ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮສສ ໄດ້ໃຫ້ສຳພາດ ຕໍ່ ກົມສື່ມວນຊົນໜຸ່ມລາວ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ວ່າ:
ຂ້າພະເຈົ້າ ຕາງໜ້າໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ຂໍປະກອບຄຳເຫັນກ່ຽວກັບການພັດທະນາແບບຍືນຍົງທີ່ຕິດພັນກັບຊີວິດ ແລະ ຄວາມປອດໄພຈາກລະເບີດຕົກຄ້າງບໍ່ທັນແຕກຍຸ່ ສປປ ລາວ, ຄືດັ່ງພວກເຮົາຮູ້ນຳກັນແລ້ວວ່າ ໄລຍະແຕ່ປີ 1964-1973 ປະເທດລາວເຮົາໄດ້ເປັນສະມໍລະພູມສູ້ຮົບທາງພາກພື້ນດິນ ແລະ ທາງອາກາດຢ່າງຮ້າຍແຮງ ຕາມຂໍ້ມູນທີ່ບັນທຶກໄວ້ໄດ້ມີການຖິ້ມລະເບີດຫລາຍກ່ວາສອງລ້ານໂຕນ ໃນນັ້ນ ມີໂບມໃຫຍ່ປະມານ 4 ລ້ານໜ່ວຍ ແລະ ລະເບີດລູກຫວ່ານ (ບົ່ມບີ) ຫລາຍກ່ວາ 270 ລ້ານໜ່ວຍ ແລະ ຄາດຄະເນວ່າປະມານ 30 ສ່ວນຮ້ອຍຂອງລະເບີດດັ່ງກ່າວ ແມ່ນຍັງບໍ່ທັນແຕກ.
ຕະຫລອດໄລຍະຜ່ານມາ ພັກ ແລະ ລັດຖະບານ ໄດ້ມີຄວາມພະຍາຍາມເອົາໃຈໃສ່ແກ້ໄຂບັນຫາລະເບີດທີ່ຕົກຄ້າງມາຕະຫລອດມາ ເພື່ອເຮັດໃຫ້ປະຊາຊົນບັນດາເຜົ່າສາມາດດຳລົງຊີວິດປອດໄພຈາກລະເບີດຕົກຄ້າງບໍ່ທັນແຕກ ໂດຍໄດ້ສ້າງຕັ້ງຄະນະກຳມະການແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກຕົກຄ້າງ ຢູ່ ສປປ ລາວ ແລະ ສ້າງຕັ້ງໂຄງການເກັບກູ້ລະເບີດແຫ່ງຊາດຂຶ້ນ.
ຕໍ່ກັບຄຳຖາມເຈາະຈີ້ມຂອງ ກົມສື່ມວນຊົນໜຸ່ມລາວ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ຂ້າພະເຈົ້າຂໍມີຄຳເຫັນ ດັ່ງນີ້:
ຄຳຖາມ 1: ເປົ້າໝາຍການພັດທະນາແບບຍຶນຍົງກ່ຽວກັບ “ ຊີວິດປອດໄພຈາກລະເບິດບໍ່ທັນແຕກ ” ທ່ານ
ຄິດວ່າການສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມຍິງ ໃນອາຍຸ 10-19 ປີ ມີຄວາມໝາຍສຳຄັນແນວໃດ?
ຄຳຕອບ:
# ເປົ້າໝາຍການພັດທະນາແບບຍຶນຍົງອັນດັບທີ 18 ມີດັ່ງລຸ່ມນິ້:
1). ພາຍໃນປີ 2030, ຮັບປະກັນໃຫ້ຈຳນວນຜູ້ຖຶກບາດເຈັບ ແລະ ເສຍຊີວິດຈາກລະເບິດບໍ່ທັນແຕກໃນແຕ່ລະປີຫຼຸດລົງເທຶອລະກ້າວ ຈົນຮອດຈຸດຕຳສຸດ.
2). ພາຍໃນປີ 2030, ໃຫ້ສຳເລັດການກວດກູ້ລະເບິດບໍ່ທັນແຕກຕົກຄ້າງຢູ່ບັນດາພື້ນທີບູລິມະສິດພັດທະນາ ແລະ ບັນດາບ້ານທີທຸກຍາກ.
3). ພາຍໃນປີ 2030, ຮັບປະກັນໃຫ້ຜູ້ລອດຊີວິດຈາກລະເບິດບໍ່ທັນແຕກທັງໝົດ ໄດ້ຮັບການຊ່ວຍເຫຼຶອທາງດ້ານການປິ່ນປົວ, ຟື້ນຟູສຸຂະພາບ ແລະ ຊ່ວຍເຫຼືອຜູ້ຖຶກເຄາະຮ້າຍຈາກລະເບິດບໍ່ທັນແຕກທີທຸກຍາກ ໄດ້ຮັບການປະກອບອາຊີບ.
# ຄວາມສຳຄັນຂອງການສ້າງຄວາມເຂັ້ມແຂງໃຫ້ໄວໜຸ່ມຍິງ ອາຍຸ 10-19 ປີ.
1). ນະໂຍບາຍຂອງພັກ ແລະ ລັດຖະບານ ແມ່ນທຸກຂົງເຂດວຽກງານ ຕ້ອງບັນຈຸກຳລັງແມ່ຍິງໃຫ້ໄດ້ຍ່າງໜ້ອຍ 30 ສ່ວນຮ້ອຍ.
2). ໄວໜຸ່ມຍິງເປັນອານາຄົດຂອງຊາດ, ເປັນກຳລັງແຮງໃນການພັດທະນາເສດຖະກິດ-ສັງຄົມ, ປະຕິບັດເປົ້າ ໝາຍພັດທະນາແບບຍຶນຍົງອັນດັບທີ 18 ເພາະໄວໜຸ່ມຍິງສ່ວນຫຼາຍແມ່ນຢູ່ພື້ນຖານການຜະລິດກະສິກຳ ແລະ ພຶ້ນຖານໂຄງການພັດທະນາເສດຖະກິດສັງຄົມຕ່າງໆ.
3). ໄວໜຸ່ມຍິງໃນເກນອາຍຸ 10-19 ປີ ເປັນໄວທີສາມາດພັດທະນາຕົນເອງ ແລະ ຮັບຮູ້ເອົາສິ່ງໃໝ່ໆໄດ້ໄວ, ສາມາດຮັບເອົາຂໍ້ມູນທີມາ ແລະ ຄວາມອັນຕະລາຍຂອງລະເບີດບໍ່ທັນແຕກ ເພຶອໄປໂຄສະນາໃຫ້ກຸ່ມໄວໜຸ່ມດ້ວຍກັນ, ຊຸມຊົນທີໄດ້ຮັບຜົນກະທົບ ແນໃສ່ໃຫ້ສັງຄົມ, ຄົນລຸ້ນຫຼັງໄດ້ຮັບຮູ້ ແລະ ຈົດຈຳຄວາມເປັນມາ ແລະ ຄວາມອັນຕະລາຍຂອງລະເບິດບໍ່ທັນແຕກຕໍ່ໄປໃນອານາຄົດ.
4). ໄວໜຸ່ມຍິງແມ່ນ ມີຄວາມສຽງສູງຕໍ່ກັບການໄດ້ຮັບບາດເຈັບ ແລະ ເສຍຊີວິດຈາກອຸບັດຕິເຫັດລະເບິດບໍ່ທັນໃນຂະບວນການທຳການຜະລິດກະສິກຳ ກໍ່ຄືແບບວິທີການດຳລົງຊີວິດປະຈຳວັນຂອງເຂົາເຈົ້າ, ຕາມສະຖິຕິກໍານົດໄດ້ ໂດຍສະເພາະໃນໄລຍະປີ 2011-2015 ອຸບັດເຫດຈາກລະເບີດບໍ່ທັນແຕກເກິດຂຶ້ນ 146 ຄັ້ງ, ມີຜູ້ຖືກບາດເຈັບ ແລະ ເສຍຊີວິດ 283 ຄົນ ໃນນິ້ໄວໜຸ່ມຍິງ 22 ຄົນ. ສະນັ້ນ, ຈຶ່ງມີຄວາມຈຳເປັນຕ້ອງໄດ້ສຶກສາອົບຮົມໃຫ້ເຂົາເຈົ້າຮູ້ເຖິງອັນຕະລາຍຈາກລະເບີດບໍ່ທັນແຕກ ເພຶ່ອບໍ່ໃຫ້ເກິດຂຶ້ນກັບຕົວເຂົາເຈົ້າເອງ. ພ້ອມນັ້ນ, ເຂົາຍັງສາມາດໄປບອກຕໍ່ ແລະ ສຶກສາອົບຮົມໃຫ້ຜູ້ອຶ່ນໆຮູ້ເຖິງອັນຕະລາຍຂອງລະເບິດບໍ່ທັນແຕກອີກຕຶ່ມ.
ຄຳຖາມ 2: ທ່ານມີທິດທາງ ແລະ ແຜນການແກ້ໄຂບັນຫາດັ່ງກ່າວແນວໃດ ໂດຍສະເພາະແມ່ນໄວ
ໜຸ່ມຍິງ?
ຄຳຕອບ:
1). ເຊຶ່ອມສານແຜນການໂຄສະນາກ່ຽວກັບທີ່ມາ ແລະ ຄວາມອັນຕະລາຍຂອງລະເບິດບໍ່ທັນແຕກເຂົ້າໃນແຜນຂອງບັນດາກະຊວງ, ອົງການທຽບເທົ່າ ແລະ ທ້ອງຖິ່ນທີ່ກ່ຽວຂ້ອງ.
2). ສົມທົບກັບກະຊວງສຶກສາທິການ ແລະ ກິລາສອກວິຊາລະເບິດບໍ່ທັນແຕກຢູ່ໂຮງຮຽນປະຖົມໃນທົ່ວປະເທດ.
3). ສ້າງຄວາມເຂັ້ມແຂງໃຫ້ອາສາສະໝັກໃໝ່ໃຫ້ກ່ວມບັນດາບ້ານທີມີລະເບິດຕົກຄ້າງ.
4). ສົມທົບກັບກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ້ອງທ່ຽວ ດຳເນີນໂຄງການໂຄສະນາທີມາ ແລະ ຄວາມອັນຕະລາຍຂອງລະເບິດບໍ່ທັນແຕກໂດຍຜ່ານສື່ຕ່າງໆ.
5). ປະສານໃຫ້ບັນດາອົງການປະຕິບັດງານຂອງລາວ ແລະ ຕ່າງປະເທດ ໂຄສະນາທີ່ມາ ແລະ ຄວາມອັນຕະລາຍຂອງລະເບິດບໍ່ທັນແຕກໃຫ້ກວມຊຸມຊົນທີໄດ້ຮັບຜົນກະທົບ.
ໃນໂອກາດອັນສຳຄັນນີ້, ຂ້າພະເຂົ້າຕາງໜ້າໃຫ້ຄະນະພັກ ຄະນະນຳກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຂໍຮຽກຮ້ອງມາຍັງທຸກພາກສ່ວນ ທັງພາກລັດ ເອກະຊົນ ແລະ ສັງຄົມ ຈົ່ງພ້ອມກັນໂຄສະນາປູກຈິດສຳນຶກໃຫ້ປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນຊາວໜຸ່ມ ແລະ ເຍົາວະຊົນ ທີ່ຢູ່ເຂດພື້ນທີ່ ທີ່ມີຄວາມສ່ຽງ ລະເບີດຕົກຄ້າງບໍ່ທັນແຕກ ໃຫ້ຮູ້ຈັກລະມັດລະວັງ ຮູ້ຜົນຮ້າຍ ແລະ ອັນຕະລາຍ ຂອງລະເບີດຕົກຄ້າງຢູ່ໃນພື້ນທີ່ຊຸມຊົນຂອງຕົນ.
ໂດຍ: ເພັດສະໄໝ ຂ່າວສານ ຮສສ