ລາວເປັນເຈົ້າພາບ ກອງປະຊຸມໜ່ວຍງານ ເຈົ້າໜ້າທີ່ອາວຸໂສແຮງງານ ອາຊຽນ ຄັ້ງທີ່ 9 - ປະກາດ Pakaad

Breaking

ຮຽນຮູ້, ແບ່ງປັນ, ສ້າງສັນສັງຄົມ

Post Top Ad

Post Top Ad

ລາວເປັນເຈົ້າພາບ ກອງປະຊຸມໜ່ວຍງານ ເຈົ້າໜ້າທີ່ອາວຸໂສແຮງງານ ອາຊຽນ ຄັ້ງທີ່ 9


ລາວເປັນເຈົ້າພາບ ກອງປະຊຸມໜ່ວຍງານ ເຈົ້າໜ້າທີ່ອາວຸໂສແຮງງານ ອາຊຽນ ຄັ້ງທີ່ 9 .

ແນໃສ່ປະຕິບັດຕາມເປົ້າໝາຍຂອງການພັດທະນາແບບຍືນຍົງ ທີ່ສະຫະປະຊາຊາດຕັ້ງໄວ້ ຕົ້ນຕໍແມ່ນສົ່ງເສີມການມີວຽກເຮັດງານທຳທີ່ມີຄຸນຄ່າ ແລະຕິດພັນກັບການພັດທະນາເສດຖະກິດຊົນນະບົດລວມໄປເຖິງການປະຕິບັດນະໂຍບາຍຈ້າງງານໃຫ້ເຂົ້າສູ່ລະບົບ ໂດຍໃນກອງປະຊຸມຄັ້ງທີ 9 ຂອງຄະນະວິຊາການເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານແຮງງານ ເພື່ອຍົກສູງຄວາມສາມາດໃນການແຂ່ງຂັນຂອງປະເທດອາຊຽນ ທີ່ຈັດຂຶ້ນ ໃນວັນທີ 23-24 ພະຈິກ 2016, ທີ່ໂຮງແຮມເມີກ້ຽວ, ເປັນກຽດເຂົ້າຮ່ວມກ່າວເປີດໂດຍ ທ່ານ ບຸນຄົງ ຫຼ້າສຸກັນ ຮອງລັດຖະມົນຕີ ກະຊວງແຮງງານ ແລະສະຫວັດດີການສັງຄົມ, ພ້ອມນັ້ນ ຍັງມີບັນດາຄະນະວິຊາການອາວຸໂສດ້ານແຮງງານອາຊຽນ 10 ປະເທດ ອາຊຽນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ, ຈຶ່ງໄດ້ສຸມໃສ່ 4 ບັນຫາສຳຄັນ ແລະຕິດພັນກັບແຮງງານເປັນຫຼັກ.

ທ່ານ ບຸນຄົງ ຫຼ້າສຸກັນ ກ່າວວ່າ: ກອງປະຊຸມໃນຄັ້ງນີ້ຈັດຂຶ້ນ ແມ່ນເພື່ອແຈ້ງໃຫ້ຄະນະວິຊາການອາວຸໂສດ້ານແຮງງານອາຊຽນໄດ້ຮັບຮູ້ນຳກັນ ກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານແຮງງານ, ທັງເປັນການແລກປ່ຽນບົດຮຽນຮ່ວມກັນ ແລະຊອກຫາທິດທາງແກ້ໄຂຮ່ວມກັນ ເພື່ອແນໃສ່ພັດທະ ນາວຽກງານແຮງງານໃນອະນາຄົດ, ຊຶ່ງໃນກອງປະຊຸມ ຍັງຈະສຸມໃສ່ການສ້າງຄວາມອາດສາມາດໃນການແຂ່ງຂັນດ້ານແຮງງານຢູ່ພາຍໃນອາຊຽນ, ພ້ອມກັນນັ້ນ ປີນີ້ກໍເປັນປີເລີ່ມຕົ້ນຂອງການຈັດຕັ້ງປະຕິບັດເປົ້າ ໝາຍຂອງການພັດທະນາແບບຍືນຍົງທີ່ສະຫະປະຊາຊາດຕັ້ງຂຶ້ນ ເປັນຕົ້ນແມ່ນເປົ້າໝາຍທີ 8 ວ່າດ້ວຍການສົ່ງເສີມ ວຽກທີ່ມີຄຸນຄ່າ ແລະການຂະຫຍາຍຕົວຂອງເສດຖະກິດ, ໃນນີ້ແມ່ນຈະສຸມໃສ່ຊ່ວຍເຫຼືອຫຸ່ມຄົນທີ່ອ່ອນແອ ແລະແກ້ໄຂບັນຫາຄວາມບໍ່ສະເໝີພາບກັນ, ຕໍ່ກັບບັນຫານີ້ ຜູ້ນຳອາຊຽນ ກໍໄດ້ໃຫ້ຄຳໝັ້ນສັນຍາທີ່ຈະເອົາໃຈໃສ່ສົ່ງເສີມວຽກທີ່ມີຄຸນຄ່າ, ຊຸກຍູ້ການເຕີບໂຕດ້ານເສດຖະກິດແບບຍືນຍົງ ແລະມີສ່ວນຮ່ວມຂອງທຸກຄົນ.


ເພື່ອຢາກເຮັດໃຫ້ມີການແຂ່ງຂັນຂັນໃນອາຊຽນ, ປະຈຸບັນ ພວກເຮົາຍັງຕ້ອງປະເຊີນໜ້າກັບສິ່ງທ້າທາຍບໍ່ໜ້ອຍ ດັ່ງຜົຮສຳຫຼວດຂອງອົງການແຮງງານສາກົນ ເຫັນວ່າ ມີຜູ້ອອກແຮງງານໃນພາກພື້ນອາຊຽນເຮົາປະມານ 179 ລ້ານຄົນ ທີ່ເຮັດວຽກໃນສະພາບແວດລ້ອມທີ່ບໍ່ດີ ແລະໄດ້ຮັບການຈ້າງງານແບບບໍ່ໝັ້ນ ຄົງ, ເນື່ອງຈາກວ່າສ່ວນຫຼາຍແມ່ນເຮັດວຽກນອກລະບົບ, ບໍ່ມີການປະກັນສັງຄົມທີ່ເໝາະສົມ ແລະເຮັດວຽກໃນສະພາບແວດລ້ອມທີ່ບໍ່ເອື້ອອຳນວຍ, ດັ່ງນັ້ນ ມັນຈຶ່ງຈຳເປັນຮຽກຮ້ອງໃຫ້ພວກເຮົາຕ້ອງຮ່ວມກັນຢ່າງໃກ້ສິດ ເພື່ອແກ້ໄຂບັນກາຄວາມທ້າທາຍເຫຼົ່ານັ້ນ, ທ່ານ ຮອງລັດຖະມົນຕີກ່າວຕື່ມ.

ທ່ານ ພົງໄຊສັກ ອິນຖາລາດ ຫົວໜ້າກົມຄຸ້ມຄອງແຮງງານ ກະຊວງ ຮສສ, ທັງເປັນປະທານເຈົ້າ ໜ້າທີ່ອາວຸໂສແຮງງານອາຊຽນ ກ່າວວ່າ: ເພື່ອເປັນການປຶກສາຫາລືຮ່ວມກັນໃນການສຸມໃສ່ແກ້ໄຂບັນຫາແຮງງານດັ່ງກ່າວໃຫ້ກ້າວເຂົ້າສູ່ລວງດຽວກັນຫຼາຍຂຶ້ນ, ໃນກອງປະຊຸມຄັ້ງນີ້ ພວກເຮົາຈຶ່ງເນັ້ນໃສ່ 4 ບັນ ຫາຫຼັກເປັນຕົ້ນແມ່ນ ກອງປະຊຸມພາກພື້ນ ກ່ຽວກັບ ການສົ່ງເສີມການມີວຽກເຮັດງານທຳທີ່ມີຄຸນຄ່າ ແລະເປັນທຳໃນຂະແໜງການຈັດຫາງານໃນຊົນນະບົດ; ກອງປະຊຸມກ່ຽວກັບການສົ່ງເສີມການພັດທະນາໃນຊົນ ນະບົດ ໂດຍເນັ້ນໃສ່ການທ່ອງທ່ຽວແບບຍືນຍົງ ແລະຕ່ອງໂສ້ການສະໜອງການບໍລິການໃນຊົນນະ ບົດ; ດຳເນີນການຄົ້ນຄວ້າ ກ່ຽວກັບ ການສົ່ງເສີມວຽກທີ່ມີຄຸນຄ່າຢູ່ຂົງເຂດເສດຖະກິດຊົນນະບົດ ໂດຍຜ່ານຂະບວນການເຕີບໂຕຂອງຜະລິດຕະພັນແຮງງານ, ສົ່ງເສີມການຈ້າງງານຢູ່ທ້ອງຖິ່ນ ແລະການຫັນຈ້າງງານນອກລະບົບເຂົ້າສູ່ການຈ້າງງານໃນລະບົບ; ແລະກອງປະຊຸມ ພັດທະນາແຜນປະຕິບັດງານຖະແຫຼງການ ວຽງຈັນ ວ່າດ້ວຍການຫັນຈ້າງງານນອກລະບົບເຂົ້າສູ່ການຈ້າງງານໃນລະບົບ ເພື່ອເປັນການຊຸກຍູ້ສົ່ງເສີມວຽກເຮັດງານທຳທີ່ມີຄຸນຄ່າ ແລະເປັນທຳໃນອາຊຽນ.

ພາບແລະຂ່າວ:  ເພັດສະໄໝ

Post Bottom Ad