຂຶ້ນ ເນື່ອງຈາກການອອກແບບທີ່ດີຂຶ້ນ, ການຕະຫຼາດທີ່ມີປະສົບການຫຼາຍຂຶ້ນ ແລະ ການຄ້າຍ່ອຍລະດັບເລິກ”.
ປະກາດ ຮ່ວມສ້າງຄວາມສຸກສູ່ສັງຄົມລາວ