ຜູ້ຜະລິດມືຖືຂອງຈີນມີຍອດຂາຍເພີ່ມຂຶ້ນ, ໃນຂະນະທີ່ SAMSUNG ແລະ APPLE ມີຍອດຂາຍຫຼຸດລົງ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຜູ້ຜະລິດມືຖືຂອງຈີນມີຍອດຂາຍເພີ່ມຂຶ້ນ, ໃນຂະນະທີ່ SAMSUNG ແລະ APPLE ມີຍອດຂາຍຫຼຸດລົງ


ຜູ້ຜະລິດມືຖືຂອງຈີນມີຍອດຂາຍເພີ່ມຂຶ້ນ ເຮັດໃຫ້ສ່ວນແບ່ງການຕະຫຼາດ ມືຖືຊັ້ນນຳ Samsung ແລະ Apple ໄດ້ມີຍອດຂາຍຫຼຸດລົງ, ໂດຍຜົນສໍາຫຼວດ ຂອງ Gartner Inc, ໄດ້ພົບວ່າ: ໃນໄຕມາດທີ 3 ປີ 2016, ມີ 3 ບໍລິສັດ ຜູ້ຜະລິດມືຖືຂອງຈີນ ທີ່ມີຍອດຂາຍເພີ່ມຂຶ້ນ, ໃນນັ້ນລວມທັງ Huawei ມີຍອດ ຈຳໜ່າຍສະມາດໂຟນໃນທົ່ວໂລກ ຄິດເປັນ 21% ແລະ ຍັງເປັນຜູ້ ຜະລິດບໍລິສັດດຽວ ທີ່ຕິດອັບດັບໜຶ່ງໃນ 5 ທີ່ມີຍອດຂາຍເພີ່ມຂຶ້ນສູງ. (ສະເພາະຍອດຂາຍ ໃນຈີນ ເພີ່ມຂຶ້ນເປັນ 12.4%) ໂດຍການສໍາຫຼວດ Gartner ໄດ້ຢືນຢັນບົດ ລາຍງານອື່ນໆທີ່ພົບວ່າ Samsung ແລະ Apple ເປັນບໍລິສັດທີ່ຕິດອັບດັບ ຕົ້ນໆຂອງຕະຫຼາດສະມາດໂຟນໃນທົ່ວໂລກ , ແຕ່ມີສ່ວນແບ່ງຕະຫຼາດ ຫຼື ຍອດຂາຍຫຼຸດລົງ.

ຜົນການວິໄຈຂອງບໍລິສັດ ໄດ້ກ່າວວ່າ: ຕະຫຼາດຂອງ Samsung ຫຼຸດລົງໄປ 19.2% ຍ້ອນຄວາມລົ້ມເຫຼວຂອງ ສະມາດໂຟນ Galaxy Note 7, ທີ່ຖຶກສັ່ງ ໃຫ້ເກັບຄືນ ພາຍຫຼັງທີ່ເກີດເຫດການເເບັດເຕີລີຮ້ອນ ແລະເຮັດໃຫ້ເກີດ ໄຟໄໝ້ໂທລະສັບ. ທ່ານ Gupta ໄດ້ກ່າວວ່າ “ການຕັດສິນໃຈ ສັ່ງເກັບຄືນ Galaxy Note 7 ນັ້ນແມ່ນຖຶກຕ້ອງແລ້ວ, ແຕ່ມັນໄດ້ສ້າງຄວາມເສຍຫາຍ ໃຫ້ແກ່ຊື່ສຽງ ຂອງ Samsung ເຮັດໃຫ້ມັນເປັນສິ່ງທີ່ຍາກຫຼາຍທີ່ຈະເພີ້ມ ຍອດຂາຍສະມາດໂຟນ ຂອງບໍລິສັດໄດ້ ໃນໄລຍະເວລາອັນສັ້ນໆນີ້”.

Displaying 2.jpg

Gartner ໄດ້ລາຍງານວ່າ: “ຍອດຂາຍ Apple ໄດ້ຫຼຸດລົງ 11.5% ເປັນຄວາມ ຜິດພາດຂອງຜູ້ຜະລິດ iPhone ທີ່ບໍ່ສາມາດສ້າງໂອກາດໃນການເຮັດກໍາໄລ ໃນໄລຍະທີ່ເກີດເຄາະຮ້າຍຂອງ Samsung”.

ພວກເຂົາໄດ້ໃຫ້ຄຳເຫັນວ່າ: ມີຜູ້ຜະລິດ Android ລາຍອື່ນ ທີ່ໄດ້ຮັບຜົນ ປະໂຫຍດໃນສະຖານນະການນີ້ ເປັນຕົ້ນແມ່ນ Huawei.

ກັບອີກດ້ານໜຶ່ງ Huawei ໄດ້ກ່າວວ່າ ມີຍອດຂາຍໃນ ອາເມລິກາ ລາຕິນ, ໄດ້ຫຼາຍກວ່າ 10 ລ້ານເຄື່ອງແລ້ວ. ໂດຍການເປີດເຜີຍ ຂອງທ່ານ Yu Chengdong ຮອງປະທານຜູ້ອາວຸໂສຂອງບໍລິສັດ. ຂ່າວນີ້ໄດ້ຖຶກເຜີຍແຜ່ ພຽງແຕ່ບໍ່ເທົ່າໃດອາທິດ, ພາຍຫຼັງຈາກທີ່ Huawei ໄດ້ປະກາດວ່າຈະສ້າງ ຍອດຂາຍ ສະມາດໂຟນ Huawei P9 ໃຫ້ໄດ້ 9 ລ້ານໜ່ວຍໃນທົ່ວໂລກ.

Gartner Inc.
Himanshu, 29 November 2016
Huawei Android

Post Bottom Ad