ນັກໂທດຈຳນວນ 73 ຄົນໄດ້ຮັບການອະໄພຍະໂທດ ທີ່ສະຫວັນນະເຂດ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ນັກໂທດຈຳນວນ 73 ຄົນໄດ້ຮັບການອະໄພຍະໂທດ ທີ່ສະຫວັນນະເຂດ


ສະຫວັນນະເຂດອະໄພຍະໂທດນັກໂທດຈຳນວນ 73 ຄົນ
-------------------------
ຂປລ. ວັນທີ 13 ທັນວາ ນີ້ ທີ່ຄ້າຍຄຸມຂັງ-ດັດສ້າງແກ້ງຄັນ ເມືອງເຊໂປ ແຂວງສະຫວັນນະເຂດໄດ້ມີພິທີປະກາດອະໄພຍະໂທດ, ຜ່ອນໂທດ ແລະ ປ່ອຍໂຕນັກໂທດ ເຊີ່ງມີນັກໂທດທີ່ໄດ້ຮັບການອະໄພຍະໂທດປ່ອຍຕົວຈຳນວນ 73 ຄົນ, ຍິງ 20 ຄົນ ແລະ ຜ່ອນໂທດມີຈຳນວນ 220 ຄົນ, ຍິງ 51 ຄົນ. ເຂົ້າຮ່ວມເປັນປະທານໃນພິທີມີທ່ານ ປອ. ໂພໄຊ ໄຊຍະສອນ ຮອງເຈົ້າແຂວງສະຫວັນນະເຂດ, ມີອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ, ຄະນະກອງບັນຊາການ ປກສ ແຂວງ, ປກສ ເມືອງ, ຮອງເຈົ້າເມືອງ ແລະບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ພັທ ສາຍທອງ ໄຊຍະສານ ຫົວໜ້າຄ້າຍຄຸມຂັງ-ດັດສ້າງແກ້ງຄັນ ໄດ້ໃຫ້ຮູ້ວ່າ: ການຄັດເລືອກນັກໂທດຜູ້ທີ່ມີເງື່ອນໄຂສະເໜີຜ່ອນໂທດນັ້ນ ແມ່ນເລີ່ມຈາກການເຝີກຝົນຫຼໍ່ຫຼອມດັດສ້າງຕົວຈິງຂອງນັກໂທດແຕ່ ລະຄົນ, ມີການຄັດເລືອກປະເພດເດັ່ນປະຈຳອາທິດ, ປະຈຳເດືອນ, 6 ເດືອນ ແລະ 1 ປີ, ໂດຍຄັດເລືອກກັນເອງຢູ່ໃນກຸ່ມນັກໂທດ ຫຼັງຈາກນັ້ນກໍ່ໄດ້ນຳເອົາເປົ້າໝາຍມາສົມທຽບໃສ່ມາດຖານເງື່ອນໄຂທີ່ທາງຄະນະກຳມະການຄົ້ນ ຄວ້າອະໄພຍະໂທດວາງອອກ; ປີ 2016 ນີ້ມີນັກໂທດສະເໜີອະໄພຍະໂທດປ່ອຍຕົວຈຳນວນ 73 ຄົນ, ຍິງ 20 ຄົນ (ຕ່າງປະເທດ 2 ຄົນ, ເປັນນັກໂທດຂໍ້ກາວຫາຄ້າຢາເສບຕິດ 66 ຄົນ, ນັກໂທດຂໍ້ກ່າວຫາທົ່ວໄປ 7 ຄົນ), ນັກໂທດໄດ້ຮັບອະໄພຍະໂທດ ຜ່ອນໂທດຈຳນວນ 220 ຄົນ, ຍິງ 51 ຄົນ (ຕ່າງປະເທດ 2 ຄົນ, ນັກໂທດຂໍ້ກ່າວຫາຄ້າຢາເສບຕິດ 209 ຄົນ, ຍິງ 47 ຄົນ, ຂໍ້ກ່າວຫາທົ່ວໄປ 11 ຄົນ, ຍິງ 4 ຄົນ).

ທ້າວ ນັດ ອາຍຸ 31 ປີ, ຢູ່ບ້ານຄຶມສະຫວ່າງ, ເມືອງສອງຄອນ, ແຂວງສະຫວັນເຂດ, ນັກໂທດຂໍ້ຫາຄ້າຂາຍຢາເສບຕິດແມ່ນຜູ້ໜຶ່ງທີ່ໄດ້ຮັບການປ່ອຍໂຕຄັ້ງນີ້ໄດ້ໃຫ້ຮູ້ກ່ຽວກັບຄວາມຮູ້ສຶກຂອງຕົນເອງວ່າ: ຂ້າພະ ເຈົ້າມີຄວາມຮູ້ສຶກຮູ້ບຸນຄຸນຕໍ່ການຈັດຕັ້ງພັກ-ລັດ ແລະ ອຳນາດການປົກຄອງທຸກຂັ້ນທີ່ເປັນຫ່ວງເປັນໄຍເຖິງອະນາຄົດຂອງພວກເຮົາ ຊ່ວຍໃຫ້ພວກເຮົາໄດ້ສ້າງຕົນໃຫ້ກາຍເປັນພົນລະເມືອງດີຂອງສັງຄົມ, ຜ່ານມາແມ່ນມີຄວາມຮູ້ສຶກກິນແໜງແຄງໃຈທີ່ສຸດຕໍ່ການກະທຳຜິດຂອງຕົນ ແລະ ກໍ່ເຫັນວ່າຕໍ່ການກະທຳຜິດດັ່ງກ່າວແມ່ນເກີດຈາກແນວຄິດຄວາມໂລບມາກໂລພາ, ຄວາມຢາກໄດ້ຢາກມີໂດຍບໍ່ອອກແຮງງານ, ດຳລົງຊີວິດຟຸມເຟືອຍ, ບໍ່ຄຳນຶງເຖິງລະບຽບກົດໝາຍບ້ານເມືອງ, ເຮັດໃຫ້ສັງຄັມບໍ່ມີຄວາມສະຫງົບ, ພາຍຫຼັງໄດ້ຮັບການປ່ອຍໂຕແລ້ວຈະພະຍາຍາມຝືກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນຄົນດີ, ປະແນວຄິດອັນເກົ່າຮັບເອົາແນວຄິດອັນໃໝ່, ຕັ້ງໜ້າອອກແຮງປະກອບເຂົ້າໃນວຽກງານຕ່າງໆເພື່ອສ້າງສາພັດທະນາບ້ານເມືອງຂອງຕົນ ກໍ່ຄືຄອບຄົວຂອງຕົນໃຫ້ຄືກັບຄອບຄົວອື່ນໆໃນສັງຄົມ.

ຂ່າວ-ພາບ: ພຸດທະສິນ, ຂປລ

Post Bottom Ad