----------------------------------
ວັນທີ 16 ທັນວານີ້, ກະຊວງແຜນການ ແລະ ການລົງທຶນຮ່ວມກັບອົງການສະຫະປະຊາຊາດກອງທືນສຳລັບປະຊາກອນ ( UNFPA ) ໄດ້ຈັດກອງປະຊຸມປຶກສາຫາລືວຽກງານປະຊາກອນ ແລະ ການພັດທະນາໃນ ສປປ ລາວ ຂຶ້ນທີ່ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທ່ານ ນາງ ອູຣິກາ ເຣນສະຕຼອມ ຮອງຜູ້ຕາງໜ້າອົງການ ສປຊ ກອງທຶນສຳລັບປະຊາກອນ, ພອມດ້ວຍຜູ້ຕ່າງໜ້າອົງການ ຈັດຕັ້ງສາກົນ ແລະ ວິຊາການຈາກກະຊວງຕ່າງໆເຂົ້າຮ່ວມເປັນຈຳນວນຫຼາຍ.
ທ່ານ ຮອງລັດຖະມົນຕີກະຊວງແຜນການກ່າວວ່າ: ປັດຈຸບັນພວກເຮົາກຳລັງຈະຈັດຕັ້ງແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ ຄັ້ງທີ VIII(2016-2020) ແລະ ປີນີ້ກໍເປັນປີທີ 2 ຂອງການ ຈັດຕັ້ງຜັນຂະຫຍາຍແຜນການ 5 ປີ ດັ່ງກ່າວໃຫ້ເປັນແຜນລະອຽດໃນແຕ່ລະປີ. ເຊິ່ງພວກເຮົາກໍໄດ້ມີການເຊື່ອມສານວຽກງານປະຊາກອນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມຂອງຊາດ ເປັນຕົ້ນແມ່ນ ເຮັດແນວໃດໃຫ້ປະຊາກອນໃນໄວຮຽນໄດ້ມີຄວາມຮູ້ ຄວາມສາມາດ ແລະ ເຮັດໃຫ້ກຳລັງແຮງງານມີສີມື ແລະ ມີຄຸນນະພາບສູງຂຶ້ນ, ເຮັດໃຫ້ທຸກຄົນມີສຸຂະພາບແຂງແຮງ ແລະ ເຂົ້າເຖິງການບໍລິ ການທາງສັງຄົມອື່ນໆນັບມື້ຫລາຍຂຶ້ນ. ດັ່ງນັ້ນກອງປະຊຸມປຶກສາຫາລືໃນມື້ນີ້ ຈຶ່ງມີຄວາມໝາຍສຳ ຄັນເປັນຢ່າງຍິ່ງເພື່ອໃຫ້ ພວກເຮົາໄດ້ຮັບຮູ້ບັນຫາໃໝ່ ກ່ຽວກັບວຽກງານປະຊາກອນ ແລະ ການພັດທະນາ ເຊິ່ງພວກເຮົາຫາກໍສຳເລັດ ແລະ ປະກາດຜົນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ປີ 2015 ນີ້ຈະເປັນຂໍ້ມູນໃຫມ່ໃຫ້ກັບການວັດແທກຜົນສຳເລັດໃນໄລຍະຜ່ານມາ ແລະ ເປັນຂໍ້ມູນພື້ນຖານໃຫ້ກັບການວາງແຜນພັດທະນາປະເທດ ກໍ່ຄືແຜນພັດທະນາຂອງຂະແໜງການ ແລະ ທ້ອງ ຖິ່ນໃນຕໍ່ໜ້າ ເຊັ່ນ: ໂຄງປະກອບຮູບທາດອາຍຸສ້າງຂອງປະຊາກອນປີ 2015 ໄດ້ຊີ້ໃຫ້ເຫັນວ່າພວກເຮົາຈະມີໂອກາດໄດ້ຮັບຜົນປະໂຫຍດທາງດ້ານປະຊາກອນ ເນື່ອງຈາກວ່າ ພວກເຮົາມີພົນລະເມືອງໃນໄວອອກແຮງງານຫລາຍຂຶ້ນກວມເອົາ 63,7% ຂອງພົນລະເມືອງທັງໝົດນີ້ຈະເຮັດໃຫ້ກຸ່ມໄວອອກແຮງງານເຫຼົ່ານີ້ສາມາດປະກອບສ່ວນເຂົ້າໃນການພັດ ທະນາເສດຖະກິດ - ສັງຄົມໄດ້ຫລາຍຂຶ້ນ, ແຕ່ເຖິງຢ່າງໃດກໍຕາມ ຖ້າພວກເຮົາບໍ່ມີນະໂຍບາຍທີ່ເຫມາະສົມ ເພື່ອໃຫ້ພວກເຂົາໄດ້ຮັບການພັດທະນາທາງດ້ານຄວາມຮູ້ຄວາມສາມາດ ແລະ ທັກສະໃນການອອກແຮງງານ ແລະ ມີສຸຂະພາບແຂງແຮງແລ້ວກໍ່ຈະບໍ່ໄດ້ຮັບຜົນຜະໂຫຍດຈາກການມີປະຊາກອນຫນຸ່ມຫລາຍນັ້ນ, ການກາຍເປັນຕົວເມືອງນັບມື້ເພີ່ມຂຶ້ນດັ່ງອັດຕາສ່ວນຂອງພົນລະເມືອງທີ່ອາໄສໃນເຂດຕົວເມືອງເພີ່ມຂຶ້ນຈາກ 27% ໃນປີ 2005 ມາເປັນ 33% ໃນປີ 2015 ນີ້ກໍເປັນຂໍ້ມູນໜຶ່ງໃຫ້ພວກເຮົາຕ້ອງໄດ້ເອົາໃຈໃສ່ວ່າພວກເຮົາຈະຮອງຮັບຕໍ່ການເພີ່ມຂຶ້ນຂອງປະຊາກອນໃນຕົວເມືອງຄືແນວໃດ? ໂດຍສະເພາະແມ່ນ ທີ່ພັກອາໄສ, ການບໍລິການຮັກສາສຸຂະພາບ ແລະ ການບໍລິການສາທາລະນຸປະໂພກ; ພ້ອມດຽວກັນນັ້ນພວກເຮົາກໍຕ້ອງໄດ້ເອົາໃຈໃສ່ພັດທະນາເຂດຊົນນະບົດບໍ່ໃຫ້ມີຄວາມແຕກໂຕກກັນຫລາຍກັບຕົວເມືອງເພື່ອຫລຸດຜ່ອນການລັ່ງໄຫລເຂົ້າສູ່ຕົວເມືອງຂອງປະຊາກອນ, ການພັດທະນາການສຶກສາຂອງຄົນລາວທີ່ຍັງນຳຫຼັງ ຫຼາຍປະເທດໃນພາກພື້ນ, ການປັບປຸງຄຸນນະພາບຂອງແຮງງານຜ່ານການສຶກສາ ແລະ ການຝຶກອົບຮົບສີມືແຮງງານ, ການແກ້ໄຂບັນຫາການແຕ່ງງານກ່ອນໄວອັນຄວນ ເຊິ່ງລາວມີອັດຕາສ່ວນສູງທີ່ສຸດ ໃນອາຊຽນ, ຂໍ້ມູນມີຄວາມສຳຄັນ ໃນການວາງແຜນ. ເລີ່ມແຕ່ປີ 2017 ນີ້ພວກເຮົາຈະເລີ້ມການປັບປຸງນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາ ເພື່ອການວາງແຜນພັດທະນາທີ່ແທດເໝາະກັບສະພາບຕົວຈິງ ແລະ ເພື່ອຮັບປະກັນຜົນປະ ໂຫຍດສູງສຸດຈາກການປ່ຽນແປງໂຄງປະກອບປະຊາກອນ.
ທ່ານຮອງລັດຖະມົນຕີກ່າວວ່າ: ນອກຈາກບັນຫາທີ່ກ່າວມາຂ້າງເທິງແລ້ວພວກເຮົາຍັງຈະໄດ້ຮັບຟັງການນຳສະເຫນີບົດຮຽນ ແລະ ປະສົບການຂອງປະເທດ ອົດສະຕາລີ, ສິງກະໂປ ແລະ ປະເທດ ບູຖານ ກ່ຽວກັບ ວຽກງານປະຊາກອນ ແລະ ການພັດທະນາ ລວມທັງ ການສ້າງນະໂຍບາຍດ້ານປະ ຊາກອນຂອງບັນດາປະເທດເຫລົ່ານີ້ ແລະ ຍັງຈະໄດ້ຮັບຟັງການສະເໜີພາບລວມກ່ຽວກັບສະຖານະພາບປະຊາກອນ ແລະ ການຈັດຕັ້ງປະຕິບັດນະໂຍບາຍປະຊາກອນຂອງ ສປປ ລາວ ໃນໄລຍະຜ່ານມາ ພ້ອມທັງມີການສົນທະນາ ຈາກບັນດາຜູ້ວາງນະໂຍບາຍກ່ຽວກັບປະຊາກອນຂອງບັນດາກະຊວງ ແລະ ຂະ ແໜງການ ເພື່ອເປັນບ່ອນອີງໃຫ້ພວກເຮົາໃນການພັດທະນາປະຊາກອນລາວລວມທັງການປັບປຸງນະໂຍບາຍແຫ່ງຊາດດ້ານປະຊາກອນ ແລະ ການພັດທະນາຂອງ ສປປ ລາວ.
ພາບແລະຂ່າວ: ຫນັງສືພິມລາວພັດທະນາ