ນາງສາວ ເກົ່າເຊັງ ຢ່າໜໍຕູ້ ໝາຍເລກ 18 ຄວ້າຕຳແໜ່ງນາງສາວ ມົ້ງ​ 2016 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ນາງສາວ ເກົ່າເຊັງ ຢ່າໜໍຕູ້ ໝາຍເລກ 18 ຄວ້າຕຳແໜ່ງນາງສາວ ມົ້ງ​ 2016

ນາງສາວ ເກົ່າເຊັງ ຢ່າໜໍຕູ້

ນະຄອນຫຼວງວຽງຈັນ: ໃນຄ່ຳຄືນຂອງວັນທີ່ 09/12/2016 ໄດ້ມີພິທີການປະກວດນາງສາວງາມເຜົ່າມົ້ງ ປະຈຳປີ 2016-2017 ບ້ານນາສ້ຽວ ເຂດໜອງພະຍາ-ດົງໂດກ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ ໂດຍມບັນດາສາວງາມເຜົ່າມົ້ງຈາກຫລາຍແຂວງເຂົ້າຮ່ວມເຊັ່ນ ຊຽງຂວາງ ວຽງຈັນ ບໍລິຄຳໄຊ ແລະນະຄອນຫລວງວຽງຈັນເຂົ້າຮ່ວມ ສະຖານທີ່ຈັດງານບຸນກິນຈຽງ ທີ່ບ້ານນາສ້ຽວ ໃນຄັ້ງນີ້ແມ່ນກວ້າງໃຫຍ່ ເຫມາະສົມເພາະມີເດິ່ນ ຊົນງົວ ເດິນບານ ແລະລານຈອດລົດທີ່ກວ້າງຂວາງ ຄິດວ່າຕໍ່ໄປ ສະຖານທີ່ແຫ່ງນີ້ຄົງຈະເປັນບ່ອນທີ່ຈັດບຸນກິນຈຽງທີ່ໃຫຍ່ແລະມີສິ່ງ ຫລືບ່ອນອຳນວຍຄວາມສະດວກທີ່ສຸດ



ໃນການປະກວດຄັ້ງນີ້, ທ່ານ ຈະເລີນ ເຢຍປ່າວເຮີ, ໂຄສົກລັດຖະບານ ກໍ່ໃຫ້ກຽດ ເຂົ້າຮ່ວມ.

ຜູ້ຊະນະເລີດນາງສາວເຜົ່າມົ້ງ ບ້ານນາສ້ຽວ ປະຈຳປີ 2016-17
ນາງສາວ ເກົ່າເຊັງ ຢ່າໜໍຕູ້ ໝາຍເລກ 18 .
ຮອງອັນດັບ 1 ນາງສາວ ເມລີ ລີບົວຝື .
ຮອງອັນດັບ 2 ນາງສາວ ແສງຕາວັນ ລີເລ່ຍນູ

ພາບແລະຂ່າວ: Houmphet Manisouk







Post Bottom Ad