ປີ 2016 ລາວສົ່ງເຂົ້າໄປຂາຍຕ່າງປະເທດ 20 ພັນກວ່າໂຕ່ນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ປີ 2016 ລາວສົ່ງເຂົ້າໄປຂາຍຕ່າງປະເທດ 20 ພັນກວ່າໂຕ່ນ


ປີ 2016 ລາວສົ່ງເຂົ້າໄປຂາຍຕ່າງປະເທດ 20 ພັນກວ່າໂຕ່ນ
-------------------------------------------
ຂປລ: ໃນ​ປີ 2016 ນີ້ ​ສປປ ລາວ ສາມາດ​ສົ່ງ​ອອກ​ເຂົ້າ​ໄປ​ຕ່າງປະເທດ ໂດຍ​ສະເພາະ ຕະຫຼາດ​ເອີ​ຣົບ ຕະຫຼາດ​ຈີນ ແລະ ອື່ນໆ​ໄດ້​ຈຳນວນ​ທັງ​ໝົດ 21 ພັນ​ໂຕນ ເຖິງ​ວ່າ​ຈະ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ສະພາບ​ດິນ​ຟ້າ​ອາກາດ​ເຊັ່ນ: ຝົນ​ທີ່​ຕົກ​ຫຼ້າ​ຊ້າ.

ທ່ານ ລຽນ ທິ​ແກ້ວ ລັດຖະມົນຕີ​ກະຊວງ​ກະສິກຳ ແລະ ປ່າໄມ້ ໄດ້​ໃຫ້​ສຳພາດ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະບານ​ເປີດ​ກວ້າງ ​ປະຈຳ​ປີ 2015-2016 ໃນ​ວັນ​ທີ 13 ທັນວາ​ນີ້ ຢູ່​ນະຄອນຫຼວງ​ວຽງ​ຈັນ ວ່າ: ຄາດ​ວ່າ​ໃນ​ປີ 2017 ທີ່​ຈະ​ເຖິງ​ນີ້ ລາວ​ຈະ​ສາມາດ​ສົ່ງ​ອອກ​ເຂົ້າ​ໄປ​ຕ່າງປະເທດ​ໄດ້​ຈຳນວນ​ທັງ​ໝົດ 20 ພັນ​ໂຕນ ໂດຍ​ຈະ​ສືບຕໍ່​ຈັດ​ຕັ້ງ​ປະຕິບັດ​ຊຸກຍູ້​ການ​ຜະລິດ​ປຸງ​ແຕ່ງ​ທີ່​ທັນ​ສະໄໝ ​ຕາມ​ມາດຖານ​ກະສິກຳສະອາດ ແລະ ສ້າງ​ມາດຖານ​ໂຮງສີ​ເຂົ້າ​ສະອາດ ​ຕາມ​ລະບົບ​ສາກົນ ​ໃຫ້​ສາມາດ​ສ້າງ​ເຄື່ອງໝາຍ​ການ​ຄ້າ​ໃຫ້ເຂົ້າ​ລາວ​ ເພື່ອ​ສົ່ງເສີມ​ການ​ສົ່ງ​ອອກ​ກັບ​ທີ່ ແລະ ສົ່ງ​ອອກ​ໄປ​ຕ່າງປະເທດ​ໂດຍ​ກົງ ກໍ່​ຄືຈັດ​ຕັ້ງ​ປະຕິບັດ​ບັນດາ​ໂຄງການ​ລົງທຶນ​ຂອງ​ລັດ​ຢ່າງ​ມີ​ປະສິດທິພາບ ປະ​ສິດທິ​ຜົນ ຍົກ​ສູງ​ປະ​ສິດທິ​ຜົນ​ຂອງ​ການ​ນຳ​ໃຊ້​ທຶນ ​ໂດຍ​ການ​ປະຕິບັດ​ລະບຽບ​ກົດໝາຍ ວິໄນ​ແຜນການ-ການ​ເງິນ​ຢ່າງ​ເຂັ້ມ​ງວດ.

ສຳລັບ​ປີ 2016 ນີ້ ລາວ​ສາມາດ​ຜະລິດ​ເຂົ້າ​ໄດ້​ທັງ​ໝົດ ຈຳນວນ 4 ລ້ານ​ກວ່າ​ໂຕນ ໃນ​ເນື້ອທີ່​ຜະລິດເຂົ້າ​ທັງ​ໝົດ​ປະມານ​ເກືອບ 1 ລ້ານ​ເຮັກຕາ.

ຂ່າວ: ຂປລ

Post Bottom Ad