ທ່ານ ແອນໂຕນີໂອ ກູເຕີເຣສ ສາບານໂຕ ເຂົ້າຮັບຕຳແໜ່ງ ເລຂາທິໃຫຍ່ອົງການ ສປຊ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ທ່ານ ແອນໂຕນີໂອ ກູເຕີເຣສ ສາບານໂຕ ເຂົ້າຮັບຕຳແໜ່ງ ເລຂາທິໃຫຍ່ອົງການ ສປຊ


ທ່ານ ແອນໂຕນີໂອ ກູເຕີເຣສ ສາບານໂຕ ເຂົ້າຮັບຕຳແໜ່ງ ເລຂາທິໃຫຍ່ອົງການສະຫະປະຊາຊາດຄົນໃໝ່ ຂະນະທີ່ ທ່ານ ບັນກີມູນ ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ໃນປັດຈຸບັນກຳລັງຈະກ້າວລົງຕໍາແໜ່ງໃນວັນທີ 1 ມັງກອນ ຈະມາເຖິງນີ້.
-----------------------------
ປະຫວັດຫຍໍ້ການເຮັດວຽກຂອງເພິ່ນມີດ່ັງນີ້
ທ່ານ ແອນໂຕນີໂອ ກູເຕີເຣສ ສາບານໂຕ ອາຍຸ 67 ປີ
- ເຄີຍເປັນ ນາຍົກລັດຖະມົນຕີ ຈາກປີ 1995 ຫາ 2002 ແລະ
- ເຄີຍເປັນຜູ້ນຳພາອົງການອົບພະຍົບ ສະຫະປະຊາຊາດ ຈາກປີ 2005 ຫາ 2015

ເອົາຊະນະ ຜູ້ສະໝັກຄົນອື່ນໆ ຫລາຍກວ່າ 12 ຄົນ ໃນລະຫວ່າງ ຂະບວນການແບບເປີດເຜີຍ ໄລຍະ 10 ເດືອນ ເພື່ອໃຫ້ເປັນຜູ້ນຳພາ ອົງການດັ່ງກ່າວ.

ການຂຶ້ນຮັບຕໍາແໜງໃໝ່ຂອງ ທ່ານ ແອນໂຕນີໂອ ທາມກາງໂລກກຳລັງປະເຊີນໜ້າກັບ ບັນຫາອົບພະຍົບ ແລະ ວິກິດການໆຍົກຍ້າຍ ຖິ່ນຖານ ອັນຍິ່ງໃຫຍ່ ຕັ້ງແຕ່ສົງຄາມໂລກຄັ້ງທີ 2 ເປັນຕົ້ນມາ ບັນຫາຂັດແຍ່ງໂດຍກຸ່ມ ປະກອບອາວຸດ ຢູ່ຕາເວັນອອກກາງ ແລະ ອາຟຣິກາ ໄພຂົ່ມຂູ່ຈາກກຸ່ມກໍ່ການຮ້າຍແລະ ຜົນກະທົບຈາກການປ່ຽນແປງ ຂອງດິນຟ້າອາກາດ.

ທີ່ມາ: ຂປລ
ແຫລ່ງຂ່າວ: ຕ່າງປະເທດ

Post Bottom Ad