ຮອງນາຍົກລົງຊຸກຍູ້ການເກັບລາຍຮັບຢູ່ແຂວງວຽງຈັນ - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ຮອງນາຍົກລົງຊຸກຍູ້ການເກັບລາຍຮັບຢູ່ແຂວງວຽງຈັນ


ຮອງນາຍົກລົງຊຸກຍູ້ການເກັບລາຍຮັບຢູ່ແຂວງວຽງຈັນ
------------------------------------------
ໃນລະຫວ່າງວັນທີ 24-25ພະຈິກ2016, ທ່ານສົມດີດວງດີ ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງການເງິນ,ພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມ ແລະເຄື່ອນໄຫວລົງຊຸກຍູ້ວຽກງານການຈັດຕັ້ງປະຕິບັດງົບປະມານ,ແນະນຳແຜນການງົບປະມານ, ເກັບກຳຖານລາຍຮັບໃໝ່ຢູ່ແຂວງວຽງຈັນ,ໂດຍມີທ່ານ ວິດົງ ໄຊຍະສອນ ເຈົ້າແຂວງໆວຽງຈັນ, ພ້ອມດ້ວຍຄະນະນຳກະຊວງ, ຄະນະນຳຂອງແຂວງ, ຄະນະນຳເມືອງ, ພະນັກງານຫຼັກແຫຼ່ງອ້ອມຂ້າງພາຍໃນແຂວງເຂົ້າຮ່ວມ.

ໃນການເຄື່ອນໄຫວຢ້ຽມຢາມແລະເຮັດວຽກຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນກະຊວງການເງິນໃນຄັ້ງນີ້ທ່ານຄຳເຫຼັກ ທອງສະຫວັນ ຮັກສາການຫົວໜ້າພະແນກການເງິນແຂວງວຽງຈັນໄດ້ລາຍງານໃຫ້ຊາບວ່າ:ການຈັດຕັ້ງປະຕິບັດແຜນງົບປະມານສົກປີ2015-2016 ຂອງແຂວງວຽງຈັນ,ສາມາດປະຕິບັດຕາມແຜນການ, ຍ້ອນໄດ້ສຸມໃສ່ການສຶກສາອົບຮົມທາງດ້ານແນວຄິດການເມືອງໃຫ້ພະນັກງານ, ຜູ້ປະກອບການຕ່າງໆເປັນເຈົ້າການໃນການປະຕິບັດ,ພ້ອມທັງໄດ້ວາງມາດຕະການໃນການຈັດຕັ້ງປະຕິບັດ,ໄປພ້ອມກັບວຽກງານດັ່ງກ່າວໄດ້ອົາໃຈໃສ່ຊຸກຍູ້ຕິດຕາມການຖືບັນຊີຂອງບັນດາພະແນກການ,ກົມກອງ, ຫົວໜ່ວຍທຸລະກິດພາຍໃນແຂວງ, ປະສານສົມທົບກັບບັນດາຂະແໜງການອ້ອມຂ້າງທັງສາຍຕັ້ງ-ສາຍຂວາງເພື່ອຕິດຕາມເລັ່ງທ່ວງການປະຕິບັດເກັບລາຍຮັບ ແລະ ການດຸ່ນດ່ຽງລາຍຈ່າຍຈາກສູນກາງເປັນປົກກະຕິ, ຈຶ່ງເຮັດເຮັດການປະຕິບັດແຜນງົບປະມານບັນລຸໄດ້ຕາມລະດັບຄາດໝາຍ.
ຜ່ານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດສົກປີ2015-2016 ແຂວງວຽງຈັນ, ສາມາດຍົກໃຫ້ເຫັນດັ່ງນີ້:ລາຍຮັບງົບປະມານສົກປີ 2015-2016 ທີ່ໄດ້ຮັບອະນຸມັດຈາກສະພາແຫ່ງຊາດເບື້ອງຕົ້ນ 197,274 ຕື້ກີບ, ແຜນດັດແກ້ໃໝ່ 197,979 ຕື້ີກີບ, ສາມາດປະຕິບັດບັນລຸໄດ້ເຖິງ 218,800 ຕື້ກີບ, ບັນລຸໄດ້ 110,52%ຂອງແຜນການ, ຫຼື່ນແຜນ 10,52%, ຖ້າທຽບໃສ່ລາຍຮັບປີຜ່ານມາເພີ່ມຂື້ນ 5,54%, ໃນນັ້ນລາຍຮັບສ່ວຍສາອາກອນປະຕິບັດໄດ້ 164,11 ຕື້ກີບເທົ່າກັບ 110.46%, ພາສີທີ່ດິນ 10,066 ຕື້ກີບເທົ່າກັບ 96,22%, ຄ່າບໍລິການວິຊາການປະຕິບັດໄດ້21,450 ຕື້ກີບເທົ່າກັບ 103,47%, ຊັບສິນປະຕິບັດໄດ້ 15,662 ຕື້ກີບເທົ່າກັບ 143,74%, ລາຍຮັບຈາກການເງິນວິສາຫະກິດປະຕິບັດໄດ້ 112 ລ້ານກີບເທົ່າກັບ 124,73% ນອກຈາກນີ້, ໄດ້ຮັບການດຸ່ນດ່ຽງຈາກຄັງເງິນແຫ່ງຊາດຈຳນວນ 356,459 ຕື້ກີບ.

ທ່ານ ຄຳເຫຼັກ ທອງສະຫວັນ ຮັກສາການຫົວໜ້າພະແນກການເງິນແຂວງວຽງຈັນ ລາຍງານໃຫ້ຊາບອີກວ່າ: ການເກັບລາຍຮັບ 3 ເດືອນຂ້າມຜ່ານທ້າຍສົກປີ 2016 ມາຮອດວັນທີ 23 ພະຈິກ 2016 ສາມາດປະຕິບັດໄດ້ທັງໝົດ 14,690 ຕື້ກີບເທົ່າກັບ 35,24%ໃນນັ້ນລາຍຮັບສ່ວຍສາອາກອນ38,000 ຕື້ກີບປະຕິບັດໄດ້ 13,519 ຕື້ກີບເທົ່າກັບ 35,57%, ລາຍຮັບພາສີທີ່ດິນ700 ລ້ານກີບປະຕິບັດໄດ້291 ລ້ານກີບເທົ່າກັບ 41,57%, ລາຍຮັບຄ່າທຳນຽມ500 ລ້ານກີບປະຕິບັດໄດ້ 95 ລ້ານກີບເທົ່າກັບ 19%, ລາຍຮັບຮັບຈາກບໍລິການວິຊາການ800 ລ້ານກີບເທົ່າກັບ 57,37%, ລາຍຮັບຄຸ້ມຄອງຊັບສິນຂອງລັດ1,556 ຕື້ກີບປະຕິບັດໄດ້ 475 ລ້ານກີບເທົ່າກັບ 30,75%, ລາຍຮັບພາສີ 898 ລ້ານກີບປະຕິບັດໄດ້ 498 ລ້ານກີບເທົ່າກັບ 55,47%.
ໃນໂອກາດນີ້,ທ່ານ ສົມດີ ດວງດີກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ຍາດມາໄດ້ໂດຍສະເພາະການເອົາໃຈໃສ່ແກ້ໄຂບັນຫາຕ່າງໆ,ພ້ອມທັງຍົກໃຫ້ເຫັນບັນຫາສະພາບພົ້ນເດັ່ນທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນເວົ້າລວມ, ເວົ້າສະເພາະແມ່ນໃນເວທີອາຊຽນທີ່ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນໃນປີ 2016, ພ້ອມທັງບາງເຫດການພົ້ນເດັ່ນທີ່ເກີດຂຶ້ນພາຍໃນປະເທດໃນໄລຍະຜ່ານມາເປັນຕົ້ນ: ຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດຊຸດທີ VIII ແລະໃນຂະແໜງການເງິນແຂວງວຽງຈັນທີ່ຕ້ອງສືບຕໍ່ເອົາໃຈໃສ່ປະຕິບັດບາງບັນຫາເຊັ່ນ:ພະນັກງານການນຳຂັ້ນແຂວງຕ້ອງເປັນເຈົ້າການຊີ້ນຳໆພາພະນັກງານຂັ້ນເມືອງ, ການເກັບລາຍຮັບຕ້ອງເອົາໃຈໃສ່,ສ່ວນລາຍຈ່າຍໃຫ້ປະຕິບັດຕາມແຜນການທີ່ວາງໄວ້, ການຊໍາລະໜີ້ສິນບັນດາໂຄງການຕ່າງໆໃຫ້ທ່ວງທັນເວລາ, ເອົາໃຈໃສ່ຕ້ານແລະສະກັດກັ້ນການນຳລົດເຂົ້າທີ່ບໍ່ຖືກຕ້ອງຕາມກົດໝາຍ, ເອົາໃຈໃສບົດແນະນຳກະຊວງກ່ຽວກັບການຈັດຕັ້ງປະຕິບັັດລາຍຮັບ-ລາຍຈ່າຍ, ຄົ້ນຄົ້ວຊອກຫາຖານເກັບລາຍຮັບໃໝ່ໂດຍອີງໃສ່ທ່າແຮງບົ່ມຊ້ອນຂອງແຂວງ,ການຈັດຕັ້ງປະຕິບັດວຽກງານແຕ່ລະດ່ານຕ້ອງເຂັ້ມງວດ...ທີ່ສຳຄັນເລື່ອງເບີກຈ່າຍເງິນເດືອນໃຫ້ພະນັກງານຂັ້ນທ້ອງຖິ່ນຕ້ອງໃຫ້ທ່ວງທັນເວລາ, ຕິດຕາມກວດກາຢ່າງໃກ້ຊິດເພື່ອຫຼີກລ່ຽງການເອົາເງິນໄປໃຊ້ຈ່າຍໃນທາງອື່ນທີ່ເປັນການການສໍ້ລາດບັງຫຼວງ, ຂໍ້ຂັດແຍ່ງຕ່າງໆແລະປະຕິບັດວິໄນການເງິນຢ່າງເຂັ້ມງວດ.

ຄຽງຄູ່ກັນນີ້, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເນັ້ນໃຫ້ພະນັກທຸກຂະແໜງການທີ່ກ່ຽວຂ້ອງປະຢັດມັດທະຢັດ, ຕ້ານການຟຸ້ມເຟືອຍ, ຄະນະນຳ, ພະນັກງານ-ລັດຖະກອນໃນຂົງເຂດການເງິນ ຕ້ອງເພີ່ມທະວີວຽກງານກວດກາ, ຖືເອົາວຽກງານການເງິນເປັນໃຈກາງ, ສ້າງຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະກັນ...ສ່ວນໃນວັນທີ 25 ພະຈິກ 2016 ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ພ້ອມດ້ວຍຄະນະໄດ້ໄປຢ້ຽມຢາມ ແລະເຄື່ອນໄຫວລົງຊຸກຍູ້ວຽກງານຂະແໜງການເງິນຢູ່ເມືອງທຸລະຄົມແຂວງວຽງຈັນ ທັງນີ້, ເພືີ່ອໃຫ້ທິດຊີ້ນຳການນຳພາໃນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໃຫ້ບັນລຸຕາມແຜນການທີ່ວາງໄວ້.

ພາບແລະຂ່າວ: ຂປລ

Post Bottom Ad